Skip to main content

ສກຂ ຫຼວງພະບາງ ປາຖະກະຖາ ຫວນຄືນມູນເຊື້ອວັນສຳຄັນຂອງຊາດ

ໃນວັນທີ 17 ກໍລະກົດ 2026 ນີ້, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909 -13 ກໍລະກົດ 2026), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ (18 ກໍລະກົດ 1977 – 18 ກໍລະກົດ 2026) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962 – 5 ກັນຍາ 2026) ແລະ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ປອ ສຸລິເດດ ແກ້ວບົວລະເພັດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຮອງເລຂາຄະນະພັກ-ຄະນະນຳຂອງພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນ, ພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ອ່ອນຈັນ ແສງຄຳ ປະທານກວດກາ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງໄດ້ຍົກໃຫ້ເຫັນຊີວິດ, ພາລະກິດປະຕິວັດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ສຸພານຸວົງ ເຊິ່ງເປັນຜູ້ນໍາທີ່ມີຄວາມສະຫຼາດສ່ອງໃສ, ເປັນນັກຮັກຊາດທີ່ຍິ່ງໃຫຍ່, ແລະ ເປັນໜຶ່ງໃນຜູ້ນຳຮຸ່ນທຳອິດ ທີ່ໄດ້ອຸທິດຕົນຢ່າງບໍ່ຮູ້ອິດເມື່ອຍ ເພື່ອພາລະກິດປົດປ່ອຍຊາດ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ ຂອງປະທານ ສຸພານຸວົງ ແມ່ນແບບຢ່າງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ຄົນຮຸ່ນຫຼັງໄດ້ຮ່ຳຮຽນ ແລະ ສືບທອດ. ຄະນະດຽວກັນ ສະຫາຍຮອງເລຂາ-ຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງໄດ້ພັດປ່ຽນກັນຫວນຄືນເຖິງປະຫວັດສາດແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ: ໂດຍສະເພາະ ແມ່ນວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 64 ປີ: ແມ່ນຂີດໝາຍປະຫວັດສາດອັນສຳຄັນ ທີ່ຢັ້ງຢືນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ໄດ້ຮັບການຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ພ້ອມນັ້ນ ກໍ່ໄດ້ຍົກໃຫ້ເຫັນ ຄວາມສຳຄັນຂອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 49 ປີ ເຊິ່ງເປັນພື້ນຖານກົດໝາຍອັນໜັກແໜ້ນ ໃນການຮັດແໜ້ນຄວາມສາມັກຄີຮ່ວມສູ້ຮົບ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂອກາດດຽວກັນນີ້, ສະຫາຍ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ໃຫ້ກຽດຫວນຄືນປະຫວັດການກໍາເນີດ ແລະ ພັດທະນາຂອງສະຫະພັນແມ່ຍິງລາວ ຕະຫຼອດ 71 ປີ ພ້ອມຍົກໃຫ້ເຫັນຄວາມເສຍສະຫຼະ ແລະ ຜົນງານອັນໂດດເດັ່ນຂອງແມ່ຍິງລາວ ໃນແຕ່ລະໄລຍະຂອງການປະຕິວັດ ຕັ້ງແຕ່ການຕໍ່ສູ້ເພື່ອປົດປ່ອຍຊາດ ຈົນເຖິງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດ, ທ່ານໄດ້ເນັ້ນຕື່ມວ່າ: ສະຫະພັນແມ່ຍິງລາວ ມີຈຸດເລີ່ມຕົ້ນຈາກ “ໜ່ວຍຄົ້ນຄວ້າວຽກງານແມ່ຍິງ” ທີ່ພັກປະຊາຊົນລາວ ໄດ້ປະກາດສ້າງຕັ້ງຢ່າງເປັນທາງການ ໃນວັນທີ 20 ກໍລະກົດ 1955. ໃນໄລຍະສົງຄາມກູ້ຊາດ ແມ່ຍິງລາວໄດ້ປະກອບສ່ວນສຳຄັນ ທັງການລຳລຽງສະບຽງອາຫານ, ການສະໜັບສະໜູນແນວຫຼັງ ແລະ ການຮ່ວມຕໍ່ສູ້ໃນສະໜາມຮົບ ຈົນມີແມ່ຍິງລາວ 23 ສະຫາຍ ໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ.
ໃນຕອນທ້າຍຂອງພິທີ, ປະທານຍັງໄດ້ຮຽກຮ້ອງໃຫ້ ພະນັກງານ, ສະມາຊິກພັກ, ສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ຫັນເອົາຈິດໃຈຂອງວັນປະຫວັດສາດດັ່ງກ່າວ ມາເປັນແຮງຊຸກດັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີຜົນສຳເລັດໃໝ່, ພ້ອມທັງຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ການຈັດພິທີໃນຄັ້ງນີ້ ບໍ່ພຽງແຕ່ເປັນການຫວນຄືນມູນເຊື້ອວັນສຳຄັນຕ່າງໆຂອງຊາດ ເທົ່ານັ້ນ ແຕ່ຍັງເປັນການປຸກຈິດສຳນຶກໃຫ້ສະມາຊິກພັກ, ພະນັກງານໃນການສືບຕໍ່ຮັກສານມູນເຊື້ອອັນດີງາມ, ຍົກສູງບົດບາດ ແລະ ຄວາມສາມາດຂອງຕົນເອງ ເພື່ອປະກອບສ່ວນໃນການພັດທະນາຂະແໜງການສຶກສາທິການ ແລະ ກິລາຂອງແຂວງ ກໍ່ຄືການພັດທະນາແຂວງຫຼວງພະບາງ ໃຫ້ມີຄວາມເຂັ້ມແຂວງ ມີບາດກ້າວອັນໃໝ່.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ.