ອຸດົມໄຊ ເປີດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ສົກຮຽນ 2025-2026

ໃນລະຫວ່າງວັນທີ 6-7 ສິງຫາ 2026, ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2025–2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຂອງພະແນກ, ໂດຍການເປັນປະທານຂອງ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ມີ ພຣະອາຈານ ສີແພງ ວົງພະຈິດ ຄະນະບໍລິຫານງານປະຈຳການພຸດທະສາສະໜາສຳພັນລາວ ແຂວງອຸດົມໄຊ, ຫົວໜ້າກຳມະທິການສຶກສາສົງແຂວງ ພ້ອມດວ້ຍຄະນະກຳມະການປົກຄອງເມືອງ ຈາກ 7 ເມືອງ, ອະດີດການນຳຂະແໜງການສຶກສາ, ຜູ້ຊົງຄຸນວຸດທິ, ຄະນະພະແນກ, ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 7 ເມືອງ, ຫົວໜ້າ-ຮອງຂະແໜງ, ຜູ້ອຳນວຍການສູນ, ຄະນະອຳນວຍການໂຮງຮຽນອ້ອມຂ້າງແຂວງ, ປະທານການສຶກສາພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ສຸມໃສ່ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳສົກຮຽນ 2025-2026 ທີ່ຜ່ານມາ ພ້ອມທັງກຳນົດທິດທາງແຜນການ ສົກຮຽນ 2026–2027. ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງບົດລາຍງານສຳຄັນ ໂດຍສະເພາະແມ່ນຜົນການຈັດຕັ້ງແຜນພັດທະນາ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ; ຜົນການປະຕິບັດມະຕິກອງປະຊຸມ ສົກຮຽນ 2024-2025; ວຽກງານປະກັນຄຸນນະພາບການສຶກສາ, ວຽກງານວິທະຍາສາດ ແລະ ການສົ່ງເສີມການຮຽນສາຍວິຊາຊີບ; ວຽກງານກິລາ-ກາຍຍະກຳ ແລະ ສິລະປະສຶກສາ; ການຈັດຕັ້ງງົບປະມານ ປີ 2026 ແລະ ແຜນຄາດຄະເນງົບປະມານ ປີ 2027.
ນອກຈາກນີ້, ກອງປະຊຸມຍັງໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນຢ່າງກວ້າງຂວາງ ເພື່ອຊອກຫາແນວທາງ ແລະ ກົນໄກໃນການຍົກສູງຄຸນນະພາບການສຶກສາ, ວິທະຍາສາດ ແລະ ກິລາ ຂອງແຂວງ ໂດຍສະເພາະການແກ້ໄຂຂໍ້ຫຍຸ້ງຍາກທີ່ຍັງຄົງມີຢູ່ ໃຫ້ໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນເປັນລຳດັບ.
ກອງປະຊຸມໄດ້ເຫັນດີເປັນເອກະພາບ ຮັບຮອງບັນດາໜ້າວຽກບູລິມະສິດ ສົກຮຽນ 2026–2027 ໂດຍມອບໝາຍໃຫ້ ຂະແໜງການ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ອົງການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ສຸມໃສ່ປະຕິບັດບັນດາວຽກງານສຳຄັນ ເປັນຕົ້ນແມ່ນ ເພີ່ມທະວີການສ້າງຄຸນທາດການເມືອງໃຫ້ ພະນັກງານ-ລັດຖະກອນ, ຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ໃຫ້ມີຄວາມໜັກແໜ້ນ; ສືບຕໍ່ຍົກສູງວຽກງານຄຸ້ມຄອງບໍລິຫານ, ພັດທະນາບຸກຄະລາກອນ, ຜັນຂະຫຍາຍ 3 ຂໍ້ແຂ່ງຂັນຂອງຂະແໜງການ ຄວບຄູ່ກັບການສ້າງຂະບວນການຮັກຊາດພັດທະນາ; ຂະຫຍາຍການສຶກສາກ່ອນໄວຮຽນ, ປຸກລະດົມເດັກອາຍຸ 3-5 ປີ ເຂົ້າຮຽນຢ່າງທົ່ວເຖິງ, ສົ່ງເສີມຄູໃຫ້ໄດ້ຮັບຕຳແໜ່ງວິຊາການ, ແລະ ສ້າງໂຮງຮຽນຕົວແບບ; ປະສານງານກັບຄະນະພັດທະນາການສຶກສາທຸກຂັ້ນ ເພື່ອປຸກລະດົມນັກຮຽນກັບຄືນສູ່ໂຮງຮຽນ, ຄັດເລືອກນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ເພື່ອສະເໜີຂໍຮັບການຊ່ວຍເຫຼືອ; ເຜີຍແຜ່ນິຕິກຳດ້ານສາມັນສຶກສາໃຫ້ຜູ້ບໍລິຫານ, ສະຖານສຶກສາ ແລະ ຜູ້ປົກຄອງຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ເພື່ອຮ່ວມກັນຍົກສູງຄຸນນະພາບການສຶກສາ ແຂວງອຸດົມໄຊ ໃຫ້ກ້າວໜ້າ ແລະ ມີປະສິດທິຜົນຍິ່ງຂຶ້ນ.
ພາບ ແລະ ຂ່າວ: ຄຳພັນ ແກ້ວມະນີ

