ສຊປລ ສະເໜີ 5 ວິໄສທັດ ເພື່ອເຮັດໃຫ້ສື່ມວນຊົນກາຍເປັນກະບອກສຽງທັນສະໄໝ ຊາວໜຸ່ມໃນເງື່ອນໄຂໃໝ່
16/07/2026

ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ປະກອບຄຳເຫັນຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນຫົວຂໍ້: “ສື່ມວນຊົນເປັນກະບອກສຽງໃນການສຶກສາອົບຮົມຊາວໜຸ່ມ-ໄວໜຸ່ມ ໃນເງື່ອນໄຂໃໝ່” ໃນວັນທີ 14 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ.
ທ່ານ ທອງລີ ສີສຸລິດ ກ່າວວ່າ: ເພື່ອເຮັດໃຫ້ສື່ມວນຊົນກາຍເປັນ “ກະບອກສຽງ” ທີ່ມີຄວາມສັກສິດ, ທັນສະໄໝ ແລະ ເຂົ້າເຖິງໃຈຂອງຊາວໜຸ່ມໃນເງື່ອນໄຂໃໝ່ ໄດ້ສະເໜີ 5 ວິໄສທັດ ດັ່ງນີ້: 1. ການຫຼັ່ງໄຫຼເຂົ້າມາຂອງສື່ອອນລາຍ ແມ່ນກະແສຟອງທີ່ພວກເຮົາປະຕິເສດບໍ່ໄດ້, ແຕ່ທ່າມກາງຜົນປະໂຫຍດອັນມະຫາສານກໍໄດ້ເຊື່ອງຊ້ອນໄພຄຸກຄາມອັນຮ້າຍແຮງຕໍ່ສັງຄົມ ໂດຍສະເພາະແມ່ນກົນອຸບາຍອັນເລິກແລບຂອງກຸ່ມມິດສາຊີບ ແລະ ສະແກມເມີ (Scammers) ທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ທໍາລາຍຄວາມສະຫງົບສຸກຂອງສັງຄົມ. ດັ່ງນັ້ນ, ສື່ມວນຊົນລາວ ຕ້ອງເຮັດໜ້າທີ່ເປັນ “ຮົ້ວປ້ອງກັນຊາດ, ເປັນເກາະປ້ອງກັນໄພ” ໃຫ້ປະຊາຊົນດ້ວຍການເລັ່ງສ້າງພູມຄຸ້ມກັນທາງປັນຍາໃຫ້ທົ່ວສັງຄົມ ຮູ້ທັນທຸກກົນອຸບາຍສໍ້ໂກງ ແລະ ສາມາດນໍາໃຊ້ສື່ຍຸກໃໝ່ໄດ້ຢ່າງປອດໄພ. ທີ່ສໍາຄັນທີ່ສຸດ, ພວກເຮົາຕ້ອງຮ່ວມກັນບຳລຸງສ້າງຊາວໜຸ່ມ-ເຍົາວະຊົນ ຊຶ່ງເປັນໜໍ່ແໜງ ແລະອະນາຄົດຂອງຊາດໃຫ້ມີສະຕິຕື່ນຕົວ, ຮູ້ຈັກ “ຄິດ, ວິເຄາະ, ໄຈ້ແຍກ” ເພື່ອປ້ອງກັນຕົນເອງໃຫ້ຫຼຸດພົ້ນຈາກ “ຟອງສະບູຂໍ້ມູນຂ່າວສານ” (Filter Bubbles) ທີ່ຫຼໍ່ຫຼອມແນວຄິດໃຫ້ເບິ່ງໂລກພຽງດ້ານດຽວ; 2. ປະຕິຮູບເນື້ອຫາ (Content Transformation): ປ່ຽນຈາກການໂຄສະນາແບບບັນຍາຍຕົວໜັງສືໜາແໜ້ນ ມາເປັນເນື້ອຫາທີ່ “ສັ້ນ, ກະທັດຮັດ, ເຂົ້າໃຈງ່າຍ” ໂດຍນໍາໃຊ້ວິດີໂອສັ້ນ (Short-form video) ແລະ ອິນໂຟກຣາຟິກທີ່ທັນສະໄໝ. ເພາະຜົນການວິໄຈທາງວິທະຍາສາດ ບໍ່ວ່າຈະເປັນດ້ານຈິດຕະວິທະຍາການຮັບຮູ້ (Cognitive Psychology) ຫຼື ໄລຍະຄວາມສົນໃຈຂອງມະນຸດ (Attention Span) ຕ່າງກໍຊີ້ໃຫ້ເຫັນວ່າ: ມະນຸດໃນຍຸກປັດຈຸບັນ ສາມາດຈົດຈໍາ ແລະ ເຂົ້າໃຈເນື້ອຫາຈາກພາບ ແລະ ວິດີໂອໄດ້ດີກວ່າການອ່ານຕົວໜັງສືເຖິງ 60,000 ເທົ່າ. ນີ້ຄືໂຈດໃຫຍ່ ແລະ ເປັນສິ່ງທ້າທາຍ ທີ່ຕ້ອງຄົ້ນຄວ້າຮ່ວມກັນວ່າ: ຈະບັນຈຸເນື້ອໃນອຸດົມການ, ແນວທາງຂອງພັກ ແລະ ຄວາມຮູ້ຕ່າງໆ ໃຫ້ຫຼອມລວມເຂົ້າໃນວິດີໂອສັ້ນເຫຼົ່ານີ້ຢ່າງມີສິລະປະ ແລະ ກິນໃຈຜູ້ຊົມໄດ້ແນວໃດ; 3. ສື່ມວນຊົນລາວທຸກຂະແໜງການ ຕ້ອງຢຸດຕິການເປັນພຽງຜູ້ຕັ້ງຮັບ, ແຕ່ຕ້ອງຫັນມາເປັນ “ກໍາລັງເສນາທິການທາງປັນຍາ” ທີ່ເປັນເຈົ້າການ ໃນການຍຶດຄອງພື້ນທີ່ບົນໂລກອອນລາຍ. ຕ້ອງສ້າງ ແລະ ບໍລິຫານຈັດການ Official Channels ໃນທຸກແພັລດຟອມ ບໍ່ວ່າຈະເປັນ Facebook, TikTok, YouTube ຫຼື ແພຼດຟອມໃໝ່ໆ ໃຫ້ກາຍເປັນ “ປ້ອມຄ້າຍທາງແນວຄິດ” ທີ່ເຂັ້ມແຂງ ໂດຍການສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ, ຊັດເຈນ, ສ້າງສັນ ແລະ ທັນເຫດການ ເພື່ອບໍ່ໃຫ້ມີຊ່ອງຫວ່າງໃຫ້ກະແສຂ່າວທີ່ບໍ່ຫວັງດີມາຄອບງໍາຈິດໃຈຂອງປະຊາຊົນ ແລະ ຊາວໜຸ່ມລາວໄດ້; 4. ພວກເຮົາຕ້ອງເພີ່ມທະວີການຄົ້ນຄວ້າ ແລະ ນໍາສະເໜີເລື່ອງລາວແຫ່ງຄວາມສໍາເລັດ (Success Stories) ຂອງຊາວໜຸ່ມ ຜູ້ທີ່ໂດດເດັ່ນໃນດ້ານການຮຽນ, ການປະດິດສ້າງ, ການດໍາເນີນທຸລະກິດ ຕະຫຼອດຮອດການອຸທິດກຳລັງກາຍ ກຳລັງໃຈເຂົ້າໃນວຽກງານອາສາສະໝັກເພື່ອສັງຄົມ. ເລື່ອງລາວຄວາມມານະພະຍາຍາມເຫຼົ່ານີ້ ບໍ່ແມ່ນພຽງແຕ່ຂ່າວສານທົ່ວໄປ, ແຕ່ມັນຄື “ແສງສະຫວ່າງແຫ່ງແຮງບັນດານໃຈ” ທີ່ຈະປຸກຮື້ຊາວໜຸ່ມຄົນອື່ນໆ ໃຫ້ຕື່ນຕົວ. ການເຊີດຊູຄົນດີ ບໍ່ພຽງແຕ່ເປັນການຍ້ອງຍໍ, ແຕ່ແມ່ນການຮ່ວມກັນປູກຝັງຄ່ານິຍົມອັນງົດງາມໃຫ້ສັງຄົມລາວ ເປັນສັງຄົມທີ່ຍົກຍ້ອງຄົນເກັ່ງ, ໂອບອ້ອມຄົນດີ ແລະ ໃຫ້ຄຸນຄ່າຄວາມຮູ້ຄວາມສາມາດຢ່າງແທ້ຈິງ. ຂໍໃຫ້ສື່ມວນຊົນ ເປັນຜູ້ນໍາພາໃນການສ້າງພື້ນທີ່ໃຫ້ຊາວໜຸ່ມໄດ້ສະແດງສັກກະຍະພາບເພື່ອໃຫ້ເຂົາເຈົ້າຮັບຮູ້ວ່າ: ທຸກຄວາມຕັ້ງໃຈ ແລະ ທຸກຢາດເຫື່ອທີ່ເຂົາເຈົ້າໄດ້ອຸທິດເພື່ອປະເທດຊາດຈະມີພັກ, ມີລັດ ແລະ ມີສັງຄົມຄອຍຕິດຕາມ, ຊື່ນຊົມ ແລະ ພ້ອມທີ່ຈະເປັນແຮງຍູ້ໜູນໃຫ້ເຂົາເຈົ້າກ້າວເດີນໄປຂ້າງໜ້າຢ່າງບໍ່ໂດດດ່ຽວ; 5. ພວກເຮົາຕ້ອງເລັ່ງສ້າງບຸກຄະລາກອນສື່ມວນຊົນໃຫ້ກາຍເປັນ “ນາຍ” ທີ່ເທົ່າທັນ ແລະ ຄວບຄຸມປັນຍາປະດິດ ຫຼື AI. ຖ້າພວກເຮົາບໍ່ຮູ້ເທົ່າທັນ, ເຕັກໂນໂລຊີນີ້ ຈະກາຍເປັນຄູ່ແຂ່ງທີ່ໜ້າເກງຂາມ,ແຕ່ຖ້າພວກເຮົານໍາໃຊ້ເປັນ, AI ຈະກາຍເປັນ “ກໍາລັງການຜະລິດອັນຊົງພະລັງ ແລະ ໄຮ້ຂອບເຂດ” ທີ່ຈະມາຊ່ວຍແບ່ງເບົາວຽກງານ, ປົດປ່ອຍຈິນຕະນາການໃນການສ້າງສັນເນື້ອຫາທັງດ້ານພາບ, ສຽງ ແລະ ເອຟເຟັກພິເສດ (Visual Effects) ທີ່ສົມຈິງໃຫ້ສໍາເລັດໄດ້ພຽງປາຍນິ້ວ. ຍິ່ງໄປກວ່ານັ້ນ, AI ຍັງມີຄວາມສາມາດໃນການຊຸບຊີວິດພາບຖ່າຍ ແລະ ວິດີໂອປະຫວັດສາດໃນອະດີດໃຫ້ກັບຄືນມາຄົມຊັດ ແລະ ມີຊີວິດຊີວາອີກຄັ້ງ ພາຍໃຕ້ງົບປະມານທີ່ປະຢັດທີ່ສຸດ. ດັ່ງທີ່ບັນດາທ່ານໄດ້ຮັບຊົມໃນບາງສາກ, ບາງເຫດການຂອງສາລະຄະດີທີ່ຜ່ານໄປນັ້ນ, ສ່ວນໜຶ່ງກໍແມ່ນໝາກຜົນຂອງການນໍາໃຊ້ AI ໃນການຟື້ນຟູພາບຈິງໃນອະດີດ. ຖ້າພວກເຮົາຮູ້ຈັກນໍາໃຊ້ຢ່າງຖືກທິດ, AI ຈະເປັນຕົວແປຍຸດທະສາດສໍາຄັນ ທີ່ຈະຊ່ວຍຍົກລະດັບຂີດຄວາມສາມາດຂອງສື່ມວນຊົນລາວໃຫ້ກ້າວຂຶ້ນໄປທຽບເທົ່າກັບປະເທດເພື່ອນມິດ ແລະ ສາກົນໄດ້ຢ່າງສະງ່າງາມ.
ຂ່າວທີ່ກ່ຽວຂ້ອງ












