Skip to main content

ຫວຽດນາມ ແຊ້ມເກົ່າ ບຸກຖະຫຼົ່ມ ອິນໂດເນເຊຍ 3-0 ໂອກາດເຂົ້າຮອບສົດໃສ ບານເຕະຊີງແຊ້ມອາຊຽນ 2026

ການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຫຼື AFF Hyundai Cup 2026 ຮອບແບ່ງກຸ່ມ (ກຸ່ມ A) ເມື່ອຕອນແລງວັນທີ 3 ສິງຫາ 2026 ທີມຊາດຫວຽດນາມ ແຊ້ມເກົ່າ ສະແດງຟອມເກັ່ງສົມລາຄາ ບຸກໄປເອົາຊະນະ ທີມຊາດອິນໂດເນເຊຍ ເຖິງຖິ່ນດ້ວຍສະກໍ ຂາດຮອຍ 3-0 ເກັບ 3 ຄະແນນສຳຄັນໄດ້ຢ່າງງົດງາມ.
​ເກມນີ້ ຫວຽດນາມ ເປີດເກມບຸກເຂົ້າໃສ່ຢ່າງວ່ອງໄວ ແລະ ໄດ້ປະຕູຂຶ້ນນໍາຢ່າງໄວວາຈາກ ຫວງຽນ ວັນ ວີ (Nguyen Van Vi) ໃນນາທີ 6, ກ່ອນທີ່ ຫວງຽນ ຮ໊າຍ ລອງ (Nguyen Hai Long) ຈະມາບວກປະຕູທີສອງໃນນາທີ 15. ເຂົ້າສູ່ເຄິ່ງຫຼັງ ນາທີ 71 ຫວງຽນ ຊວນ ເຊິນ (Nguyen Xuan Son) ກໍມາຍິງປະຕູປິດທ້າຍ ໃຫ້ ຫວຽດນາມ ບຸກມາຊະນະ ອິນໂດເນເຊຍ 3-0.
​ສ່ວນຜົນອີກຄູ່ໜຶ່ງໃນກຸ່ມດຽວກັນ, ທີມຊາດກຳປູເຈຍ ເປີດບ້ານຄວ້າໄຊຊະນະເໜືອ ທີມຊາດຕີມໍເລສເຕ້ ໄປໄດ້ 3-0 ເຊັ່ນດຽວກັນ.
​ສະຫຼຸບຕາຕະລາງຄະແນນ ກຸ່ມ A
​ຫວຽດນາມ: ແຂ່ງ 3 ນັດ | ມີ 7 ຄະແນນ (ຊະນະ 2, ສະເໝີ 1)
​ສິງກະໂປ: ແຂ່ງ 3 ນັດ | ມີ 7 ຄະແນນ (ຊະນະ 2, ສະເໝີ 1)
​ອິນໂດເນເຊຍ: ແຂ່ງ 3 ນັດ | ມີ 6 ຄະແນນ (ຊະນະ 2, ເສຍ 1)
​ກຳປູເຈຍ: ແຂ່ງ 3 ນັດ | ມີ 3 ຄະແນນ (ຊະນະ 1, ເສຍ 2)
​ຕີມໍເລສເຕ້: ແຂ່ງ 4 ນັດ | ມີ 0 ຄະແນນ (ຕົກຮອບຢ່າງເປັນທາງການ)
​ໂປຣແກຣມການແຂ່ງຂັນນັດຕໍ່ໄປ
​ກຸ່ມ A (ນັດສຸດທ້າຍ ວັນທີ 7 ສິງຫາ 2026):
​ສິງກະໂປ ພົບ ອິນໂດເນເຊຍ  | ເວລາ 20:00 ໂມງ
​ຫວຽດນາມ ພົບ ກຳປູເຈຍ  | ເວລາ 20:00 ໂມງ (ແຂ່ງຂັນພ້ອມກັນ)
​ກຸ່ມ B (ວັນທີ 4 ສິງຫາ 2026):
​ມຽນມາ ພົບ ທີມຊາດລາວ  | ເວລາ 17:00 ໂມງ (ສົ່ງແຮງເຊຍໃຫ້ທັບນັກເຕະທີມຊາດລາວ!)
​ຟິລິບປິນ ພົບ ໄທ  | ເວລາ 20:00 ໂມງ
ພາບ: ASEAN Football