ສສກ ອົບຮົມວຽກງານການຈັດຊື້-ຈັດຈ້າງ ໃຫ້ຜູ້ຮັບຜິດຊອບຂອງບັນດາຫົວໜ່ວຍການເງິນທີ່ຂຶ້ນກັບກະຊວງ
27/07/2026

ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2026 ທີ່ຫ້ອງປະຊຸມຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານການຈັດຊື້-ຈັດຈ້າງ ໃນຂະແໜງການສຶກສາ ແລະ ກິລາ ໃຫ້ຜູ້ຮັບຜິດຊອບຂອງບັນດາຫົວໜ່ວຍການເງິນທີ່ຂຶ້ນກັບກະຊວງ ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມ-ຮອງກົມ, ຜູ້ຮັບຜິດຊອບຂອງບັນດາຫົວໜ່ວຍການເງິນ ທີ່ຂຶ້ນກັບກະຊວງ ລວມທັງສະຖາບັນ, ວິທະຍາໄລ, ສູນ ແລະ ໂຮງຮຽນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຝຶກອົບຮົມວຽກງານການຈັດຊື້-ຈັດຈ້າງ ຂອງຂະແໜງການສຶກສາທິການ ແລະ ກິລາ ໃຫ້ຜູ້ຮັບຜິດຊອບຂອງ ສະຖາບັນ, ວິທະຍາໄລ, ສູນ ແລະ ໂຮງຮຽນ ທີ່ເປັນຫົວໜ່ວຍການເງິນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ໂດຍຄະນະຮັບຜິດຊອບຈາກກະຊວງສຶກສາທິການ ແລະ ກິລາ ແລະ ຜູ້ຕາງໜ້າປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ນໍາສະເໜີບັນດານິຕິກໍາທີ່ກ່ຽວຂ້ອງກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ວິທີ ແລະ ຂັ້ນຕອນຂອງການຈັດຕັ້ງປະຕິບັດ ການຈັດຊື້-ຈັດຈ້າງ ແລະ ນໍາພານັກສໍາມະນາການປະກອບເອກະສານປະມູນ ເພື່ອມີຄວາມເຂົ້າໃຈລະອຽດ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງໄດ້.
ໃນໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວເປີດກອງປະຊຸມ ໂດຍເນັ້ນໃຫ້ບັນດາຜູ້ເຂົ້າຮ່ວມ ເອົາໃຈໃສ່ຮ່ຳຮຽນ, ແລກປ່ຽນບົດຮຽນ, ຊັກຖາມບັນຫາຂໍ້ຂ້ອງໃຈ ແລະ ນຳເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມ ໄປປະຍຸກໃຊ້ໃນການປະຕິບັດວຽກງານຕົວຈິງ ເພື່ອໃຫ້ວຽກງານຈັດຊື້-ຈັດຈ້າງ ຂອງຂະແໜງການ ມີຄວາມຖືກຕ້ອງ, ຮັດກຸມ ແລະ ໂປ່ງໃສ. ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ຄາດວ່າຈະຊ່ວຍໃຫ້ບຸກຄະລາກອນຂະແໜງການສຶກສາທິການ ແລະ ກິລາ ມີຄວາມຮູ້ ແລະ ທັກສະເພີ່ມຂຶ້ນ ສາມາດນຳໄປປະຕິບັດໜ້າທີ່ວຽກງານຈັດຊື້-ຈັດຈ້າງໃຫ້ເປັນໄປຕາມຫຼັກການ ແລະ ລະບຽບການຢ່າງເຄັ່ງຄັດ ອັນຈະປະກອບສ່ວນຕໍ່ການຍົກສູງປະສິດທິພາບ, ຄວາມໂປ່ງໃສ ແລະ ຄຸນນະພາບໃນການບໍລິຫານວຽກງານຂອງຂະແໜງການສຶກສາທິການ ແລະ ກິລາ.
ການຝຶກອົບຮົມໃນຄັ້ງນີ້ ຈະດຳເນີນໄປເປັນເວລາ 4 ວັນ ແຕ່ວັນທີ 27-30 ກໍລະກົດ 2026 ໂດຍມີບັນດາວິທະຍາກອນ ແລະ ພາກສ່ວນວິຊາການ ຮ່ວມຖ່າຍທອດຄວາມຮູ້ກ່ຽວກັບຫຼັກການ, ຂັ້ນຕອນ, ລະບຽບການ ແລະ ວິທີການດຳເນີນວຽກງານຈັດຊື້-ຈັດຈ້າງ ພ້ອມທັງແລກປ່ຽນບົດຮຽນ ແລະ ຕອບຂໍ້ຊັກຖາມຈາກຜູ້ເຂົ້າຮ່ວມ.
ພາບ-ຂ່າວໂດຍ: ບຸນທະວີ ນະວົງສາ














