ແມ່ຍິງຮາກຖານ ສວສ ຈັດກິດຈະກຳທັດສະນະສຶກສາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ
21/07/2026

ຄະນະບໍລິຫານງານແມ່ຍິງຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຈັດກິດຈະກຳທັດສະນະສຶກສາ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ.
ການທັດສະນະສຶກສາດັ່ງກ່າວ, ໄດ້ມີຂຶ້ນໃນວຫນທີ 20 ກໍລະກົດ 2026 ໃຫ້ກຽດນຳພາໂດຍ ສະຫາຍ ນາງ ປະພາວະດີ ເອກະນາດ ຮອງປະທານແມ່ຍິງຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ ວົງເພັດ ອຸດົມລິດ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຄະນະຊາວໜຸ່ມ, ກຳມະບານ ແລະ ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງພາຍໃນສະຖາບັນ ສວສ ຢ່າງພ້ອມພຽງ.
ໃນການທັດສະນະສຶກສາຄັ້ງນີ້, ຄະນະນຳພາ ແລະ ເອື້ອຍນ້ອງແມ່ຍິງ ໄດ້ເດີນທາງໄປຢ້ຽມຊົມ ພິທິທະພັນສິລະປະລາວ ເພື່ອຮຽນຮູ້ ແລະ ສຶກສາຄົ້ນຄວ້າກ່ຽວກັບມູນເຊື້ອວັດທະນະທຳ, ສິລະປະອັນລຳຄ່າຂອງຊາດ. ຈາກນັ້ນ, ໄດ້ເດີນທາງໄປຢ້ຽມຊົມ ສວນໝາກອິນທະຜະລຳ,
ກິດຈະກຳດັ່ງກ່າວ ບໍ່ພຽງແຕ່ເປັນການລະນຶກເຖິງມູນເຊື້ອວັນປະຫວັດສາດຂອງແມ່ຍິງລາວເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມສາມັກຄີຮັກແພງ, ເພີ່ມພູນຄູນສ້າງຄວາມຮູ້ ແລະ ປະສົບການຕົວຈິງ ໃຫ້ແກ່ເອື້ອຍນ້ອງແມ່ຍິງຮາກຖານ ສວສ ເພື່ອເປັນແຮງຊຸກດັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີຜົນສຳເລັດໃໝ່ຍິ່ງໆຂຶ້ນໃນຕໍ່ໜ້າ.














