Skip to main content

ແຂວງໄຊຍະບູລີ ສອບເສັງຄັດເລືອກທຶນການສຶກສາຕໍ່ ສສ ຫວຽດນາມ ພ້ອມມອບປະກາສະນີຍະບັດແດງ ໃຫ້ແກ່ນັກຮຽນເກັ່ງດີເດັ່ນ ມ.7

ໃນຕອນເຊົ້າວັນທີ 15 ກໍລະກົດ 2026 ຜ່ານມານີ້, ຢູ່ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດພິທີສອບເສັງຄັດເລືອກນັກຮຽນ ເພື່ອຮັບທຶນການສຶກສາໄປສຶກສາຕໍ່ ທີ່ ສາທາລະນະລັດ ສັງຄົມນິຍົມ (ສສ) ຫວຽດນາມ ປະຈຳສົກຮຽນ 2026-2027 ເປັນກຽດເຂົ້າຮ່ວມ ແລະ ຕັດຊອງຫົວບົດສອບເສັງໃນຄັ້ງນີ້ໂດຍ ທ່ານ ອາເມ ຊົງເຍ້ຽເລັ່ງ, ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ; ທ່ານ ອິນທີ ຈັນປະເສີດເຮີ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຫົວໜ້າ-ຮອງຂະແໜງ ການ, ພະນັກງານວິຊາການ, ຄະນະກຳມະການຜູ້ຮັບຜິດຊອບ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ການສອບເສັງຄັດເລືອກເອົາທຶນການສຶກສາໄປ ສສ ຫວຽດນາມ ໃນຄັ້ງນີ້, ມີນັກຮຽນຜູ້ທີ່ມີເງື່ອນໄຂ ແລະ ມາດຕະຖານເຂົ້າຮ່ວມສອບເສັງທັງໝົດ 120 ນ້ອງ. ສຳລັບການສອບເສັງແມ່ນໄດ້ແບ່ງອອກເປັນ 2 ພາກວິຊາ ຄື: ພາກເຊົ້າ ສອບເສັງວິຊາ ວິທະຍາສາດທຳມະຊາດ ແລະ ພາກບ່າຍ ສອບເສັງວິຊາ ວິທະຍາສາດສັງຄົມ.
ໃນໂອກາດອັນສະຫງ່າລາສີດັ່ງກ່າວ, ຍັງໄດ້ຈັດພິທີມອບປະກາສະນີຍະບັດແດງ ໃຫ້ແກ່ນັກຮຽນເກັ່ງດີເດັ່ນ ທີ່ສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026. ເຊິ່ງໃນສົກຮຽນນີ້, ທົ່ວແຂວງໄຊຍະບູລີ ມີນັກຮຽນສອບເສັງຈົບຊັ້ນ ມ.7 ທັງໝົດ 2.082 ຄົນ, ຍິງ 1.053 ຄົນ. ໃນນັ້ນ, ມີນັກຮຽນເກັ່ງດີເດັ່ນ ທີ່ສາມາດຍາດໄດ້ໃບປະກາດສະນີຍະບັດແດງ ຈຳນວນ 2 ນ້ອງ (ຈາກຈຳນວນນັກຮຽນທີ່ໄດ້ຮັບໃບປະກາດແດງທົ່ວປະເທດ ທັງໝົດ 123 ນ້ອງ) ຄື: ນາງ ເວທິຕາ ທອງສະໄໝ ນັກຮຽນຈາກໂຮງຮຽນ ມສ ຊຽງຮ່ອນ, ເມືອງຊຽງຮ່ອນ. ເຊິ່ງນ້ອງສາມາດເສັງໄດ້ຄະແນນ 9 ຂຶ້ນໄປທຸກວິຊາ ລວມຄະແນນເສັງໄດ້ 47,56 ຄະແນນ ຈັດຢູ່ອັນດັບທີ 1 ຂອງແຂວງ ແລະ ນາງ ສອນດາລິນ ພິລາວັນ ນັກຮຽນຈາກໂຮງຮຽນ ມສ ຫົງສາ, ເມືອງຫົງສາ ລວມຄະແນນເສັງໄດ້ 47,50 ຄະແນນ ຈັດຢູ່ອັນດັບທີ 2 ຂອງແຂວງ.
ໃນຕອນທ້າຍຂອງພິທີ, ທ່ານ ອາເມ ຊົງເຍ້ຽເລັ່ງ ໄດ້ໃຫ້ກຽດຂຶ້ນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງໃຈ ຕໍ່ກັບຜົນງານອັນດີເດັ່ນ ທີ່ນ້ອງນັກຮຽນເກັ່ງທັງສອງສາມາດຍາດມາໄດ້, ເຊິ່ງເປັນກົນໄກໜຶ່ງໃນການສ້າງຊື່ສຽງໃຫ້ແກ່ຕົນເອງ, ຄອບຄົວ, ສະຖາບັນການສຶກສາ ແລະ ແຂວງໄຊຍະບູລີ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ນ້ອງໆນັກຮຽນ ທີ່ເຂົ້າຮ່ວມສອບເສັງຊິງທຶນການສຶກສາ ສສ ຫວຽດນາມ ທຸກຄົນ ໃຫ້ຈົ່ງເພີ່ມທະວີຄວາມເອົາໃຈໃສ່, ສຸມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດເຂົ້າໃນການຄົ້ນຄວ້າ ແລະ ເຮັດຂໍ້ສອບຂອງຕົນໃຫ້ມີຜົນສຳເລັດສູງສຸດ; ພ້ອມທັງຮຽກຮ້ອງໃຫ້ທຸກຄົນ ຈົ່ງເຄົາລົບ ແລະ ປະຕິບັດຕາມກົດລະບຽບການສອບເສັງ ທີ່ຄະນະກຳມະການວາງອອກຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ການສອບເສັງຄັ້ງນີ້ມີຄວາມໂປ່ງໃສ, ຍຸຕິທຳ ແລະ ດຳເນີນໄປດ້ວຍດີ.
ພາບ-ຂ່າວ: ສກຂ ໄຊຍະບູລີ