ກຳມະບານຮາກຖານກົມຮ່ວມມືກັບຕ່າງປະເທດ ສສກ ສະຫຼຸບວຽກງານ ປີ 2025 ພ້ອມມອບໃບຢັ້ງຢືນ 5 ເປັນເຈົ້າ
21/07/2026

ກອງປະຊຸມສະຫຼຸບວຽກງານກຳມະບານ ປະຈຳປີ 2025, ຜ່ານຜົນງານ 6 ເດືອນຕົ້ນປີ 2026 ແລະ ວາງແຜນການເຄື່ອນໄຫວທ້າຍປີ 2026 ຂອງກໍາມະບານຮາກຖານກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 16 ກໍລະກົດ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກສີສະເກດ) ໃຫ້ກຽດເປັນປະທານຂອງ ສະຫາຍ ສີສະໝຸດ ແສນບຸດຕະລາດ ຮອງເລຂາໜ່ວຍພັກຮາກຖານກົມ, ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ມີຄະນະບໍລິຫານງານກຳມະບານຮາກຖານກົມ, ສະມາຊິກກຳມະບານພາຍໃນ ແລະ ສູນຊີເມວຊີອີດີ (SEAMEO CED) ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ສົມເພັດ ວົງຈໍາປາ ປະທານກໍາມະບານຮາກຖານກົມຮ່ວມມືກັບຕ່າງປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ປະຈຳປີ 2025, ໜ່ວຍກຳມະບານຮາກຖານກົມຮ່ວມມືກັບຕ່າງປະເທດ ປັດຈຸບັນ ມີສະມາຊິກກຳມະບານປະຈຳການທັງໝົດ 41 ສະຫາຍ, ຍິງ 24 ສະຫາຍ (ໃນນີ້ ລວມມີສະມາຊິກຈາກສູນ SEAMEO CED ຈຳນວນ 8 ສະຫາຍ, ຍິງ 4 ສະຫາຍ) ເຊິ່ງໄດ້ແບ່ງອອກເປັນ 4 ຈຸ, ໃນປີ 2025 ຜ່ານມາ ໄດ້ມີຜົນງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນວຽກງານສຶກສາອົບຮົມການເມືອງ-ແນວຄິດ ແລະ ການຈັດຕັ້ງ ໄດ້ຖືເອົາວຽກງານການເມືອງແນວຄິດເປັນກົກ ເຮັດໃຫ້ສະມາຊິກມີແນວຄິດອຸ່ນອຽນທຸ່ນທ່ຽງ; ວຽກງານວິຊາສະເພາະ ສະມາຊິກກຳມະບານທຸກສະຫາຍ ໄດ້ສຸມສະຕິປັນຍາເຂົ້າໃນວຽກງານການຮ່ວມມືກັບຕ່າງປະເທດຢ່າງມີຜົນສຳເລັດສູງ; ວຽກງານຂະບວນການ ແລະ ການເງິນ ໄດ້ນຳພາສະມາຊິກຮ່ວມຂະບວນການອອກແຮງງານອະນາໄມສຳນັກງານ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງ ສສກ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ລວມເຖິງການຮ່ວມປູກຕົ້ນໄມ້ແຫ່ງຊາດ, ຈາກຜົນງານອັນດີເດັ່ນຮອບດ້ານດັ່ງກ່າວ, ໃນປີ 2025 ກຳມະບານຮາກຖານກົມຮ່ວມມືກັບຕ່າງປະເທດ ໄດ້ດຳເນີນການປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ເຊິ່ງຜົນການປະເມີນແມ່ນຜ່ານຕາມມາດຕະຖານຂອງຂັ້ນເທິງວາງອອກ ໂດຍສະມາຊິກທຸກສະຫາຍທັງໝົດ 41 ສະຫາຍ, ຍິງ 24 ສະຫາຍ ແມ່ນໄດ້ຮັບການຍ້ອງຍໍທັງໝົດ.
ໂອກາດດັ່ງກ່າວ, ສະຫາຍ ສີສະໝຸດ ແສນບຸດຕະລາດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ບົດແນະນໍາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ສະບັບເລກທີ 298/ສກລ, ວັນທີ 6 ກຸມພາ 2026 ແລະ ພ້ອມທັງເຜີຍແຜ່ບົດແນະນຳການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ເພື່ອເປັນບ່ອນອີງໃນການເຄື່ອນໄຫວໃນຕໍ່ໜ້າ. ພ້ອມນັ້ນ, ສະຫາຍປະທານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ພ້ອມທັງເນັ້ນໜັກໃຫ້ຄະນະກຳມະບານ ແລະ ສະມາຊິກທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງ; ສືບຕໍ່ຈັດຕັ້ງປະຕິບັດທິດທາງແຜນການ ປີ 2026, ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ເສີມຂະຫຍາຍນ້ຳໃຈສາມັກຄີ ແລະ ຕັ້ງໜ້າປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດທິພາບ, ມີຫົວຄິດປະດິດສ້າງ ເພື່ອສູ້ຊົນຍາດແຍ່ງເອົາຜົນງານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນປີ 2026 ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.
ຈາກນັ້ນ, ໃນກອງປະຊຸມຄັ້ງນີ້ ຍັງໄດ້ຈັດພິທີມອບ-ຮັບໃບຢັ້ງຢືນກຳມະບານ 5 ເປັນເຈົ້າ ປະຈຳປີ 2025 ໃຫ້ແກ່ສະມາຊິກອີກດ້ວຍ.
ພາບ-ຂ່າວ: ບົວລະພາ















