ສ້າງຄວາມເຂັ້ມແຂງໃຫ້ຄູສອນພາສາອັງກິດ ຊັ້ນມັດທະຍົມສຶກສາ ທົ່ວແຂວງບໍລິຄຳໄຊ

ພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຝຶກອົບຮົມຫຼັກສູດການຮຽນ-ການສອນໃຫ້ ຄູສອນພາສາອັງກິດ ໄລຍະ 3 ສໍາລັບຊັ້ນມັດທະຍົມສຶກສາ ມ.1-ມ.7 ໃນວັນທີ 20 ກໍລະກົດ 2026 ທີ່ສະໂມສອນ ໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການໃຫ້ທຶນຂອງອົງການ (ELIC) ພາຍໄຕ້ການເປັນປະທານຂອງທ່ານ ປອ ດາວເຮືອງ ກອງສົມບັດ ຄະນະພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ໃຫ້ກຽດເຊົ້າຮ່ວມຂອງທ່ານ ປອ ນາງ ລິນດາ ໂດເດັນ (Linda DOEDEN) ຜູ້ຕາງໜ້າອົງການ ELIC ແລະ ທ່ານ ສົງກາ ແກ້ວຈັນສີ ຕາງໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ຄະນະຮັບຜິດຊອບກອງປະຊຸມ, ທີມງານຄູຝຶກ, ຕາງໜ້າຫ້ອງການສຶກສາທິການ ແລະ ກິລາ 7 ຕົວເມືອງ ພ້ອມດ້ວຍຄູສອນພາສາອັງກິດ ທີ່ມາຈາກ 7 ຕົວເມືອງ ທົ່ວແຂວງບໍລິຄໍາໄຊເຂົ້າຮ່ວມ.
ກອງປະຊຸມຝຶກອົບຮົມການຮຽນ – ການສອນຫຼັກສູດພາສາອັງກິດສໍາລັບຊັ້ນມັດທະຍົມສຶກສາ ມ.1 ຫາ ຊັ້ນ ມ.7 ຈະນໍາເດີນໄປເປັນເວລາ 11 ວັນ ເລີ່ມວັນທີ 20 ກໍລະກົດ ຫາ 30 ກໍລະກົດ 2026 ມີສໍາມະນາກອນເຂົ້າຮ່ວມທັງໝົດ 164 ທ່ານ, ມາຈາກຫ້ອງການສຶກສາທິການ ແລະ ກິລາເມືອງ 7 ຕົວເມືອງ ເມືອງລະ 1 ທ່ານ ລວມ 7 ທ່ານ, ມາຈາກເມືອງປາກຊັນ 33 ທ່ານ, ເມືອງທ່າພະບາດ 19 ທ່ານ, ເມືອງບໍລິຄັນ 26 ທ່ານ, ເມືອງປາກກະດິງ 19 ທ່ານ, ເມືອງຄໍາເກີດ 37 ທ່ານ, ເມືອງວຽງທອງ 17 ທ່ານ ແລະ ເມືອງໄຊຈໍາພອນ 6 ທ່ານ.
ໃນການຝຶກອົບຮົມຄັ້ງນີ້ ສໍາມະນາກອນຈະໄດ້ທວນຄືນຄໍາສັບ ແລະ ໂຄງສ້າງປະໂຫຍກ, ຄໍາສັບໃຫມ່ໆ, ປະໂຫຍກພື້ນຖານ Base sentence, ການໃຊ້ປະໂຫຍກພື້ນຖານໃນກິດຈະກໍາຕ່າງໆ Base sentence Activity, ການເຮັດບົດຝຶກຫັດຕ່າງໆຈາກປຶ້ມແບບຮຽນ, ສໍາມະນາກອນສາມາດນໍາໃຊ້ໂຄງການສອນນີ້ເມື່ອເລີ່ມຕົ້ນການສ້າງແຜນການຮຽນ-ການສອນຂອງຕົນ ເພື່ອໃຫ້ນັກຮຽນໄດ້ຮຽນຮູ້, ສ້າງພື້ນຖານທີ່ເຂັ້ມແຂງໃຫ້ນັກຮຽນໃນການນໍາໃຊ້ພາສາຮຽນໃນຕໍ່ໜ້າ.
ໃນຕອນທ້າຍພິທີ, ທ່ານ ປອ ດາວເຮືອງ ກອງສົມບັດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນກອງປະຊຸມຄັ້ງນີ້ ເຊິ່ງເປັນການຍົກສູງ ຄວາມຮູ້ ຄວາມສາມາດ ດ້ານການຮຽນ-ການສອນພາສາອັງກິດ ຊັ້ນມັດທະຍົມສຶກສາໃນຍຸກປັດຈຸບັນ. ພ້ອມນັ້ນ ທ່ານຍັງເນັ້ນໜັກໃຫ້ ສໍາມະນາກອນ ແຕ່ລະທ່ານໃຫ້ເອົາໃຈໃສ່ສຶກສາຄົ້ນຄວ້າ ຖອດຖອນບົດຮຽນ ອັນໃໝ່ໆນໍາຄູຝຶກ ແລະ ສໍາມະນາກອນດ້ວຍກັນ ເພື່ອຍົກສູງລະດັບຄຸນນະພາບການຮຽນ-ການສອນພາຍໃນໂຮງຮຽນ ກໍ່ຄືເມືອງຂອງຕົນ ໃຫ້ມີຄຸນນະພາບດີຂື້ນເລື້ອຍໆ.
ຂ່າວ: ສີສຸພັນ ສກຂ ບໍລິຄໍາໄຊ



