Skip to main content

ລະດົມຄວາມຄິດໃສ່ (ຮ່າງ) ຄຳແນະນຳ ກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ

21/07/2026
ຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ຈັດກອງປະຊຸມລະດົມຄຳຄິດຄຳເຫັນໃສ່ (ຮ່າງ) ຄຳແນະນຳ ວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ ໃນວັນທີ 21 ກໍລະກົດ 2026 ທີ່ຫ້ອງປະຊຸມຂອງຫ້ອງການດັ່ງກ່າວ (ໃນຂອບເຂດສຳນັກງານນາຍົກລັດຖະມົນຕີ) ໂດຍການເປັນປະທານຂອງທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ, ສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ແກ້ວອຸທອນ ລຸນແສງຈັນ ໄດ້ກ່າວມີຄຳເຫັນເປີດກອງປະຊຸມ ພ້ອມທັງກ່າວເຖິງຄວາມສຳຄັນ ໃນການປັບປຸງນິຕິກຳ ເພື່ອຜັນຂະຫຍາຍເນື້ອໃນ ມາດຕາ 34 ຂອງກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ ເລກທີ 26/ສພຊ, ລົງວັນທີ 29 ທັນວາ 2022) ແລະ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາວິທະຍາສາດແຫ່ງຊາດ (ສະບັບເລກທີ 375/ນຍ, ລົງວັນທີ 12 ທັນວາ 2023) ໃຫ້ມີຄວາມລະອຽດ, ຈະແຈ້ງ, ຮັດກຸມ ແລະ ແທດເໝາະກັບສະພາບການພັດທະນາໃນປັດຈຸບັນ. ພ້ອມນັ້ນ, ໃນກອງປະຊຸມຍັງເປັນການປຶກສາຫາລືປະກອບຄໍາຫັນໃສ່ (ຮ່າງ) ຄໍາແນະນໍາ ກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວ ສະພາວິທະຍາສາດຂອງຂະແໜງການ ເພື່ອເຮັດໃຫ້ (ຮ່າງ) ເອກະສານດັ່ງກ່າວ ມີຄວາມສົມບູນ, ຮັດກຸມ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
ຈາກນັ້ນ, ທ່ານ ສຸວັນ ການສິນໄຊ ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ຂຶ້ນນຳສະເໜີ (ຮ່າງ) ຄຳແນະນຳ ວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ, ເຊິ່ງເນື້ອໃນຕົ້ນຕໍຂອງ (ຮ່າງ) ຄຳແນະນຳສະບັບນີ້ ໄດ້ກໍານົດຢ່າງຈະແຈ້ງກ່ຽວກັບ ຈຸດປະສົງ ເພື່ອເປັນບ່ອນອີງໃນການກຳນົດມາດຕະຖານ, ຫຼັກການ ແລະ ຂັ້ນຕອນການສ້າງຕັ້ງສະພາວິທະຍາສາດຂອງຂະແໜງການ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ; ທີ່ຕັ້ງ ແລະ ພາລະບົດບາດ ເປັນອົງການຈັດຕັ້ງວິຊາການ ຢູ່ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນ ເຮັດໜ້າທີ່ເປັນເສນາທິການ ແລະ ໃຫ້ຄຳປຶກສາດ້ານການຄົ້ນຄວ້າ, ພິຈາລະນາຮັບຮອງຫົວຂໍ້/ໂຄງການຄົ້ນຄວ້າ, ການໃຫ້ຕຳແໜ່ງ, ນາມມະຍົດ ແລະ ລາງວັນນັກຄົ້ນຄວ້າ; ເງື່ອນໄຂ ແລະ ໂຄງປະກອບບຸກຄະລາກອນ ຕ້ອງມີສະມາຊິກຢ່າງໜ້ອຍ 7 ທ່ານ, ໃນນັ້ນມີຄຸນວຸດທິລະດັບປະລິນຍາເອກຢ່າງໜ້ອຍ 6 ທ່ານ (ມີວິຊາສະເພາະກົງກັບຂະແໜງການບໍ່ຫຼຸດ 4 ທ່ານ ແລະ ກ່ຽວຂ້ອງ 2 ທ່ານ), ມີປະທານ 1 ທ່ານ, ຮອງປະທານ 1-2 ທ່ານ ແລະ ຄະນະກຳມະການ 5 ທ່ານຂຶ້ນໄປ ໂດຍມີອາຍຸການ 5 ປີ; ໜ້າທີ່, ຂອບເຂດສິດ ແລະ ແບບແຜນວິທີເຮັດວຽກ ດຳເນີນງານຕາມຫຼັກການລວມສູນປະຊາທິປະໄຕ, ຈັດກອງປະຊຸມສາມັນ ປີລະ 2 ຄັ້ງ ແລະ ມີກາປະທັບຂອງຕົນເອງເພື່ອເຄື່ອນໄຫວວຽກງານທາງລັດຖະການ.
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ມີບັນຍາກາດແລກປ່ຽນທາງວິຊາການຢ່າງເລິກເຊິ່ງ, ໂດຍຜູ້ເຂົ້າຮ່ວມໄດ້ເນັ້ນໃສ່ການປັບປຸງຂໍ້ກຳນົດດ້ານເອກະສານ, ຂັ້ນຕອນການປະສານງານລະຫວ່າງຂະແໜງການ ແລະ ຫ້ອງການສະພາວິທະຍາສາດແຫ່ງຊາດ, ລວມທັງການກຳນົດເງື່ອນໄຂບຸກຄະລາກອນໃຫ້ສອດຄ່ອງກັບຄວາມເປັນຈິງຂອງແຕ່ລະອົງການປົກຄອງທ້ອງຖິ່ນ ແລະ ກະຊວງ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ