ປະທານສະຫະພັນກິລາກະຕໍ້ແຂວງຈຳປາສັກ ພໍໃຈຜົນງານ 2 ຫຼຽນຄຳ ແລະ 1 ຫຼຽນທອງ ຂອງນັກກິລາຊຸດເຂົ້າຮ່ວມຊີງແຊ້ມທົ່ວປະເທດ ຄັ້ງທີ I
09/08/2026

ທ່ານ ໂອດານ ໄຊຍະລາດ ປະທານສະຫະພັນກິລາກະຕໍ້ແຂວງຈຳປາສັກ ໃຫ້ສຳພາດຫຼັງສຳເລັດການແຂ່ງຂັນວ່າ: ສຳລັບການເຂົ້າຮ່ວມການແຂ່ງຂັນກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ I ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ປະຈຳປີ 2026 ທີ່ສະຫະຸພັນກິລາກະຕໍ້ແຫ່ງຊາດລາວ ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ໃນເທື່ອນີ້, ສະຫະພັນກິລາກະຕໍ້ແຂວງຈຳປາສັກຂອງພວກເຮົາ ແມ່ນສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 14 ຄົນ ໃນນັ້ນແບ່ງເປັນຄະນະນຳ, ຄູຝຶກ ຈຳນວນ 2 ທ່ານ ແລະ ນັກກິລາຮຸ່ນທົ່ວໄປ ແລະ ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຈຳນວນ 12 ຄົນ ໂດຍລົງແຂ່ງຂັນ 3 ລາຍການ ຄື: ປະເພດທີມດ່ຽວຊາຍ ຮຸ່ນທົ່ວໄປ, ທີມຊາຍ 4 ຄົນ ຮຸ່ນທົ່ວໄປ ແລະ ທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ. ເຊິ່ງກ່ອນເຂົ້າຮ່ວມແຂ່ງຂັນພວກເຮົ້າຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ແຊ້ມລາຍການໃດໜຶ່ງກັບບ້ານໃຫ້ໄດ້ ເພື່ອເປັນຂອງຝາກຂອງຕ້ອນໃຫ້ກັບພໍ່ແມ່ພີ່ນ້ອງຊາວແຂວງຈຳປາສັກຂອງພວກເຮົາ.
ແຕ່ຜ່ານການແຂ່ງຂັນຕົວຈິງ ຜົນປະກົດວ່າ ທັບນັກກິລາກະຕໍ້ແຂວງຈຳປາສັກຂອງພວກເຮົາບໍ່ເຮັດໃຫ້ແຟນກິລາກະຕໍ້ພັນແທ້ແດນຈຳປາເສຍໃຈແມ່ນແຕ່ໜ້ອຍດຽວ ດັ່ງຄຳເວົ້າທີ່ວ່າ “ກະຕໍ້ຈຳປາສັກ ໃຫ້ບໍ່ໄດ້ແຕ່ຄວາມເສຍໃຈ” ສາມາດຍາມາດໄດ້ມາເຖິງ 2 ຫຼຽນຄຳ ແລະ 1 ຫຼຽນທອງ. ໃນນີ້ 2 ຫຼຽນຄຳແມ່ນໄດ້ຈາກປະເພດທີມດ່ຽວຊາຍ ຮຸ່ນທົ່ວໄປ ແລະ ທີມຊາຍ 4 ຄົນ ຮຸ່ນທົ່ວໄປ. ສ່ວນອີກ 1 ຫຼຽນທອງ ແມ່ນໄດ້ຈາກປະເພດທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ
ປະທານສະຫະພັນກິລາກະຕໍ້ແຂວງຈຳປາສັກ ກ່າວອີກວ່າ: ຕໍ່ຜົນງານອັນຍອດຍິ່ງດັ່ງກ່າວ ຖືເປັນຄວາມສຳເລັດທີ່ໜ້າພາກພູມໃຈຫຼາຍຂອງຄະນະບໍລິຫານງານສະຫະພັນກິລາກະຕໍ້ແຂວງຈຳປາສັກຊຸດໃໝ່ຂອງພວກເຮົາ ທີ່ສາມາດຍາດມາໄດ້ ແລະ ນີ້ຖືເປັນການປູພື້ນຖານໃຫ້ກັບນັກກິລາກະຕໍ້ທີມແຂວງຈຳປາສັກອີກດ້ວຍ ໂດຍສະເພາະແມ່ນຮຸ່ນເຍົາວະຊົນ ໃຫ້ໄດ້ມີໂອກາດຮ່ວມແຂ່ງຂັນລາຍການລະດັບຊາດ ເພື່ອແນໃສ່ເປັນການກຽມຄວາມພ້ອມໃຫ້ແກ່ 2 ງານໃຫຍ່ລະດັບຊາດ ທີ່ຈະມີຂຶ້ນໃນອີກ 2-3 ປີຂ້າງໜ້າເປັນຕົ້ນແມ່ນ ງານມະຫາກຳກິລານັກກິລາທົ່ວປະເທດ ຄັ້ງທີ VIII ທີ່ແຂວງເຊກອງ ເປັນເຈົ້າພາບໃນປີ 2027 ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII ທີ່ແຂວງຈຳປາສັກ ເປັນເຈົ້າພາບ ໃນປີ 2028 ອີກດ້ວຍ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
