Skip to main content

ລັດຖະບານຍີ່ປຸ່ນ ສະໜອງທຶນຊ່ວຍເຫຼືອລ້າ 378 ລ້ານເຢນ ເພື່ອພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ພາຍໃຕ້ໂຄງການ JDS ສົກປີ 2026

21/07/2026
ໃນວັນທີ 15 ກໍລະກົດ 2026, ໄດ້ມີພິທີລົງນາມໃນສັນຍາຊ່ວຍເຫຼືອລ້າ ສໍາລັບ “ໂຄງການສະໜອງທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ (JDS) ສົກປີ 2026” ຢ່າງເປັນທາງການ ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ, ​ຕາງໜ້າລົງນາມໂດຍ ທ່ານ ວົງຄໍາແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ແລະ ທ່ານ ນາງ ໂຄບາຢາຊິ ມິຢາໂກະ ຫົວໜ້າອົງການໄຈກາ (JICA) ປະຈໍາ ສປປ ລາວ, ໂດຍມີຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
​ພາຍໃຕ້ຂໍ້ຕົກລົງສະບັບນີ້, ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນຊ່ວຍເຫຼືອລ້າ ຈຳນວນ 378 ລ້ານເຢນ ຫຼື ປະມານ 2,3 ລ້ານໂດລາສະຫະລັດ ເພື່ອມອບໂອກາດໃຫ້ແກ່ບຸກຄະລາກອນພາກລັດຂອງລາວ ທີ່ໄດ້ຮັບການຄັດເລືອກ ຈຳນວນ 21 ທ່ານ ໃນແຕ່ລະປີ ໄດ້ໄປສຶກສາຕໍ່ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ຢູ່ບັນດາມະຫາວິທະຍາໄລຊັ້ນນໍາ ທີ່ປະເທດຍີ່ປຸ່ນ ໃນສາຂາວິຊາທີ່ເປັນບຸລິມະສິດສູງ ແລະ ມີຄວາມຈຳເປັນຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ.
​ໂຄງການທຶນການສຶກສາ JDS ໄດ້ເລີ່ມຈັດຕັ້ງປະຕິບັດຢູ່ ສປປ ລາວ ຕັ້ງແຕ່ປີ 2000 ເປັນຕົ້ນມາ ຢ່າງຕໍ່ເນື່ອງ. ມາຮອດປັດຈຸບັນ, ມີບຸກຄະລາກອນພາກລັດຂອງລາວ ທັງໝົດ 551 ທ່ານ ທີ່ໄດ້ຮັບທຶນໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ແລະ ໄດ້ນຳເອົາຄວາມຮູ້ຄວາມສາມາດກັບຄືນມາພັດທະນາປະເທດຊາດ. ສໍາລັບສົກປີ 2026 ນີ້, ມີຜູ້ໄດ້ຮັບທຶນ JDS ຈຳນວນ 21 ທ່ານ ທີ່ກຳລັງກະກຽມຈະເດີນທາງໄປສຶກສາຕໍ່ ທີ່ປະເທດຍີ່ປຸ່ນ ໃນເດືອນສິງຫາ ທີ່ຈະມາເຖິງນີ້.
​ສຳລັບຜູ້ທີ່ສົນໃຈສະໝັກທຶນ JDS ສົກປີໃໝ່ ທີ່ກຳລັງຈະເປີດຮັບສະໝັກໃນໄວໆນີ້, ສາມາດຕິດຕາມຂໍ້ມູນຂ່າວສານ ແລະ ລາຍລະອຽດເພີ່ມເຕີມໄດ້ທີ່ ເຟດບຸກເພຈ: JICA Laos ຫຼື JDS Laos.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ