Skip to main content

ຟີຟາ ສັ່ງສອບສວນເຫດການຫຼັງເກມນັດຊີງຊະນະເລີດບານໂລກ 2026

ສະຫະພັນບານເຕະນານາຊາດ ຫຼື ຟີຟາ (FIFA) ໄດ້ປະກາດເປີດການສອບສວນເຫດການຄວາມວຸ້ນວາຍ ແລະ ພຶດຕິກຳຄວາມຮຸນແຮງຢ່າງເປັນທາງການ ຫຼັງຈົບເກມນັດຊີງຊະນະເລີດ ບານໂລກ 2026 ທີ່ ທີມຊາດແອັດສະປາຍ (ສະເປນ) ເອົາຊະນະ ທີມຊາດອາກຊັງຕິນ (ອາເຈນຕິນາ) ໄປໄດ້ 1-0 ທີ່ສະໜາມເມັດໄລ້ ສະເຕດຽມ (MetLife Stadium).
ຫຼັງມີຄລິບວິດີໂອເຜີຍແຜ່ເຫດການຄວາມຮຸນແຮງຂອງນັກເຕະທັງສອງຝ່າຍ ໂດຍມີຜູ້ຫຼິ້ນອາກຊັງຕິນເປັນຊະນວນເຫດສຳຄັນ ບໍ່ວ່າຈະເປັນ ເລອັນໂດຣ ປາເຣເດດ ແລະ ຕິອາໂກ ອັນມາດາ ທີ່ເຂົ້າໄປຈັບ ກາບີ ກອງກາງຂອງ ແອັດສະປາຍ ທຸ້ມລົງກັບພື້ນ. ຂະນະທີ່ກ່ອນໜ້ານັ້ນ ປາເຣເດດ ຫາກໍບີບຄໍ ເອຣິກ ກາເຊຍ ໄປໝາດໆ ສ່ວນ ນາເວວ ໂມລີນາ ກໍຕົກເປັນຂ່າວພະຍາຍາມປ່ອຍໝັດໃສ່ ໂຣດຣີ ໃນໄລຍະທີ່ແລ່ນສະຫຼອງໄຊຊະນະ.
ນອກຈາກນີ້, ນິໂກລັດ ໂອຕາເມນດີ ກອງຫຼັງປະສົບການສູງ ຍັງເປີດປະເດັນເນື່ອງຈາກບໍ່ພໍໃຈບົດສຳພາດກ່ອນເກມຂອງ ເອມເມີຣິກ ລາປອກ. ແຖມຍັງມີລາຍງານວ່າ ໂຣແບໂຕ ອາຍາລາ ຄະນະຄູຝຶກທີມຊາດອາກຊັງຕິນ ໄດ້ລົງມືທຳຮ້າຍ ດານີ ໂອໂມ ກອງກາງແອັດສະປາຍອີກດ້ວຍ. ເຖິງແມ່ນວ່າຕອນທຳອິດຈະມີລາຍງານວ່າ ປາເຣເດດ ຖືກໃບແດງຫຼັງຈົບເກມ ແຕ່ ຟີຟາ ໄດ້ທຳການແກ້ໄຂຂໍ້ມູນ ແລະ ຢືນຢັນວ່າ ສະລາບໂກ ວິນຊິດ ຜູ້ຕັດສິນໃນເກມນັ້ນບໍ່ໄດ້ຈົກໃບແດງໃຫ້ລາວແຕ່ຢ່າງໃດ ແຕ່ວ່າກອງກາງລາຍນີ້ກໍອາດຈະບໍ່ລອດພົ້ນບົດລົງໂທດທີ່ໜັກກວ່າເດີມ ຫຼັງ ຟີຟາ ສົ່ງເລື່ອງໃຫ້ຄະນະກຳມະການວິໄນ ແລະ ຈາລິຍະທຳເຂົ້າມາສອບສວນເຫດການສາວທີ່ເກີດຂຶ້ນແລ້ວ.
“ຫຼັງຈາກການປະເມີນບົດລາຍງານການແຂ່ງຂັນນັດຊີງຊະນະເລີດ ບານໂລກ ລະຫວ່າງ ແອັດສະປາຍ ແລະ ອາກຊັງຕິນ, ຄະນະກຳມະການວິໄນຂອງ ຟີຟາ ໄດ້ແຕ່ງຕັ້ງຄະນະກຳມະການຝ່າຍວິໄນ ແລະ ຈາລິຍະທຳ ເພື່ອສອບສວນການລະເມີດກົດລະບຽບທີ່ອາດເກີດຂຶ້ນ ແລະ ຈະມີການແຈ້ງລາຍລະອຽດເພີ່ມເຕີມໃຫ້ຊາບຕໍ່ໄປ” ຖະແຫຼງການຈາກຟີຟາລະບຸ.
ສຳລັບ ສະຫະພັນບານເຕະແຫ່ງຊາດອາກຊັງຕິນ ແລະ ບັນດານັກເຕະ ຫາກຖືກຕັດສິນວ່າມີຄວາມຜິດຈິງຕາມມາດຕາ 14 ຂອງປະມວນກົດລະບຽບວິໄນຟີຟາ, ຜູ້ຫຼິ້ນທີ່ກະທຳຄວາມຜິດເລື່ອງການໃຊ້ຄວາມຮຸນແຮງ ຫຼື ທຳຮ້າຍຮ່າງກາຍຄູ່ກໍລະນີ ຈະຖືກບົດລົງໂທດສັ່ງແບນຢ່າງໜ້ອຍ 3 ນັດທັນທີໃນການແຂ່ງຂັນລະດັບຊາດ ພ້ອມປັບໃໝເງິນຈຳນວນຫຼາຍ. ຍິ່ງໄປກວ່ານັ້ນ, ອາກຊັງຕິນ ຍັງມີຄະດີເກົ່າທີ່ຖືກ ຟີຟາ ຕັ້ງສອບສວນຢູ່ກ່ອນແລ້ວ ຈາກກໍລະນີທີ່ນັກເຕະອາກຊັງຕິນຍົກປ້າຍຂໍ້ຄວາມການເມືອງ “Las Malvinas son Argentinas” (ໝູ່ເກາະຟອກແລນເປັນຂອງອາກຊັງຕິນ) ຫຼັງເກມເອົາຊະນະ ອັງກິດ 2-1 ໃນຮອບຮອງຊະນະເລີດ ເຊິ່ງຖືເປັນປະເດັນພິພາດທາງດິນແດນທີ່ລະອຽດອ່ອນຢ່າງຍິ່ງ.