ສກຂ ຫຼວງພະບາງ ສະຫຼຸບການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງການສຶກສາພາກເອກະຊົນ ປີ 2025 ແລະ ວາງແຜນການຕໍ່ໜ້າ

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງການສຶກສາພາກເອກະຊົນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ໂດຍການເປັນປະທານຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຜູ້ຕາງໜ້າຈາກຄະນະກຳມະການສົ່ງເສີມ ແລະ ບໍລິຫານການລົງທຶນແຂວງ, ພະແນກການອ້ອມຂ້າງແຂວງ, ສະພາການສຶກສາພາກເອກະຊົນປະຈຳແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ ແລະ ຜູ້ປະກອບການໂຮງຮຽນ, ສູນການສຶກສາພາກເອກະຊົນທົ່ວແຂວງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂຮງຮຽນພາກເອກະຊົນທົ່ວແຂວງ ປະຈໍາປີ 2025 ພ້ອມທັງທິດທາງແຜນການປີ 2026 ແລະ ຊີ້ແຈງຂັ້ນຕອນ, ລະບຽບການ, ເອກະສານໃນການສະເໜີຂໍສ້າງຕັ້ງໂຮງຮຽນ/ສູນການສຶກສາພາກເອກະຊົນ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກວ້າງຂວາງ ແລະ ມີຄວາມເປັນເອກະພາບກັນໃນຫຼາຍປະເດັນ ສຳຄັນ.
ໂອກາດນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ໃຫ້ກຽດມີຄຳເຫັນ ເຊິ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນການຄຸ້ມຄອງ ແລະ ລະບຽບການ ສະຖານການສຶກສາພາກເອກະຊົນທຸກແຫ່ງຕ້ອງປະຕິບັດຕາມລະບຽບ, ກົດໝາຍ ຂອງກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ ຢ່າງເຂັ້ມງວດ, ການສ້າງຕັ້ງ ຫຼື ຂະຫຍາຍສາຂາ ຕ້ອງປະກອບເອກະສານໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ໄດ້ຮັບອະນຸຍາດການສ້າງຕັ້ງກ່ອນ 2 ເດືອນ ຈຶ່ງສາມາດເປີດການຮຽນ-ການສອນໄດ້, ເຄື່ອງແບບ ແລະ ເຄື່ອງໝາຍສຳລັບການນຸ່ງຖືຂອງນັກຮຽນ ໃຫ້ປະຕິບັດຕາມຂໍ້ຕົກລົງ ຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 814/ສສກ, 23 ກຸມພາ 2026, ສ່ວນມາດຕະຖານຄູ-ອາຈານ ຜູ້ອຳນວຍການ ແລະ ຄູສອນ ຕ້ອງເປັນຜູ້ທີ່ຈົບສາຍຄູ ຫຼື ຜ່ານການຝຶກອົບຮົມສາຍຄູຕາມຂັ້ນຕອນຢ່າງຖືກຕ້ອງ. ພ້ອມທັງຊຸກຍູ້ໃຫ້ຄູ-ອາຈານ ເອົາໃຈໃສ່ຍົກລະດັບເພື່ອໃຫ້ໄດ້ ຕຳແໜ່ງວິຊາການຄູ,ສຳລັບດ້ານວິຊາການ ແລະ ສະພາບແວດລ້ອມກໍ່ຕ້ອງໄດ້ ເອົາໃຈໃສ່ການ “ສອນດີ, ນັກຮຽນຮຽນເກັ່ງ”, ສ້າງໂຮງຮຽນໃຫ້ເປັນໂຮງຮຽນຕົວແບບ, ຈັດໃຫ້ມີຫ້ອງອ່ານ, ປັບປຸງສິ່ງອຳນວຍຄວາມສະດວກ ເຄື່ອງຫຼິ້ນ, ສື່ການຮຽນ-ການສອນ, ອຸປະກອນການຮຽນ-ການສອນໃຫ້ພຽງພໍ ນອກຈາກນີ້ກໍ່ຕ້ອງລາຍງານຜົນການຈັດຕັ້ງປະຕິບັດ ໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນຢ່າງເປັນປົກກະຕິ(ປະຈຳເດືອນ, ໄຕມາດ, 6 ເດືອນ ແລະ ປີ). ພ້ອມທັງສ້າງເງື່ອນໄຂໃຫ້ມີການບັນຈຸພະນັກງານ ໃຫ້ຄົບຕາມ 3 ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງພັກຢູ່ພາຍໃນສະຖານການສຶກສາເອກະຊົນ.
ຂໍ້ມູນ: ຈາກຂະແໜງການສຶກສາກ່ອນໄວຮຽນ ສກຂ


