ການແຂ່ງຂັນດອກປີກໄກ່ຊີງແຊ້ມທົ່ວປະເທດ ຄັ້ງທີ XXV ປະຈຳປີ 2026 ຈະເປີດສາກຊີງໄຊທ້າຍເດືອນນີ້
14/08/2026

ການແຂ່ງຂັນກິລາດອກປີກໄກ່ ຊີງແຊ້ມປະເທດລາວ ຄັ້ງທີ XXV ປະຈຳປີ 2026 ຊຶ່ງເປັນລາຍການທີ່ເກົ່າແກ່ມາຍາວນານ ເປັນງານທີ່ຍິ່ງໃຫຍ່ ແລະ ຄວາມໄຝ່ຝັນຂອງຫຼາຍໆຄົນ ຈະກັບມາເປີດສາກລະເບີດຄວາມມັນ ໃນລະຫວ່າງວັນທີ 27-30 ສິງຫາ 2026 ເພື່ອສ້າງຂະບວນການສະເຫຼີມສະຫຼອງສາຍພົວພັນມິດຕະພາບອັນຍາວນານກວ່າ 25 ປີ ລະຫວ່າງ ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ (ສດລ) ແລະ ບໍລິສດ ເບຍລາວ ຈຳກັດ ພ້ອມສ້າງໂອກາດໃຫ້ນັກກິລາກ້າວໄປເປັນນັກກິລາມືອາຊີບ ແລະ ກຽມຮັບທີມຊາດໃນຕໍ່ໜ້າ.ຂະນະທີ່ ບໍລິສັດ ເບຍລາວ ຈຳກັດ ສືບຕໍ່ສະໜັບສະໜູນຫຼັກມູນຄ່າ 770 ລ້ານກີບ.
ພິທີຖະແຫຼງຂ່າວ ແລະ ພິທີມອບ-ຮັບການສະໜັບສະໜູນຄັ້ງນີ້ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 13 ສິງຫາ 2026 ທີ່ຫ້ອງການສະພາການຄ້າ (ຫຼັກ 5) ໂດຍຕາງໜ້າບໍລິສັດ ເບຍລາວ ຈຳກັດ ມອບການອຸປະຖຳຂອງ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ແລະ ກ່າວຮັບແມ່ນ ທ່ານ ບຸນເຫຼືອ ສິນໄຊວໍລິວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ທັງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ, ມີທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນພາກສ່ວນຕ່າງໆເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ປອ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ລາຍງານໃຫ້ຮູ້ວ່າ: ບໍລິສັດ ເບຍລາວ ຈຳກັດ ໄດ້ເປັນຜູ້ສະໜັບສະໜູນຫຼັກທີ່ຄຽງຄູ່ກັບວົງການກິລາດອກປີກໄກ່ລາວມາໂດຍຕະຫຼອດ. ການສະໜັບສະໜູນໃນປີນີ້ ລວມມູນຄ່າ 770 ລ້ານກີບ, ໃນນັ້ນ ປະກອບມີຜະລິດຕະພັນ ແລະ ເງິນສົດ ບໍ່ພຽງແຕ່ເປັນການສະໜັບສະໜູນດ້ານງົບປະມານເທົ່ານັ້ນ, ແຕ່ຍັງເປັນການຮ່ວມສ້າງອະນາຄົດ ແລະ ຍົກລະດັບມາດຕະຖານກິລາດອກປີກໄກ່ ໃນ ສປປ ລາວ ໃຫ້ມີຄວາມຍືນຍົງ.
ທ່ານ ປອ ໄຊບັນດິດ ຣາຊະພົນ ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ, ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ໄດ້ສ້າງຖານຂໍ້ມູນນັກກິລາຢ່າງເປັນລະບົບ ໂດຍມີສະໂມສອນສະມາຊິກທົ່ວປະເທດເຖິງ 26 ແຫ່ງ ແລະ ມີນັກກິລາໃນລະບົບຫຼາຍກວ່າ 500 ຄົນ. ພ້ອມດຽວກັນນັ້ນ, ສະຫະພັນຍັງໄດ້ວາງແຜນຍຸດທະສາດ 5 ປີ ໂດຍເນັ້ນໃສ່ 2 ໂຄງການສຳຄັນ ຄື: ການຈັດການແຂ່ງຂັນ “Beerlao Badminton Super Series” 5 ລາຍການຕໍ່ປີ ເພື່ອຂະຫຍາຍຖານນັກກິລາໃນທົ່ວປະເທດ ແລະ ການເປີດສາກການແຂ່ງຂັນລະດັບສາກົນ “Beerlao International Series” ທີ່ຈະເລີ່ມຕົ້ນໃນປີ 2027 ເປັນຕົ້ນໄປ.
ການແຂ່ງຂັນດອກປີກໄກ່ ລາຍການ “XXV Beerlao Badminton Championship 2026” ທີ່ຈະມາເຖິງນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 27–30 ສິງຫາ 2026 ທີ່ສະໜາມກິລາດອກປີກໄກ່ ມິດຕະພາບລາວ-ໄທ (ບຶງຂະຫຍອງ) ຊຶ່ງແບ່ງອອກເປັນ 21 ລາຍການ ເພື່ອເກັບຄະແນນສະສົມ ລວມມີຮຸ່ນເຍົາວະຊົນ (U13, U15, U17, U19) ແລະ ຮຸ່ນມືສະໝັກຫຼິ້ນ, ໂດຍມີນັກກິລາລົງທະບຽນເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ການແຂ່ງຂັນຄັ້ງນີ້ ຈະນຳໃຊ້ລູກດອກປີກໄກ່ຍີ່ຫໍ້ “GXS 76” ແລະ ດຳເນີນການຕັດສິນໂດຍຄະນະກຳມະການທີ່ມີປະສົບການລະດັບຊາດ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ຫສວຊ ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ
- ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ເນັ້ນແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ແລະ ຍົກສູງຄຸນນະພາບການສິດສອນຂອງຄູ
- ເມືອງສີໂຄດຕະບອງ ສະຫຼຸບຜົນການສອບເສັງຈົບຊັ້ນ ປ.5 ແລະ ມ.4 ສົກຮຽນ 2025-2026
- ຄະນະນັກກິລາເທຄວັນໂດ ຈາກ ສ.ເກົາຫຼີ ເຜີຍແຜ່ມູນເຊື້ອສິລະປະປ້ອງກັນຕົວ ຢູ່ ສປປ ລາວ
- ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອລ້າ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ ສຸມໃສ່ສ້າງຊັບພະຍາກອນມະນຸດໃຫ້ຄຸນນະພາບສູງ
- ສຳເລັດກອງປະຊຸມຖອດຖອນບົດຮຽນ ການຄັດເລືອກນັກຮຽນເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ຄັ້ງທີ III ພ້ອມວາງທິດທາງສ້າງເປັນໂຮງຮຽນຕົວແບບຄຸນນະພາບ


