ຊາວພຸດທະສາສະນິກະຊົນ ຮ່ວມບຸນຜ້າປ່າສາມັກຄີ ເພື່ອສົມທົບທຶນສ້າງຫໍທັມມະສະພາ

ເພື່ອສືບຕໍ່ລະດົມທຶນສົມທົບການກໍ່ສ້າງຫໍທັມມະສະພາ ຂອງອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ ໃຫ້ສຳເລັດຕາມແຜນການ ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ຈະຈັດພິທີບຸນຜ້າປ່າສາມັກຄີ ພ້ອມທັງຖວາຍໜັງສືພຣະໄຕຣປີດົກ ຂຶ້ນໃນຕອນແລງຂອງວັນທີ 19 ກໍລະກົດ 2026 ນີ້ ທີ່ໜ້າວັດແສນ ຫາ ວັດຊຽງທອງ ນະຄອນຫຼວງພະບາງ.
ໃນພິທີບຸນດັ່ງກ່າວ ຝ່າຍຄະນະສົງ ມີ ສາທຸໃຫຍ່ ອ່ອນແກ້ວ ກິຕຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຫຼວງພະບາງ ພ້ອມຄະນະສົງພາຍໃນແຂວງ. ສ່ວນຝ່າຍຄາລະວາດ ນຳໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນຳຂັ້ນສູງພັກ-ລັດ ແລະ ປະທານຝ່າຍຄາລະວາດ ໂຄງການກໍ່ສ້າງຫໍທັມມະສະພາ, ພ້ອມດ້ວຍ ທ່ານ ນາງ ບົວສີ ສີສຸລາດ ແລະ ຄອບຄົວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍການນຳຂັ້ນແຂວງ ແລະ ນະຄອນຫຼວງພະບາງ ເຂົ້າຮ່ວມ.
ພາຍໃນງານໄດ້ມີການຖວາຍກອງຜ້າປ່າສາມັກຄີ ເພື່ອສົມທົບທຶນກໍ່ສ້າງຫໍທັມມະສະພາ ພ້ອມທັງຖວາຍໜັງສືພຣະໄຕຣປີດົກ ເພື່ອປະດິດສະຖານໄວ້ໃນພະອາຮາມ ເປັນສົມບັດຂອງພຸດທະສາສະໜາ ແລະ ເປັນແຫຼ່ງສຶກສາຄົ້ນຄວ້າພຣະທັມວິໄນ.
ໃນໂອກາດນີ້ ອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ, ຊາວພຸດທະສາສະນິກະຊົນ ທັງພາຍໃນ ແລະ ຕ່າງແຂວງ ເຂົ້າຮ່ວມຂະບວນແຫ່ຜ້າປ່າສາມັກຄີ ຮ່ວມອານຸໂມທະນາບຸນ ແລະ ປະກອບສ່ວນບໍລິຈາກປັດໄຈ ເພື່ອສົມທົບທຶນກໍ່ສ້າງຫໍທັມມະສະພາ ໃຫ້ສຳເລັດຕາມເປົ້າໝາຍ ອັນເປັນການຮ່ວມສືບສານ ແລະ ທຳນຸບຳລຸງພຸດທະສາສະໜາ ໃຫ້ຄົງຢູ່ຄູ່ສັງຄົມລາວ.
ຂ່າວ: ທະນູສິນ ອິດທິພົນ
ພາບ: ສອນອາຄົມ ແກ້ວຄໍາເພັດ


