Skip to main content

ສສກ ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງມະຕິ ວ່າດ້ວຍການພັດທະນາ ຊັບພະຍາກອນມະນຸດ

21/07/2026
ໃນວັນທີ 21 ກໍລະກົດ 2026 ທີ່ຫ້ອງປະຊຸມໄອຊີທີ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດ, ມີຄະນະນໍາຈາກບັນດາກະຊວງອ້ອມຂ້າງ, ຄະນະຈັດຕັ້ງສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະພາທິດສະດີສູນກາງພັກ, ປະທານຄະນະກໍາມາທິການວັດທະນະທໍາ, ສັງຄົມ ແລະ ເຜົ່າ ສະພາແຫ່ງຊາດ, ຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ, ຜູ້ອຳນວຍການໃຫຍ່, ຜູ້ອໍານວຍການ ມະຫາວິທະຍາໄລ ແລະ ຫົວໜ້າກົມ-ຮອງຫົວໜ້າກົມ, ຜູ້ຕາງໜ້າຊ່ຽວຊານທະນາຄານໂລກ ແລະ ຄູ່ຮ່ວມພັດທະນາ ທີ່ເຂົ້າຮ່ວມທັງເຊິ່ງໜ້າ ແລະ ອອນລາຍ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ການພັດທະນາຊັບພະຍາກອນມະນຸດ ກໍມີຄວາມຄືບໜ້າພໍສົມຄວນ ຕະຫຼອດໄລຍະ 30 ກວ່າປີມານີ້, ພາຍໃຕ້ການຊີ້ນໍາຂອງພັກ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງ, ດັດຊະນີຊັບສິນມະນຸດ (HAI) ເພີ່ມຂຶ້ນຈາກ 46.4 ໃນປີ 2003 ເປັນ 75.30 ໃນປີ 2025; ດັດຊະນີພັດທະນາມະນຸດ (HDI) ເພີ່ມຂຶ້ນຈາກ 0.405 ໃນປີ 1990 ມາເປັນ 0.617 ໃນປີ 2023 (ເພີ່ມຂຶ້ນ 50%), ເຊິ່ງເປັນພື້ນຖານໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ເຖິງຢ່າງໃດກໍດີ, ກໍຍັງມີຂໍ້ຄົງຄ້າງທີ່ຕ້ອງເລັ່ງແກ້ໄຂ ເປັນຕົ້ນແມ່ນ ການຜັນຂະຫຍາຍມະຕິເປັນແຜນງານຕົວຈິງຍັງຊັກຊ້າ, ການປະຕິຮູບການສຶກສາບໍ່ທັນແຂງແຮງ, ຫຼັກສູດບໍ່ທັນທັນສະໄໝ, ຂາດງົບປະມານ ແລະ ນະໂຍບາຍຊຸກຍູ້ຄູຢູ່ເຂດຫ່າງໄກ. ໂຄງລ່າງສາທາລະນະສຸກ ແລະ ສີມືແຮງງານຍັງບໍ່ທັນທັນກັບເຕັກໂນໂລຊີ ແລະ ຄວາມຕ້ອງການຂອງຕະຫຼາດ.
ຈາກປັດໄຈດັ່ງກ່າວ ຈຶ່ງໄດ້ເລັ່ງທວງໃຫ້ທົ່ວສັງຄົມຕ້ອງເພີ່ມທະວີຄວາມຮັບຜິດຊອບທາງການເມືອງ ແລະ ຈໍາເປັນຕ້ອງປັບປຸງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ເພື່ອໃຫ້ສອດຄ່ອງກັບໂຄງການການເມືອງສະບັບທີ 3 ຂອງພັກ (ສະບັບປີ 2026), ມະຕິສູນກາງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດເສດຖະກິດ-ສັງຄົມ 10 ປີ (2026-2035). ແມ່ນຄວາມຈໍາເປັນເພື່ອສ້າງສັກກະຍະພາບໃຫ້ຄົນລາວສາມາດແຂ່ງຂັນ, ເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ ບົນຈິດໃຈເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນດິຈິຕອນ, ສີຂຽວ ແລະ ຍືນຍົງ. ສຳລັບທິດທາງ ໄລຍະຍາວ, ຄາດຫວັງວ່າ ຮອດປີ 2055 ປະຊາຊົນລາວຕ້ອງມີຄວາມ ໜັກແໜ້ນທາງດ້ານຄຸນທາດການເມືອງ, ມີນັກວິທະຍາສາດ ແລະ ຜູ້ຊ່ຽວຊານລະດັບສູງ. ຍົກລະດັບຄຸນນະພາບຊີວິດໃຫ້ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ ແລະ ເສດຖະກິດທັນສະໄໝ, ໂດຍສາມາດເພີ່ມດັດຊະນີທຶນມະນຸດ (HCI) ໃຫ້ໄດ້ 0.61 ຂຶ້ນໄປ.
ສໍາລັບຮ່າງມະຕິສະດັ່ງກ່າວ, ໄດ້ຜ່ານຂະບວນການຄົ້ນຄວ້າຢ່າງລະອຽດ ແລະ ວິທະຍາສາດ ໂດຍຄະນະກໍາມາທິການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດ ຮ່ວມກັບບັນດາກະຊວງຂະແໜງການ. ປັດຈຸບັນ, ໄດ້ຮັບການປັບປຸງມາຮອດ ຮ່າງທີ 24 ສະບັບປັບປຸງ ວັນທີ 12 ກໍລະກົດ 2026. ໂດຍມີມາດຕະການຈັດຕັ້ງປະຕິບັດທີ່ຊັດເຈນ ເຊັ່ນ: ການເຊື່ອມຊຶມໃນທຸກຂັ້ນ, ການແບ່ງຂັ້ນຄຸ້ມຄອງທີ່ລະອຽດ, ການເພີ່ມການມີສ່ວນຮ່ວມຂອງທົ່ວສັງຄົມ, ການປັບປຸງນິຕິກໍາ ແລະ ການສ້າງແຫຼ່ງທຶນສະເພາະ ເພື່ອຮັບປະກັນໃຫ້ມະຕິສະບັບນີ້ປະກົດຜົນເປັນຈິງ.
ໃນກອງປະຊຸມດັ່ງກ່າວ, ແມ່ນໄດ້ຮັບຟັງເນື້ອໃນຮ່າງມະຕິທີ່ສໍາຄັນຂອງກົມການເມືອງ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່. ພ້ອມດຽວກັນ ກໍໄດ້ຮັບຟັງການນໍາສະເໜີ ຂອງຜູ້ຊ່ຽວຊານຈາກ ມະຫາວິທະຍາໄລແຫ່ງຊາດ, ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ທາງດ້ານວິທິວິທະຍາ ການຄິດໄລ່ຕົວຊີ້ບອກ ຂອງຄາດໝາຍສູ້ ຊົນແຕ່ລະໄລຍະ ຮອດ ປີ 2055 ແລະ ປະກອບຄໍາຄິດເຫັນຮ່ວມກັນ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ