Skip to main content

“ສິລິໄຊ ວົງສຳພັນ” ຕົວແທນຊາວໜຸ່ມລາວຄົນທຳອິດ ຮັບການແຕ່ງຕັ້ງເປັນຜູ້ນຳຊາວໜຸ່ມ GPE ລະດັບໂລກ

10/08/2026
ນັບເປັນອີກໜຶ່ງເຫດການປະຫວັດສາດ ແລະ ຄວາມພາກພູມໃຈອັນຍິ່ງໃຫຍ່ຂອງປະເທດລາວ ເມື່ອ ທ່ານ ກິໂນ ຫຼື ສິລິໄຊ ວົງສຳພັນ (Sirisay Vongsamphanh) ນັກເຄື່ອນໄຫວດ້ານຊາວໜຸ່ມຜູ້ມີຜົນງານໂດດເດັ່ນ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ຜູ້ນຳຊາວໜຸ່ມ (Youth Leader) ຄົນທຳອິດຈາກ ສປປ ລາວ ຂອງອົງການ Global Partnership for Education (GPE).
ການກ້າວເຂົ້າຮ່ວມເຄືອຂ່າຍຜູ້ນຳຊາວໜຸ່ມລະດັບໂລກໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຍູ້ດັນ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ກັບລະບົບການສຶກສາ ພ້ອມທັງເປີດໂອກາດໃຫ້ “ສຽງຂອງຊາວໜຸ່ມລາວ” ໄດ້ຮັບການຮັບຟັງຢ່າງມີຄວາມໝາຍໃນເວທີການກຳນົດນະໂຍບາຍ ແລະ ການຕັດສິນໃຈດ້ານການສຶກສາໃນລະດັບສາກົນ.
#ອົງການ GPE ແມ່ນໃຜ? ແລະ ມີບົດບາດແນວໃດໃນ ສປປ ລາວ?
Global Partnership for Education (GPE) ຄືກົນໄກຮ່ວມມືລະດັບໂລກທີ່ໃຫຍ່ທີ່ສຸດ ເຊິ່ງອຸທິດຕົນເພື່ອການປະຕິຮູບ ແລະ ຍົກລະດັບຄຸນນະພາບການສຶກສາໃນກຸ່ມປະເທດທີ່ມີລາຍໄດ້ຕ່ຳ. ອົງການ GPE ໄດ້ເຮັດໜ້າທີ່ເຊື່ອມໂຍງການຮ່ວມມືລະຫວ່າງ ພາຄີລັດຖະບານ, ພັນທະມິດເພື່ອການພັດທະນາ, ພາກປະຊາສັງຄົມ, ຄູ-ອາຈານ, ຊາວໜຸ່ມ, ແລະ ພາກເອກະຊົນ ເພື່ອສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງເທົ່າທຽມ ພ້ອມທັງຍູ້ດັນ ເປົ້າໝາຍການພັດທະນາຢ່າງຍືນຍົງ ເປົ້າໝາຍທີ 4 (SDG 4) ເພື່ອຮັບປະກັນການສຶກສາທີ່ຄອບຄຸມ ແລະ ສະເໝີພາບສຳລັບທຸກຄົນ.
ສຳລັບຢູ່ ສປປ ລາວ, ອົງການ GPE ໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຮ່ວມພັດທະນາ ໂດຍມີ ອົງການອຸຍນີເຊັບ (UNICEF) ເຮັດໜ້າທີ່ເປັນຕົວແທນຜູ້ຄຸ້ມຄອງທຶນຊ່ວຍເຫຼືອ. ທຸກຝ່າຍໄດ້ຮ່ວມກັນພັດທະນາ ແລະ ຍົກລະດັບຄຸນນະພາບ, ຄວາມສະເໝີພາບ, ຕະຫຼອດຮອດຄວາມເຂັ້ມແຂງຂອງລະບົບການສຶກສາລາວ. ການຈັດຕັ້ງໂຄງການ GPE Youth Leaders ໃນຄັ້ງນີ້ ຈຶ່ງເປັນການເປີດໂອກາດໃຫ້ໄວໜຸ່ມໄດ້ສະແດງທັດສະນະຄະຕິ ແລະ ມີສ່ວນຮ່ວມໃນການປະຮູບການສຶກສາຢ່າງແທ້ຈິງ.
#”ຂົວຕໍ່” ແຫ່ງໂອກາດ ແລະ ສຽງຂອງຊາວໜຸ່ມລາວໃນເວທີສາກົນ
ໃນຖານະຜູ້ນຳຊາວໜຸ່ມ GPE ຄົນທຳອິດຂອງລາວ, ທ່ານ ສິລິໄຊ ວົງສຳພັນ ຈະເຮັດໜ້າທີ່ເປັນ “ຂົວຕໍ່” ສຳຄັນໃນການນຳເອົາທັດສະນະຄະຕິ, ເຈດຈຳນົງ ແລະ ສຽງຂອງຊາວໜຸ່ມລາວ ເຂົ້າສູ່ການຫາລືດ້ານນະໂຍບາຍການສຶກສາໃນລະດັບພູມິພາກ ແລະ ລະດັບໂລກ. ໃນຂະນະດຽວກັນ ກໍຈະນຳເອົາບົດຮຽນ, ປະສົບການ ແລະ ນະວັດຕະກຳໃໝ່ໆ ຈາກສາກົນ ກັບມາຊ່ວຍພັດທະນາ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ກັບການສຶກສາຢູ່ ສປປ ລາວ ອີກດ້ວຍ.
#ວິໄສທັດ ແລະ ແຮງບັນດານໃຈຈາກ ຜູ້ນຳຊາວໜຸ່ມ GPE ຄົນທຳອິດ
ທ່ານ ສິລິໄຊ ວົງສຳພັນ ໄດ້ສະແດງຄວາມຫວັງ ແລະ ມຸມມອງໄວ້ຢ່າງໜ້າປະທັບໃຈວ່າ: “ການໄດ້ຮັບແຕ່ງຕັ້ງໃນຄັ້ງນີ້ ຈະເປັນແຮງບັນດານໃຈໃຫ້ຊາວໜຸ່ມລາວຫັນມາໃຫ້ຄວາມສຳຄັນ ແລະ ມີສ່ວນຮ່ວມໃນການຍູ້ດັນດ້ານການສຶກສາຫຼາຍຂຶ້ນ. ເພາະຊາວໜຸ່ມບໍ່ໄດ້ເປັນພຽງຜູ້ຮັບ ຜົນປະໂຫຍດຈາກການສຶກສາເທົ່ານັ້ນ, ແຕ່ຍັງເປັນພັນທະມິດທີ່ມີຄຸນຄ່າ ໃນການຮ່ວມຄິດຄົ້ນວິທີແກ້ໄຂ ເພື່ອໃຫ້ການສຶກສາມີຄວາມຄອບຄຸມ, ສະເໝີພາບ ແລະ ຕອບໂຈດຄວາມຕ້ອງການຂອງຜູ້ຮຽນຢ່າງແທ້ຈິງ.”
• ແຫຼ່ງຂ່າວໂດຍ: Lao Youth Radio FM90.0 MHz
• ຮຽບຮຽງໂດຍ: ທີມງານບັນນາທິການ
• ພາບຈາກ: Sirisay Vongsamphanh

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ