ສສກ.ນວ ຈັດພິທີສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ພ້ອມມອບໃບຍ້ອງຍໍ ແລະ ທຸງໄຊ 3 ດີ
21/07/2026

ວັນທີ 17 ກໍລະກົດ 2026 ນີ້, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ສສກ.ນວ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ຢ່າງສົມກຽດ ແລະ ມີເນື້ອໃນເລິກເຊິ່ງ ທີ່ໂຮງຮຽນ ມສ ວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ລີປາເອ້ຍ ລີບົວປາວ ກໍາມະການພັກນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລພອນ ແກ້ວໂພໄຊ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ໄພເລາະ ສັງທອງ ຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ, ປະທານສະຫະພັນແມ່ຍິງ ສສກ.ນວ; ພ້ອມນີ້ ກໍມີຄະນະບໍລິຫານງານຊາວໜຸ່ມ, ປະທານສະຫະພັນກໍາມະບານ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຜູ້ອໍານວຍການໂຮງຮຽນ, ຄະນະປະທານ ແລະ ສະມາຊິກສະຫະພັນແມ່ຍິງທົ່ວພະແນກ ສສກ.ນວ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີອັນມີຄວາມໝາຍຄວາມສໍາຄັນນີ້, ທ່ານ ນາງ ວິໄລພອນ ແກ້ວໂພໄຊ ໄດ້ໃຫ້ກຽດຂຶ້ນເລົ່າມູນເຊື້ອປະຫວັດຄວາມເປັນມາ ແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 71 ປີ ທີ່ຜ່ານມາ ໂດຍໄດ້ຍົກໃຫ້ເຫັນເຖິງການອຸທິດຕົນ ແລະ ຜົນງານການເຄື່ອນໄຫວອັນໂດດເດັ່ນຂອງແມ່ຍິງລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂອກາດດຽວກັນ, ທ່ານ ນາງ ລີປາເອ້ຍ ລີບົວປາວ ກໍໄດ້ຂຶ້ນມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກເຖິງ 5 ຄຸນລັກສະນະທີ່ເປັນມູນເຊື້ອອັນດີງາມຂອງແມ່ຍິງລາວ ທີ່ທ່ານປະທານ ໄກສອນ ພົມວິຫານ ໄດ້ເຄີຍໂອ້ລົມໄວ້ ເຊິ່ງລວມມີ ຄວາມດຸໝັ່ນຂະຫຍັນພຽນ, ຄວາມບໍລິສຸດຜຸດຜ່ອງ, ຄວາມເອື້ອເຟື້ອເພື່ອແພ່, ຄວາມຮັກຊາດແພງເຊື້ອ ແລະ ການມີກິລິຍາມາລະຍາດອັນອ່ອນຫວານ. ພ້ອມທັງໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງທຸກທົ່ວໜ້າ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ບຸກບືນພັດທະນາຕົນເອງໃນທຸກດ້ານ ເປັນຕົ້ນແມ່ນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ພາສາຕ່າງປະເທດ ເພື່ອຕອບສະໜອງໜ້າທີ່ການເມືອງໃນໄລຍະໃໝ່; ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ຕັ້ງໜ້າສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ ໂດຍຜ່ານການຜະລິດເປັນສິນຄ້າ ແລະ ຫັດຖະກໍາ ເຊັ່ນ: ການຕໍ່າແຜ່ນແພໄໝ ແລະ ຜ້າຝ້າຍ ເປັນຕົ້ນ.
ໃນພິທີຍັງໄດ້ມີການສະຫຼຸບ ແລະ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VIII (2021-2025) ຂອງຄະນະພັກຮາກຖານ ສສກ.ນວ ພ້ອມທັງຈັດພິທີມອບໃບຍ້ອງຍໍ ແລະ ທຸງໄຊ 3 ດີ ໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ. ໃນນັ້ນ, ທ່ານ ນາງ ລີປາເອ້ຍ ລີບົວປາວ ໄດ້ໃຫ້ກຽດຂຶ້ນຮັບໃບຍ້ອງຍໍການຈັດຕັ້ງປະຕິບັດວຽກງານຂະບວນການ 3 ດີ ຂອງຄະນະພັກຮາກຖານ. ພ້ອມກັນນັ້ນ, ທ່ານ ນາງ ໄພເລາະ ສັງທອງ ພ້ອມດ້ວຍຄະນະ ກໍໄດ້ຂຶ້ນຮັບທຸງໄຊ 3 ດີ ແລະ ໃບຍ້ອງຍໍຢ່າງສົມກຽດ ໂດຍໃຫ້ກຽດມອບຂອງ ທ່ານ ນາງ ວິໄລພອນ ແກ້ວໂພໄຊ ເພື່ອເປັນການກະຕຸກຊຸກຍູ້ໃຫ້ແກ່ການເຄື່ອນໄຫວວຽກງານສະຫະພັນແມ່ຍິງໃນຕໍ່ໜ້າ ໃຫ້ຍາດໄດ້ຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.
ພາບ-ຂ່າວ: ສົງການ ພັນແພງດີ














