ຟີຟາ ຢືນຢັນເວລາພັກເຄິ່ງ ນັດຊີງຊະນະເລີດ ບານໂລກ 2026 ມີພຽງແຕ່ 17 ນາທີ

ສະຫະພັນກິລາບານເຕະນານາຊາດ ຫຼື ຟີຟາ (FIFA) ໄດ້ອອກມາຍືນຢັນຢ່າງເປັນທາງການວ່າ ເວລາພັກເຄິ່ງຂອງເກມນັດຊີງຊະນະເລີດຈະຖືກຈຳກັດໄວ້ທີ່ 17 ນາທີເທົ່ານັ້ນ ຊຶ່ງຈະຫຼາຍກວ່າເວລາປົກກະຕິໃນເກມທົ່ວໄປພຽງແຕ່ 2 ນາທີ.
ກ່ອນໜ້ານີ້ມີກະແສຂ່າວລືຢ່າງໜັກວ່າ ການສະແດງຄອນເສີດຈາກສິນລະປິນລະດັບໂລກອາດຈະເຮັດໃຫ້ເວລາພັກເຄິ່ງແກ່ຍາວໄປດົນກວ່າເຄິ່ງຊົ່ວໂມງ.
ແຕ່ຫຼ້າສຸດ ຟີຟາ ໄດ້ແຈ້ງກຳນົດການໄປຍັງສະຫະພັນບານເຕະແຫ່ງຊາດຂອງທັງສອງປະເທດແລ້ວ ໂດຍລະບຸວ່າ ເວລາຂອງການສະແດງມິນິຄອນເສີດຈາກ 3 ສິນລະປິນຊຸບເປີສະຕາຢ່າງ ຊາກີຣາ (Shakira), ມາດອນນາ (Madonna) ແລະ ຈັດຕິນ ບີເບີ (Justin Bieber) ຈະໃຊ້ເວລາພຽງແຕ່ 11 ນາທີເທົ່ານັ້ນ.
ສ່ວນເວລາທີ່ເຫຼືອອີກປະມານ 6 ນາທີ ຈະຖືກຈັດສັນໄວ້ສຳລັບການຕິດຕັ້ງ ແລະ ຮື້ຖອນເວທີ ລວມເຖິງການຫົດນ້ຳພື້ນສະໜາມຫຍ້າ ຊຶ່ງເປັນອີກໜຶ່ງປະເດັນທີ່ທາງຝ່າຍແອັດສະປາຍກຳລັງສະແດງຄວາມກັງວົນ ເນື່ອງຈາກສະພາບພື້ນສະໜາມ ເມັດໄລ (MetLife) ໃນແມັດກ່ອນໆ ເບິ່ງຄືວ່າແຫ້ງ ແລະ ເຮັດໃຫ້ໝາກບານເຄື່ອນທີ່ຊ້າກວ່າປົກກະຕິ.
ນອກຈາກນີ້, ໃນສ່ວນຂອງມາດຕະການຢຸດພັກດື່ມນ້ຳ (Cooling Break) ໃນລະຫວ່າງການແຂ່ງຂັນຈະຍັງຄົງບໍ່ມີການປ່ຽນແປງ ໂດຍຈະມີການພັກ 2 ຄັ້ງຕາມປົກກະຕິໃນໄລຍະກາງຂອງເຄິ່ງທຳອິດ ແລະ ເຄິ່ງຫຼັງ ເພື່ອຊ່ວຍຮັບມືກັບສະພາບອາກາດ ແລະ ອຸນຫະພູມທີ່ພຸ່ງສູງຂຶ້ນໃນທົວນາເມນນີ້.
ຕໍ່ປະເດັນດັ່ງກ່າວຖືວ່າມີຄວາມກະຈ່າງແຈ້ງທຸກຂໍ້ ພວກເຮົາບໍ່ຕ້ອງລໍຖ້າເບິ່ງບານເຕະຈົນຮອດເຊົ້າ-ສາຍແລ້ວ
