Skip to main content

ພັດທະນາຫຼັກສູດວິຊາຊີບສາຂາ ບຳລຸງຮັກສາ ແລະ ສ້ອມແປງເຄື່ອງບິນ ເພື່ອຍົກລະດັບບຸກຄະລາກອນການບິນ ຢູ່ ສປປ ລາວ

10/08/2026
ກອງປະຊຸມພັດທະນາຫຼັກສູດ ວິຊາຊີບສາຂາ ບຳລຸງຮັກສາ ແລະ ສ້ອມແປງເຄື່ອງບິນ ໄດ້ເປີດຂຶ້ນໃນວັນທີ 3 ສິງຫາ 2026 ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ.ປອ ບຸນເສັງ ຄຳມຸນຕີ ຜູ້ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ, ທ່ານ ວິໄຊ ບົວວັນ ຮອງຫົວໜ້າກົມການບິນພົນລະເຮືອນລາວ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ພ້ອມດ້ວຍຄະນະອຳນວຍການວິທະຍາໄລ, ທີມງານວິທະຍາກອນ ຈາກສະຖາບັນພັດທະນາ ອາຊີວະສຶກສາ, ທີມວິຊາການຈາກ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ລັດວິສາຫະກິດ ລາວເດີນອາກາດ (Lao Skyway), ກອງພັນໃຫຍ່ 703, ວິທະຍາໄລເຕັກນິກປາກປ່າສັກ, ຄູ-ອາຈານ ແລະ ຜູ້ຊ່ຽວຊານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ມີຄໍາເຫັນວ່າ: ການຮ່ວມມືທາງດ້ານວິຊາການ ລະຫວ່າງ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ບໍລິສັດລັດວິສາຫະກິດ ລາວເດີນອາກາດ ເພື່ອພັດທະນາຫຼັກສູດ ການບໍາລູງຮັກສາ ແລະ ສ້ອມແປງເຄື່ອງບິນ ຖຶກຕ້ອງ ແລະ ສອດຄ່ອງ ຕາມແຜນຍຸດທະສາດ ການພັດທະນາ ອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ແຕ່ປີ 2026-2030, ທຸກອາຊີບກ່ຽວກັບເຄື່ອງບິນລ້ວນແຕ່ເນັ້ນຄວາມປອດໄພຕ້ອງມາກ່ອນ ດັ່ງນັ້ນທ່ານໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນທີກ່ຽວຂ້ອງ ພັດທະນາ ສ້າງຫຼັກຫຼັກສູດດັ່ງກ່າວ ໃຫ້ຮັບປະກັນ ໂຄງສ້າງ, ຫຼັກການ ແລະ ເນື້ອໃນ ໃຫ້ສົມບູນ ທັງພາກທິດສະດີ ແລະ ປະຕິບັດຕົວຈິງ ໂດຍໃຫ້ສອດຄ່ອງກັບມາດຕະຖານກົມການບິນພົນລະເຮືອນ, ເຕັກໂນໂລຊີອາກາດສະຍານທີ່ທັນສະໄໝ, ເພື່ອສາມາດຈັດຕັ້ງປະຕິບັດການຮຽນການສອນລະຫວ່າງ ສະຖານອາຊີວະສຶກສາ ແລະ ສະຖານປະກອບການດ້ານທຸລະກິດການບິນ ຮັບປະກັນໃຫ້ຜູ້ຮຽນ ມີຄວາມສາມາດທັງດ້ານທັກສະ ແລະ ຄຸນສົມບັດຫຼັງຈາກຮຽນຈົບ ເພື່ອສະໜອງໃຫ້ແກ່ພາກສ່ວນທຸລະກິດການບິນທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ສຸລິຍາ ປ່າໄຊ ໄດ້ກ່າວວ່າ: ການພັດທະນາຫຼັກສູດຄັ້ງນີ້ ໄດ້ຮັບການສະໜັບ ສະໜູນ ດ້ານໂຄງສ້າງ, ຮູບແບບ ແລະ ວິທີການ ຈາກສະຖາບັນພັດທະນາ ອາຊີວະສຶກສາ ໂດຍຈັດຕັ້ງປະຕິບັດຕາມ ເນື້ອໃນ ຂອງ ບົດບັນທຶກຄວາມເຂົ້າໃຈ ດ້ານວິຊາການ ລະຫວ່າງ ວິທະຍາໄລເຕັກ ລາວ-ເຢຍລະມັນ ແລະ ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ ທີໄດ້ລົງນາມ ກ່ອນໜ້ານີ້. ເປົ້າໝາຍຫຼັກ ເພື່ອສ້າງຫຼັກສູດວິຊາຊີບສະເພາະດ້ານ ເນັ້ນພັດທະນາ ຊ່າງເຕັກນິກ ດ້ານການ “ບຳລຸງຮັກສາ ແລະ ສ້ອມແປງເຄື່ອງບິນ” ສາມາດຕອບໂຈດຄວາມຕ້ອງການຕົວຈິງຂອງສະຖານປະກອບການ ແລະ ບັນດາສາຍການບິນຕ່າງໆ. ຖ້າຫຼັກສູດນີ້ພັດທະນາສໍາເລັດ ແລະ ໄດ້ຮັບອະນຸມັດນໍາໃຊ້ ສອງຝ່າຍໄດ້ຕົກລົງຈັດການຮຽນ-ການສອນຮູບແບບຄວບຄູ່(DCT), ພາກທິດສະດີ ແລະທົດລອງ 50% ຮຽນຢູ່ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ພາກປະຕິບັດອີກ 50% ລົງຝຶກປະຕິບັດຕົວຈິງຢູ່ ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ. ພວກເຮົາຫວັງຢ່າງຍິ່ງວ່າ ໃນອີກ 3 ຫາ 4 ປີຕໍ່ໜ້າ ຈະສາມາດສ້າງນາຍຊ່າງ ຫຼື ນັກວິຊາການ ທີ່ມີທັກສະ ການບໍາລຸງນັກສາ ແລະ ສ້ອມແປງເຄື່ອງບິນ ເພື່ອປ້ອນເຂົ້າສູ່ຕະຫຼາດແຮງງານ ແລະ ຕອບສະໜອງຄວາມຕ້ອງການຂອງບໍລິສັດການບິນຕ່າງໆຢ່າງມີປະສິດທິພາບ.
ຂະນະທີ່, ທ່ານ ສອນຕິສັກ ມີລາກົງ ຮອງຜູ້ອຳນວຍການ ລັດວິສາຫະກິດ ລາວເດີນອາກາດ ໄດ້ກ່າວໃຫ້ຮູ້ທິດທາງ ແລະ ເປົ້າໝາຍຂອງການຮ່ວມມືແມ່ນ ພັດທະນາ ມາດຕະຖານຫຼັກສູດ ໃຫ້ສອດຄ່ອງກັບຂໍ້ກຳນົດຂອງ ICAO, DCA ແລະ ສາກົນ ເພື່ອໃຫ້ຜູ້ຈົບການສຶກສາມີຄວາມຮູ້, ທັກສະ ແລະ ໃບຢັ້ງຢືນທີ່ໄດ້ຮັບການຍອມຮັບໃນລະດັບສາກົນ; ການຮຽນ-ການສອນ ປະສົມປະສານການຮຽນທິດສະດີຢູ່ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຄຽງຄູ່ກັບການຝຶກປະຕິບັດຕົວຈິງ (On-the-Job Training) ຢູ່ອູ່ສ້ອມແປງເຮືອບິນຂອງ ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ; ສຸມໃສ່ການສ້າງຊ່າງວິຊາຊີບທີ່ດີ ໂດຍນັກສຶກສາທີ່ມີຜົນການຮຽນດີ ແລະ ມີລະບຽບວິໄນ ຈະມີໂອກາດໄດ້ຮັບການພິຈາລະນາເຂົ້າຮ່ວມງານກັບ ລັດວິສາຫະກິດ ລາວເດີນອາກາດ. ເມື່ອການສ້າງຫຼັກສູດສຳເລັດ, ທາງລັດວິສາຫະກິດ ແມ່ນມີຄວາມພ້ອມຢ່າງເຕັມສ່ວນທີ່ຈະຮັບເອົານັກສຶກສາຈາກ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ເຂົ້າຝຶກປະຕິບັດຕົວຈິງ, ບໍລິສັດມີຄວາມພ້ອມດ້ານ ສະຖານທີ່, ເຄື່ອງມື, ອຸປະກອນ, ເຄື່ອງບິນ ທີ່ທັນສະໄໝ, ເພື່ອໃຫ້ຜູ້ຮຽນໄດ້ປະຕິບັດວຽກງານຕາມຕົວຈິງ. ທັງນີ້, ກໍເພື່ອເປັນການຍົກລະດັບ ແລະ ສ້າງສີມືແຮງງານພາຍໃນປະເທດດ້ານການບໍາລຸງຮັກສາ ແລະ ສ້ອມແປງເຄື່ອງບິນ ໃຫ້ມີຄວາມຊຳນານ, ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ກ້າວໄປສູ່ມາດຕະຖານໃນລະດັບພາກພື້ນ ແລະ ສາກົນ.
ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປເປັນເວລາ 5 ວັນ ແຕ່ວັນທີ 3-7 ສິງຫາ 2026.
ພາບ-ຂ່າວໂດຍ: ບົວລະພາ ອິນສີມະນີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ