Skip to main content

ມອບ-ຮັບໜ້າທີ່ ລະຫວ່າງ ອະດີດຫົວໜ້າກົມສ້າງຄູ ແລະ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ

21/07/2026
ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບໜ້າທີ່ວຽກງານ ລະຫວ່າງ ອະດີດຫົວໜ້າກົມສ້າງຄູ ແລະ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ໃນວັນທີ 17 ກໍລະກົດ 2026 ທີ່ຫ້ອງປະຊຸມກະຊວງ ສສກ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຮສ ນາງ ວົງເດືອນ ໂອໃສ ອະດີດຫົວໜ້າກົມສ້າງຄູ ກ່າວໃຫ້ຮູ້ວ່າ: ພາຍໃຕ້ຄວາມສາມັກຄີ ແລະ ການຮ່ວມແຮງຮ່ວມໃຈຂອງຄະນະກົມ ແລະ ພະນັກງານທຸກຂັ້ນ, ສາມາດຍາດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ ໂດຍສະເພາະວຽກງານກໍ່ສ້າງ ແລະ ພັດທະນາບຸກຄະລາກອນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ແລະ ຍົກລະດັບດ້ານວິຊາສະເພາະຢ່າງເປັນປົກກະຕິ. ປັດຈຸບັນກົມສ້າງຄູ ພະນັກງານ 39 ຄົນ, ໃນນັ້ນ ມີສະມາຊິກພັກ 36 ຄົນ. ພ້ອມທັງໄດ້ສົ່ງເສີມພະນັກງານໄປຮຽນຕໍ່ທິດສະດີການເມືອງ 2 ທ່ານ ແລະ ໄປສຶກສາຕໍ່ໃນລະດັບປະລິນຍາເອກ ແລະ ປະລິນຍາໂທ 6 ທ່ານ.
ສໍາລັບວຽກງານວິຊາການ ແລະ ການກໍ່ສ້າງຄູ ແມ່ນສໍາເລັດການປັບປຸງຫຼັກສູດສ້າງຄູມັດທະຍົມສຶກສາ ທັງພາກປົກກະຕິ ແລະ ຕໍ່ເນື່ອງ ໃນ 6 ສາຂາວິຊາ; ພັດທະນາມາດຕະຖານການສອນສຳລັບຄູໃນສະຖານການສ້າງຄູ ແລະ ລະດັບມັດທະຍົມສຶກສາ; ປັບປຸງກອບສະມັດຖະພາບດ້ານປັນຍາປະດິດ (AI) ເຂົ້າໃນມາດຕະຖານສະມັດຖະພາບດ້ານ ICT-AI CST ສຳລັບຄູໃນ ສປປ ລາວ; ວຽກງານບຳລຸງຄູ ແລະ ແກ້ໄຂການຂາດແຄນຄູ; ນອກນັ້ນ ຍັງໄດ້ປະສານສົມທົບກັບກອງບັນຊາການທະຫານແຂວງ ແລະ ວິທະຍາໄລຄູ ເພື່ອຝຶກອົບຮົມໃຫ້ນາຍທະຫານ ໄປຊ່ວຍສິດສອນໃນເຂດຫ່າງໄກສອກຫຼີກທີ່ຂາດແຄນຄູ ຕາມມະຕິຕົກລົງເລກທີ 09 ຂອງລັດຖະບານ.
ວຽກງານໂຄງການຮ່ວມມື ແລະ ປັບປຸງໂຄງລ່າງພື້ນຖານ ກໍສໍາເລັດໂຄງການກໍ່ສ້າງອາຄານຮຽນ ແລະ ຈັດຊື້ອຸປະກອນຮັບໃຊ້ການຮຽນການສອນຂອງໂຮງຮຽນສາທິດໃນວິທະຍາໄລຄູ 8 ແຫ່ງ ແລະ ກະກຽມເອກະສານກໍ່ສ້າງສູນພັດທະນາຄູ ໃນ 9 ແຂວງ ໂດຍການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ.
ສໍາລັບທິດທາງແຜນການສືບຕໍ່ ກະກຽມຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາຄູ ໄຕມາດ; ກະກຽມຈັດກອງປະຊຸມເວທີສົນທະນາການສຶກສາຄູປະຈຳປີ (Annual Teacher Education Forum in Lao PDR) ຄຽງຄູ່ກັບການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2026 ຄົບຮອບ 32 ປີ; ກະກຽມຈັດກອງປະຊຸມຜູ້ບໍລິຫານສະຖານການສຶກສາຄູ ປະຈຳປີ 2026 ແລະ ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ IX (2026-2030) ໂດຍຮ່ວມມືກັບຄູ່ຮ່ວມພັດທະນາ ເຊັ່ນ: BEQUAL, JICA, EU, GPE III.
ໃນພິທີ ໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ວຽກງານຢ່າງເປັນທາງການ ລະຫວ່າງ ທ່ານ ຮສ ນາງ ວົງເດືອນ ໂອໃສ ອະດີດຫົວໜ້າກົມສ້າງຄູ ແລະ ທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ທີ່ໄດ້ຮັບການປ່ຽນແທນ.
ໃນໂອກາດທີ່ສໍາຄັນ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມຮຽກຮ້ອງໃຫ້ຄະນະນຳກົມໃໝ່ ຕະຫຼອດຮອດສະມາຊິກພັກ ແລະ ພະນັກງານທຸກຄົນ ຈົ່ງພ້ອມກັນຮັກສາຄວາມສາມັກຄີໃຫ້ເປັນປຶກແຜ່ນ, ເປັນກ້ອນກຳລັງໜຶ່ງດຽວ ເພື່ອເຮັດໃຫ້ວຽກງານຂອງກົມບັນລຸຄາດໝາຍທີ່ວາງໄວ້.” ພ້ອມດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ຄະນະກົມໃໝ່ ຂຸ້ນຂ້ຽວຈັດຕັ້ງການເຄື່ອນຍ້າຍອຸປະກອນ, ຊັບສິນ ແລະ ຈັດສັນສະຖານທີ່ເຮັດວຽກໃໝ່ ຢູ່ຫຼັກ 8 ໃຫ້ສຳເລັດໂດຍໄວ ເພື່ອບໍ່ໃຫ້ການເຄື່ອນໄຫວວຽກງານວິຊາການຢຸດສະງັກ.
ທ່ານ ປອ ລໍາພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ໄດ້ຂຶ້ນຮັບຄຳໂອ້ລົມ ພ້ອມກ່າວສະແດງຄວາມຂອບໃຈ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອນຳພາວຽກງານພັດທະນາຄູໃຫ້ມີໃບໜ້າອັນໃໝ່ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ