Skip to main content

ສກຂ ອັດຕະປື ປະກາດຜົນສອບເສັງ ມ.7 ມີນັກຮຽນເກັ່ງ 4 ຄົນ ໄດຮັບໃບປະກາດແດງ ແລະ ອັດຕາສອບເສັງໄດ້ສູງເຖິງ 99,48%

ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື (ສກຂ) ໄດ້ຈັດພິທີປະກາດຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ຊັ້ນ ມ.7) ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2026 ທີ່ຫ້ອງປະຊຸມຂອງພະແນກ ພາຍຫຼັງທີ່ໄດ້ສຳເລັດຂະບວນການກວດກາ, ຄົ້ນຄວ້າ ແລະ ຕັດສິນຜົນການສອບເສັງຢ່າງເຂັ້ມງວດ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການ ທີ່ທາງກະຊວງກຳນົດໄວ້ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ໂດຍມີບັນດາຄະນະນຳພະແນກ, ຜູ້ຕາງໜ້າຈາກຂັ້ນແຂວງ, ຂັ້ນເມືອງ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ພ້ອມດ້ວຍຕົວແທນນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
​ໃນພິທີ, ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນລາຍງານຕົວເລກສະຖິຕິການສອບເສັງ ໂດຍມີລາຍລະອຽດດັ່ງນີ້: ໃນຕົ້ນສົກຮຽນມີນັກຮຽນ ມ.7 ທັງໝົດ 783 ຄົນ (ຍິງ 369 ຄົນ). ໃນນັ້ນ, ບໍ່ມີນັກຮຽນປະລະການຮຽນ (0 ຄົນ); ຍົກຍ້າຍອອກ 20 ຄົນ (ຍິງ 10 ຄົນ); ຍົກຍ້າຍເຂົ້າ 4 ຄົນ (ຍິງ 2 ຄົນ); ບໍ່ມີເງື່ອນໄຂສອບເສັງ 3 ຄົນ ແລະ ມີນັກສອບນອກ 1 ຄົນ (ຍິງ); ​ຈຳນວນຜູ້ເຂົ້າສອບເສັງຕົວຈິງ ທັງໝົດ 765 ຄົນ (ຍິງ 362 ຄົນ). ຜ່ານ​ການສອບເສັງຜົນປະກົດວ່າ ​ສອບເສັງໄດ້ 761 ຄົນ (ຍິງ 361 ຄົນ) ກວມເອົາ 99,48% ຂອງຜູ້ເຂົ້າສອບທັງໝົດ; ​ສອບເສັງຕົກ ມີ 4 ຄົນ (ຍິງ 2 ຄົນ) ກວມເອົາ 0,52%; ​ພົ້ນເດັ່ນກວ່າໝູ່ແມ່ນໃນສົກຮຽນນີ້, ມີນັກຮຽນດີເດັ່ນທີ່ສາມາດຍາດໄດ້ ປະກາສະນິຍະບັດແດງ (ກຽດນິຍົມສູງສຸດ ທີ່ມີຄະແນນສະເລ່ຍທຸກວິຊາ 9 ຂຶ້ນໄປ) ຈຳນວນ 4 ຄົນ (ຍິງ 3 ຄົນ) ໄດ້ແກ່ ​ນາງ ໄຂ່ມູກດາ ຈັນທະລືໄຊ ຈາກໂຮງຮຽນ ມສ ເສດຖາ, ​ນາງ ກິນນາລີ ວັນທານຸວົງ ໂຮງຮຽນ ທິບພະເນດສຶກສາ – ໂຮງຮຽນເອກະຊົນ ທີ່ຂຶ້ນກັບ ມສ ຈັນທາ, ​ທ້າວ ວິທະຍາ ແກ້ວມະນີ ໂຮງຮຽນ ມສ ຊົນເຜົ່າ ແລະ ​ນາງ ກົງສີ ສົມສະຫວັດ ໂຮງຮຽນ ມສ ຊົນເຜົ່າ.
​ນອກຈາກນີ້, ມີນັກຮຽນທີ່ ສອບໄດ້ເກັ່ງຮອບດ້ານ (ຄະແນນສອບເສັງທຸກວິຊາ 7 ຂຶ້ນໄປ) ຈຳນວນ 522 ຄົນ (ຍິງ 268 ຄົນ). ຂະນະດຽວກັນ, ນັກຮຽນທີ່ມີຄະແນນສະເລ່ຍທົ່ວໄປ 7 ຂຶ້ນໄປ ມີເຖິງ 537 ຄົນ (ຍິງ 294 ຄົນ) ເຊິ່ງກວມເອົາເຖິງ 70,20% ຂອງຜູ້ເຂົ້າສອບເສັງທັງໝົດ.
​ສຳລັບນັກຮຽນຜູ້ທີ່ຍາດໄດ້ຄະແນນສູງສຸດ 3 ອັນດັບທຳອິດຂອງແຂວງ ປະກອບມີ: ​ອັນດັບທີ I ນາງ ໄຂ່ມູກດາ ຈັນທະລືໄຊ ມສ ເສດຖາ ໄດ້ 48,00 ຄະແນນ, ​ອັນດັບທີ II ນາງ ທິບມະນີ ຫຼວງເພັດ ມສ ຈັນທາ ໄດ້ 47,97 ຄະແນນ ແລະ ​ອັນດັບທີ III ນາງ ກິນນາລີ ວັນທານຸວົງ ໂຮງຮຽນທິບພະເນດສຶກສາ / ມສ ຈັນທາ ໄດ້ 47,86 ຄະແນນ.
​​ໃນພິທີອັນມີກຽດນີ້, ທ່ານ ອຸດົມສິນ ສີຊານົນ ໄດ້ໃຫ້ກຽດຂຶ້ນມອບໃບຍ້ອງຍໍຂອງປະທານຄະນະກຳມະການປົກຄອງແຂວງອັດຕະປື ໃຫ້ແກ່ນັກຮຽນດີເດັ່ນທັງ 4 ຄົນ ທີ່ໄດ້ຮັບໃບປະກາດແດງ, ພ້ອມທັງມອບໃບຍ້ອງຍໍຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ແກ່ ນາງ ທິບມະນີ ຫຼວງເພັດ ຜູ້ຍາດໄດ້ອັນດັບທີ II ພ້ອມດ້ວຍທຶນການສຶກສາ ແລະ ເງິນລາງວັນຈຳນວນໜຶ່ງ ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ໃຫ້ກຳລັງໃຈ.
​ທ່ານ ອຸດົມສິນ ສີຊານົນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກວ່າ: “ຜົນສຳເລັດອັນສະຫງ່າງາມໃນຄັ້ງນີ້ ແມ່ນໝາກຜົນຂອງຄວາມມານະພະຍາຍາມ, ຄວາມຕັ້ງໃຈສຶກສາຮໍ່າຮຽນຂອງນັກຮຽນ, ການເອົາໃຈໃສ່ຢ່າງໃກ້ຊິດຂອງຄູ-ອາຈານ ແລະ ຜູ້ປົກຄອງ, ບວກກັບການນຳພາ-ຊີ້ນຳຢ່າງແທດເຖິງຂອງຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ ທີ່ໄດ້ຮ່ວມກັນຍົກສູງຄຸນນະພາບການສຶກສາຂອງແຂວງອັດຕະປື ໃຫ້ສູງຂຶ້ນເລື້ອຍໆ. ນີ້ຈະເປັນພື້ນຖານ ແລະ ແຫຼ່ງກຳລັງແຮງງານທີ່ມີຄຸນນະພາບ ໃນການສືບຕໍ່ພັດທະນາທ້ອງຖິ່ນ ແລະ ປະເທດຊາດໃນອະນາຄົດ.”
​ຂ່າວ-ພາບ: ພົມວິຫານ ໄຊຊະນະ, ອັດຕະປື