Skip to main content

ເມືອງລະຄອນເພັງ ໄຂກອງປະຊຸມພັກແລ້ງ ໃຫ້ແກ່ລັດຖະກອນຄູ ແລະ ບໍລິຫານຂະແໜງການສຶກສາ ປະຈໍາສົກ 2025-2026 ພ້ອມປະກາດແຕ່ງຕັ້ງພະນັກງານ

ກອງປະຊຸມພັກແລ້ງ ໃຫ້ແກ່ລັດຖະກອນຄູ ແລະ ບໍລິຫານຂະແໜງການສຶກສາ ປະຈໍາສົກ 2025-2026 ຕິດພັນກັບການປະກາດແຕ່ງຕັ້ງພະນັກງານ-ລັດຖະກອນ ເຂົ້າໃສ່ຕຳແໜ່ງງານປະເພດ 6 ແລະ ປະເພດ 7 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 13 ສິງຫາ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງລະຄອນເພັງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊຊະນະ ສີສະຫວັດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງລະຄອນເພັງ, ທ່ານ ສີສຸພັນ ມະຫາວົງ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ທ່ານ ກັນຍາ ໄຊຍະໂອຊະ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ. ພ້ອມນີ້ ຍັງມີບັນດາທ່ານໃນຄະນະຫ້ອງການ, ພະນັກງານ-ລັດຖະກອນຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ທົ່ວເມືອງລະຄອນເພັງ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊືມບັນດາເອກະສານສໍາຄັນຕ່າງໆ ເປັນຕົ້ນແມ່ນຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ; ເອກະສານການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ສະມາຊິກພັກໃນເງື່ອນໄຂໃໝ່; ກົດໝາຍວ່າດ້ວຍສາມັນສຶກສາ ແລະ ດຳລັດວ່າດ້ວຍລັດຖະກອນຄູ; ຂໍ້ຕົກລົງວ່າດ້ວຍກຸ່ມໂຮງຮຽນຕົວແບບສາມັນສຶກສາ; ຄຳສັ່ງວ່າດ້ວຍການທົດແທນລັດຖະກອນຄູ ໃນຂະແໜງການສຶກສາທິການ ແລະ ກິລາ.
ນອກຈາກນີ້, ກອງປະຊຸມຍັງໄດ້ແບ່ງຈຸ/ກຸ່ມໂຮງຮຽນ ເພື່ອດຳເນີນຊີວິດພັກ, ຜ່ານບົດສຳຫຼວດ ແລະ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ; ພ້ອມທັງຍົກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ ແລະ ແນວທາງວິທີແກ້ໄຂໃນຕໍ່ໜ້າ.
ໃນໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງລະຄອນເພັງ ສະບັບເລກທີ 265/ຄປມ ວ່າດ້ວຍການແຕ່ງຕັ້ງພະນັກງານ-ລັດຖະກອນ ເຂົ້າໃສ່ຕຳແໜ່ງງານບໍລິຫານ ປະເພດ 6 ແລະ ປະເພດ 7 ຂອງໝວດໂຮງຮຽນປະຖົມຫ້ວຍກະໂພໄຊ, ປະຖົມນາດູ່ເກົ່າ, ປະຖົມໂພນສູງ, ປະຖົມໜອງແສງ ແລະ ໂຮງຮຽນອະນຸບານລະຄອນສີ ທີ່ຂຶ້ນກັບຫ້ອງການສຶກສາທິການ ແລະ ກິລາເມືອງລະຄອນເພັງ ຈຳນວນ 5 ທ່ານ (ຍິງ 3 ທ່ານ).
ທັງນີ້, ກໍເພື່ອເປັນບ່ອນອີງໃຫ້ບຸກຄະລາກອນຄູ ແລະ ຜູ້ບໍລິຫານຂະແໜງການສຶກສາ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ວຽກງານ, ເປັນແບບຢ່າງທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ-ຈັນຍາທໍາ, ມີນໍ້າໃຈເສຍສະຫຼະຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ ດ້ວຍຄວາມສັດຊື່ບໍລິສຸດ, ໂປ່ງໃສ, ມີສະຕິຕື່ນຕົວປະຕິບັດກົດໝາຍ ແລະ ມີຄວາມຫ້າວຫັນຕໍ່ການປະຕິບັດໜ້າທີ່; ເນັ້ນຫັນເອົາວຽກງານການສຶກສາເປັນໃຈກາງໃນການພັດທະນາຊັບພະຍາກອນມະນຸດ ເພື່ອເຮັດໃຫ້ການຮຽນ-ການສອນ ໃນທົ່ວເມືອງລະຄອນເພັງ ມີຄຸນນະພາບດີຂຶ້ນເລື້ອຍໆ.
ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 2 ວັນ ເລີ່ມແຕ່ວັນທີ 13 ຫາ 14 ສິງຫາ 2026 ຈຶ່ງຈະສໍາເລັດ.
#ພາບ-ຂ່າວ: ສື່ມວນຊົນ ເມືອງລະຄອນເພັງ