ສາລະວັນ ສຳເລັດກອງປະຊຸມຄູໄລຍະພັກສິ້ນປີຮຽນ ໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ປະຈໍາສົກຮຽນ 2025-2026

ໃນຕອນເຊົ້າຂອງວັນທີ 13 ສິງຫາ 2026 ຢູ່ທີ່ສະໂມສອນໃຫຍ່ເມືອງເລົ່າງາມ ແຂວງສາລະວັນ ໄດ້ມີພິທີປິດກອງປະຊຸມຄູໄລຍະພັກສິ້ນປີຮຽນ ໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ພະນັກງານ-ລັດຖະກອນຄູ ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ; ໂດຍມີ ທ່ານ ຄໍາເຟືອງ ອິນທິສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ; ທ່ານ ນາງ ສົມໃຈ ໄຊຍະບັນຫາ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເລົ່າງາມ, ພ້ອມດ້ວຍຄະນະຫ້ອງການ, ຫົວໜ້າ-ຮອງຫົວໜ້າໜ່ວຍງານທີ່ກ່ຽວຂ້ອງ ແລະ ຜູ້ບໍລິຫານການສຶກສາ, ຄູ-ອາຈານ ໃນທົ່ວເມືອງເລົ່າງາມ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ. ບັນດາສະມາຊິກກອງປະຊຸມໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ເຊື່ອມຊຶມບັນດານິຕິກໍາ, ທິດສະດີການເມືອງ ແລະ ວິຊາການ ເພື່ອໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບບົດບາດການນໍາພາຂອງພັກ, ຄວາມຈໍາເປັນໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ແບບແຜນວິທີນໍາພາ ແລະ ວິທີເຮັດວຽກ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນທັດສະນະ ແລະ ບົດຮຽນຕົວຈິງ ຮ່ວມກັນລະຫວ່າງຜູ້ບໍລິຫານການສຶກສາແຕ່ລະຂັ້ນ ແລະ ຄູ-ອາຈານ ເພື່ອຕັດສິນໃຈຮັບເອົາຈຸດດີ, ຂໍ້ຄົງຄ້າງ ໄປປັບປຸງ ແລະ ແກ້ໄຂພາຍໃນກົມກອງຂອງຕົນໃຫ້ດີຂຶ້ນກວ່າເກົ່າ.
ໃນໂອກາດອັນທີ່ມີຄວາມໝາຍນີ້, ທ່ານ ສຸນີ ນາມມະບົວລີ ໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໜັກໃຫ້ຄະນະພັກ, ສະມາຊິກພັກ ແລະ ພະນັກງານຄູ-ອາຈານ ສືບຕໍ່ຍົກສູງບົດບາດການນໍາພາຂອງພັກ, ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ເປັນແບບຢ່າງຕັ້ງໜ້າ, ຍົກສູງນໍ້າໃຈຮັກຊາດ, ມີສະຕິເປັນເຈົ້າຕົນເອງ ແລະ ເປັນເຈົ້າການຕໍ່ວຽກງານ. ພ້ອມດຽວກັນນັ້ນ, ຕ້ອງຄົ້ນຄວ້າຊອກຫາທຸກວິທີທາງເພື່ອຍົກລະດັບຄວາມຮູ້-ຄວາມສາມາດຂອງສະມາຊິກພັກ ດ້ານທິດສະດີການເມືອງ, ແນວທາງນະໂຍບາຍຂອງພັກ, ວິຊາສະເພາະ ແລະ ເຕັກນິກວິຊາການຕ່າງໆ.
ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ແນະນໍາໃຫ້ສືບຕໍ່ປັບປຸງການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ວິທີການນໍາພາໃຫ້ໜັກແໜ້ນເຂັ້ມແຂງ ໂດຍຫັນເອົາພະນັກງານລົງກໍ່ສ້າງຮາກຖານ ເພື່ອປຸກລະດົມຊຸກຍູ້ຂະບວນການ ແລະ ເຜີຍແຜ່ນິຕິກໍາຕ່າງໆທີ່ກ່ຽວພັນກັບວຽກງານ; ຕັ້ງໜ້າເຮັດວຽກງານບໍາລຸງກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຕາມແຜນກໍານົດສ້າງພະນັກງານ ທັງພາຍໃນ ແລະ ຕ່າງປະເທດ; ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ກວ້າງຂວາງ, ເອື້ອເຟື້ອຊ່ວຍເຫຼືອກັນ, ເບິ່ງແຍງກັນ ແລະ ພ້ອມກັນປະຕິບັດພັນທະຕໍ່ປະເທດຊາດ ແລະ ບ້ານເກີດເມືອງນອນຂອງຕົນໃຫ້ສໍາເລັດຢ່າງມີປະສິດທິຜົນສູງ.
ຂ່າວ-ພາບໂດຍ: ຄໍາຮຸ່ງ ເທບວົງສາ


