Skip to main content

ໂຮງຮຽນວຽງສະຫວັນ 3 ສືບຕໍ່ຮັກສາມາດຕະຖານການສຶກສາ 9 ປີຕໍ່ເນື່ອງ ດ້ວຍຜົນງານສອບເສັງສູງກວ່າ 50%

ເມື່ອວັນທີ 31 ກໍລະກົດ 2026 ທີ່ຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດພິທີສະຫຼຸບຜົນງານການສຶກສາສົກຮຽນ 2025-2026 ຂອງໂຮງຮຽນວຽງສະຫວັນ 3 ຢ່າງຟົດຟື້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽງເພັດ ວຽງສະຫວັນ ເຈົ້າຂອງກຸ່ມໂຮງຮຽນ ຜູ້ທີ່ອຸທິດຕົນໃນການສ້າງສາ ແລະ ພັດທະນາໂຮງຮຽນແຫ່ງນີ້ໃຫ້ກ້າວສູ່ຄຸນນະພາບມາດຕະຖານສາກົນ.
ທ່ານ ກຽງຄຳ ດຳລົງບຸນ ຜູ້ອຳນວຍການໂຮງຮຽນ ກ່າວວ່າ: ຄວາມສໍາເລັດທີ່ຍືນຍົງຫຼາຍກວ່າ 9 ປີ ແມ່ນມາຈາກ ວິໄສທັດຂອງຜູ້ບໍລິຫານ ແລະ ຄວາມອຸທິດຕົນຂອງຄູອາຈານ 25 ທ່ານ (ຍິງ 21 ທ່ານ) ທີ່ມີຄຸນວຸດທິສູງ: ປະລິນຍາຕີ 13 ທ່ານ, ອະນຸປະລິນຍາ 10 ທ່ານ ແລະ ຊັ້ນກາງ 2 ທ່ານ, ພ້ອມກັບການສອນແບບຍຶດໝັ້ນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ຄຽງຄູ່ຄໍາຂວັນທີ່ວ່າ: “ມຸ້ງໝັ້ນພັດທະນາ ສອນດີ ຮຽນເກັ່ງ ມີຄວາມຮູ້ ຄູ່ຄຸນນະທຳ ນຳສູ່ມາດຕະຖານສາກົນ”.
ໃນສົກຮຽນ 2025-2026 ນີ້ ໂຮງຮຽນວຽງສະຫວັນ 3 ມີນັກຮຽນທັງໝົດ 752 ຄົນ (ຍິງ 355 ຄົນ) ແລະ ໄດ້ສ້າງຜົນງານທີ່ໂດດເດັ່ນຫຼາຍດ້ານ: ນັກຮຽນເກັ່ງຂັ້ນເມືອງ 4 ນ້ອງ (ຊັ້ນ ປ.5 ແລະ ມ.4), ນັກຮຽນເກັ່ງຂັ້ນແຂວງ 1 ນ້ອງ: ທ້າວ ຈັນກຸມພາ ແສງເດືອນດີ ຄະນິດສາດໄດ້ທີ 1 ໄດ້ຮັບສ່ວນຫຼຸດຄ່າຮຽນ 20% ຕະຫຼອດ 4 ປີ, ການສອບເສັງຈົບຊັ້ນ ປ.5 ຕິດອັນດັບ 1 ແລະ 3 ທົ່ວເມືອງ, ນັກຮຽນສອບໄດ້ 7 ຂຶ້ນໄປທຸກວິຊາ: ຊັ້ນ ປ.5 ກວມ 52,72% ແລະ ຊັ້ນ ມ.4 ກວມ 53,12%, ອັດຕາການສອບຜ່ານ ຕັ້ງແຕ່ອະນຸບານ 3 ຫາ ມັດທະຍົມປາຍ (ມ.7) ບັນລຸໄດ້ 100%
ເພື່ອຮັກສາຄຸນນະພາບ ແລະ ເປັນຂັວນໃຈໃນການຮຽນ, ໂຮງຮຽນມີນະໂຍບາຍມອບ ສ່ວນຫຼຸດຄ່າຮຽນ 30% ໃຫ້ແກ່ນັກຮຽນທີ່ໄດ້ທີ 1 ປະຈໍາຫ້ອງຕິດຕໍ່ກັນທຸກເດືອນ ແລະ ມີຄະແນນ 7 ຂຶ້ນໄປທຸກວິຊາ ເຊິ່ງປີນີ້ມີນັກຮຽນໄດ້ຮັບສິດດັ່ງກ່າວ 3 ນ້ອງ (ຍິງ 2). ພ້ອມນີ້, ຍັງມີນັກຮຽນທີ່ໄດ້ຄະແນນສະເລ່ຍເປັນທີ 1 ຕະຫຼອດປີ ທັງໝົດ 20 ນ້ອງ (ຍິງ 11) ທີ່ໄດ້ຮັບໃບຍ້ອງຍໍຈາກໂຮງຮຽນ ແລະ ມີລາງວັນສໍາລັບຄູທີ່ສອນດີ ສອນເກັ່ງອີກດ້ວຍ.
ທ່ານ ນິຄົມ ພົມມະຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສາມັກຄີໄຊ ກ່າວວ່າ: ຜົນງານຂອງໂຮງຮຽນວຽງສະຫວັນ 3 ຕະຫຼອດໄລຍະ 9 ປີຜ່ານມາ ແມ່ນຕົວຢ່າງອັນດີຂອງ ການນຳພາທີ່ມີວິໄສທັດ ແລະ ຄວາມຕັ້ງໃຈຂອງຄູອາຈານ ໃນການຍົກລະດັບຄຸນນະພາບການສຶກສາ, ສ້າງຊັບພະຍາກອນມະນຸດ ປະກອບສ່ວນພັດທະນາທ້ອງຖິ່ນ ແລະ ປະເທດຊາດຕໍ່ໄປ ແລະ ຮຽກຮ້ອງໃຫ້ ໂຮງຮຽນສືບຕໍ່ຮັກສາມູນເຊື່ອທີ່ດີເດັນຕໍ່ໄປ.
ຂ່າວ-ພາບ: ພົມວິຫານ ໄຊຊະນະ, ສກຂ ອັດຕະປື