ສາລະວັນ ຈະສືບຕໍ່ຜັນຂະຫຍາຍ 3 ນະໂຍບາຍ ແລະ 12 ມາດຕະການ ແກ້ໄຂບັນຫາການປະລະການຮຽນ ໃນສົກຮຽນ 2026-2027

ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໄດ້ສະເໜີບົດລາຍງານສະພາບການຈັດການຮຽນ-ການສອນ ປະຈຳສົກຮຽນ 2025-2026 ພ້ອມທັງເຜີຍທິດທາງ ແລະ ມາດຕະການແກ້ໄຂການປະລະການຮຽນຂອງນັກຮຽນ ເພື່ອປະກາດນຳໃຊ້ເຂົ້າ ໃນສົກຮຽນ 2026-2027 ຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ໃນວັນທີ 19 ສິງຫາ 2026 ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ວ່າ: ໃນສົກຮຽນ 2025-2026 ນີ້ ຖືເປັນສົກຮຽນເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ (2026-2030) ຄັ້ງທີ X. ຂະແໜງການສຶກສາ ແລະ ກິລາແຂວງສາລະວັນ ໄດ້ສຸມໃສ່ປັບປຸງຄຸນນະພາບການສຶກສາກ່ອນໄວຮຽນ, ການສຶກສາຂັ້ນພື້ນຖານ, ການພັດທະນາສີມືແຮງງານ, ພັດທະນາພື້ນຖານໂຄງລ່າງ ແລະ ຍົກລະດັບຄູ-ອາຈານຢ່າງຕໍ່ເນື່ອງ.
ແຂວງສາລະວັນ ປະກອບມີ 8 ຕົວເມືອງ, 582 ບ້ານ, 38 ກຸ່ມບ້ານ/ຕາແສງ, ມີ 10 ຊົນເຜົ່າ ແລະ ປະຊາກອນທັງໝົດ 396,741 ຄົນ (ຍິງ 202,006 ຄົນ). ທົ່ວແຂວງມີໂຮງຮຽນທັງໝົດ 785 ແຫ່ງ, ມີນັກຮຽນ 74,829 ຄົນ (ຍິງ 37,317 ຄົນ), ຄູສອນ 3,328 ຄົນ, ແລະ ຄູຈ້າງຕາມສັນຍາ 37 ຄົນ. ຜ່ານການ¬ຈັດ¬ຕັ້ງປະ¬ຕິ¬ບັດແຜນພັດ¬ທະ¬ນາຂະ¬ແໜງ ¬ການສຶກ¬ສາ ແລະ ກິ¬ລາ ປະຈໍາສົກ¬ຮຽນ 2026-2026 ສະແດງໃຫ້ເຫັນໄດ້ໃນຈໍານວນ 10 ຄາດ¬ໝາຍຫຼັກທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແມ່ນມີ 9 ຄາດ¬ໝາຍທີ່ສາ¬ມາດບັນ¬ລຸໄດ້ຕາມແຜນ, ມີ 1 ຄາດໝາຍທີ່ມີຄວາມຄືບໜ້າດີຂຶ້ນແຕ່ບໍ່ບັນລຸລາຍລະອຽດດັ່ງລຸ່ມນີ້: ຄາດໝາຍທີ 1 ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 5 ປີໄດ້ເຂົ້າກຽມຄວາມພ້ອມດ້ວຍຮູບແບບຕ່າງໆ ຂອງການສຶກສາກ່ອນໄວຮຽນ ປະຕິບັດໄດ້ 86.2% ທຽບໃສ່ຜ່ານມາ ເພີ່ມຂຶ້ນ 1.9%, ທຽບໃສ່ແຜນລື່ນແຜນ 1.8% (ປີຜ່ານມາ 84.3% ແຜນປີ 84.4%); ຄາດໝາຍທີ 2 ອັດຕານັກຮຽນເຂົ້າໃໝ່ ປ.1 (ອັດຕາເຂົ້າຮຽນໃໝ່ສຸດທິ ປ.1) ບັນລຸໄດ້ 99.3%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 0.2%, ທຽບໃສ່ແຜນລື່ນແຜນ 0.3% (ປີຜ່ານມາ 99.1% ແຜນປີບໍ່ໃຫ້ຫຼຸດ 99%); ຄາດໝາຍທີ 4 ອັດຕາເລື່ອນຂັ້ນ ປ.5 ຂຶ້ນ ມ.1 ທຽບໃສ່ນັກຮຽນຕົ້ນປີ ປ.5 ປະຕິບັດໄດ້ 70.8%, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 4.4% ທຽບໃສ່ແຜນລື່ນແຜນ 3.8% (ປີຜ່ານມາ 66.4% ແຜນປີບໍ່ໃຫ້ຫຼຸດ 67%); ຄາດໝາຍທີ 5 ອັດຕາເຂົ້າຮຽນຮຽນລວມຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 54.6%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1.9%, ທຽບໃສ່ແຜນປີ ລື່ນແຜນ 0.4% (ປີຜ່ານມາ 52.7% ແຜນປີບໍ່ໃຫ້ຫຼຸດ 54.2%); ຄາດໝາຍທີ 6 ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 17.5%, ທຽບໃສ່ປີຜ່ານມາຫຼຸດລົງ 5.8%, ທຽບໃສ່ແຜນປີບັນລຸ ແລະ ຫຼຸດແຜນຢູ່ 4.1%( ປີຜ່ານມາ 23.3% ແຜນປີ ບໍ່ໃຫ້ເກີນ 21.6%).
ສ່ວນຄາດໝາຍທີ 7 ເປີເຊັນຂອງຄູປະຈໍາການ ແລະ ຜູ້ເຮັດວຽກສືກສານິເທດທຸກຊັ້ນໄດ້ຮັບການພັດທະນາວິຊາຊີບ ແບບຕໍ່ ເນື່ອງປະຕິບັດໄດ້ 17.4% ທຽບໃສ່ແຜນປີບັນລຸຕາມແຜນ; ຄາດໝາຍທີ 8 ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ຮັບບໍາລຸງຜ່ານການສືກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ (ກສນ) ປະຕິບັດໄດ້ 1,600 ຄົນ ປະຕິບັດໄດ້ຕາມແຜນ; ຄາດໝາຍທີ 9 ຈໍານວນນັກສຶກສາທີ່ຈົບອະຊີວະສຶກສາ ແລະ ອົບຮົມວິຊາຊີບຕາມຫຼັກສູດທາງການແມ່ນ ປະຕິບັດໄດ້ຕາມແຜນ; ຄາດໝາຍທີ 10 ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມສ້າງຂະບວນການການເຄື່ອນໄຫວ ຈັດກິດຈະກຳແຂ່ງຂັນກິລາປະຈໍາປີ, ກິລາບຸນປະເພນີ ແລະ ກິລາ ບຸນສຳຄັນຕ່າງໆຂອງຊາດ-ສາກົນ ປະຕິບັດໄດ້ 51.2% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1%, ທຽບໃສ່ແຜນລື່ນແຜນ 0.2% (ປີຜ່ານມາ 50.2% ແຜນປີ 51%). ນອກຈາກນີ້ ຍັງມີ 1 ຄາດໝາຍທີິ່ບໍ່ບັນລຸຕາມແຜນ ແຕ່ທຽບໃສ່ປີຜ່ານມາແມ່ນຫຼຸດລົງ ຄືອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມ ເທົ່າກັບ 7%, ທຽບໃສ່ປີຜ່ານມາຫຼຸດລົງ 0.2%, ທຽບໃສ່ແຜນບໍ່ບັນລຸຕາມແຜນຢູ່ 0.2% (ສົກຜ່ານມາ 7.2 % ແຜນປີບໍ່ເກີນ 6.8%).
ສຳລັບຜົນການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນ ໂດຍຊັ້ນປະຖົມສຶກສາ ຂັ້ນ ປ.1-ປ.4 ນັກຮຽນເຂົ້າຫ້ອງສອບເສັງທັງໝົດ 37,779 ຄົນ, ຍິງ 18,743 ຄົນ, ສອບໄດ້ 36,211 ຄົນ, ຍິງ 18,094 ຄົນ, ເທົ່າກັບ 95.85 %; ຂັ້ນ ປ.5 ນັກຮຽນມີໜ້າເຂົ້າຫ້ອງສອບເສັງ ທັງໝົດ 6,580 ຄົນ, ຍິງ 3,348 ຄົນ, ສອບໄດ້ 6,580 ຄົນ, ຍິງ 3,348 ຄົນ, ເທົ່າກັບ 100%. ຊັ້ນມັດທະຍົມສຶກສາ ຂັ້ນ ມ.1-ມ.3 ມີນັກຮຽນເຂົ້າຫ້ອງສອບເສັງທັງໝົດ 11,264 ຄົນ, ຍິງ 5,764 ຄົນ, ສອບໄດ້ 11,132 ຄົນ, ຍິງ 5,714 ຄົນ, ເທົ່າກັບ 98.83 %; ຂັ້ນ ມ.4 ມີ ນັກຮຽນມີໜ້າເຂົ້າຫ້ອງສອບເສັງ ທັງໝົດ 2,234 ຄົນ, ຍິງ 1,111 ຄົນ, ສອບໄດ້ 2,234 ຄົນ, ຍິງ 1,111 ຄົນ, ເທົ່າກັບ 100%; ຂັ້ນ ມ.5-ມ.6 ນັກຮຽນເຂົ້າຫ້ອງສອບເສັງທັງໝົດ 2,499 ຄົນ, ຍິງ 1,306 ຄົນ, ສອບໄດ້ 2,468 ຄົນ, ຍິງ 1,294 ຄົນ, ເທົ່າກັບ 98.76%; ຂັ້ນ ມ.7 ນັກຮຽນມີໜ້າເຂົ້າຫ້ອງສອບເສັງທັງໝົດ 1,015 ຄົນ, ຍິງ 508 ຄົນ, ສອບໄດ້ 1,015 ຄົນ, ຍິງ 508 ຄົນ, ເທົ່າກັບ 100%.
ທ່ານ ສຸນີ ນາມມະບົວລີ ກ່າວອີກວ່າ: ສຳລັບການປະລະການຮຽນ ໃນສາຍສາມັນສຶກສາ ສົກຮຽນ 2025-2026 ເມື່ອທຽບໃສ່ສົກຮຽນຜ່ານມາ ອັດຕາປະລະ ປ.1 ເທົ່າເດີມ (6.0%); ອັດຕາປະລະຊັ້ນປະຖົມ ເທົ່າກັບ 7.0%, ທຽບໃສ່ສົກຮຽນຜ່ານມາຫຼຸດ 0.2%; ອັດຕາປະລະ ມ.ຕົ້ນ ເທົ່າກັບ 17.5%, ຫຼຸດລົງ 5.8% (ສົກຮຽນຜ່ານມາ 23.3%); ອັດຕາປະລະ ມ.ປາຍ ເທົ່າກັບ 15.4%, ຫຼຸດລົງ 4.3% (ສົກຮຽນຜ່ານມາ 19.7%). ສະຫຼຸບລວມແລ້ວການປະລະການຮຽນໃນຊັ້ນປະຖົມສຶກສາມີການຫຼຸດລົງພຽງເລັກໜ້ອຍ, ສ່ວນຊັ້ນມັດທະຍົມສຶກສາລວມທັງ ມ.ຕົ້ນ ແລະ ມ.ປາຍ ຖ້າທຽບໃສ່ສົກຮຽນຜ່ານມາເຫັນວ່າຫຼຸດລົງຫຼາຍຫຼຸດລົງເຖິງ 4-5 ຈຸດກ່ວາເປີເຊັນ (%) ແຕ່ຖ້າເມື່ອທຽບໃສ່ຄາດໝາຍຂອງຂັ້ນກະຊວງ, ບັນດາແຂວງ/ນະຄອນທີ່ມີທ່າແຮງທາງດ້ານການສຶກສາເຫັນວ່າແຂວງສາລະວັນຍັງຢູ່ໃນລະດັບທີ່ສູງສົມຄວນ ໂດຍສະເພາະບັນດາເມືອງທີ່ມີອັດຕາປະລະສູງ ເຊັ່ນ: ຊັ້ນປະຖົມມີເມືອງຕະໂອ້ຍ 8.8%, ຄົງເຊໂດນ 8.2%, ສາລະວັນ 7.7% ແລະ ຕຸ້ມລານ7.6%; ຊັ້ນ ມ.ຕົ້ນ ມີເມືອງຕຸ້ມລານ, ລະຄອນເພັງ, ເລົ່າງາມ, ວາປີ ທີ່ສູງກ່ວາ 17%.
ສ່ວນມາດຕະການແກ້ໄຂ ແລະ ທິດທາງ ສົກຮຽນ 2026-2027 ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໄດ້ຜັນຂະຫຍາຍ 3 ນະໂຍບາຍ ແລະ 12 ມາດຕະການ ຕາມມະຕິຕົກລົງຂອງລັດຖະບານ (ສະບັບທີ 09/ລບ) ແລະ ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ (ສະບັບທີ 1216/ສສກ) ໂດຍມຸ່ງເນັ້ນວຽກງານຈຸດສຸມ ດັ່ງນີ້: ສືບຕໍ່ສະໜອງທຶນເບ້ຍລ້ຽງໃຫ້ນັກຮຽນດ້ອຍໂອກາດໃນເມືອງ 3 ສ້າງ ຈຳນວນ 1,065 ຄົນ (ຍິງ 586 ຄົນ) ຈາກທຶນລັດຖະບານ, ໂຄງການ EESDP ແລະ ໂຄງການ STG; ສະໜອງອັດຕາເບ້ຍລ້ຽງ 600,000 ກີບ/ຄົນ/ເດືອນ (ເບ້ຍລ້ຽງປະຈຳເດືອນ 300,000 ກີບ/12 ເດືອນ + ເບ້ຍມື້ 10,000 ກີບ/9 ເດືອນ) ໃຫ້ແກ່ນັກຮຽນຊົນເຜົ່າ 168 ຄົນ; ປັບເພີ່ມເງິນອາຫານທ່ຽງໃນໂຮງຮຽນຈາກ 5,000 ກີບ ເປັນ 10,000 ກີບ/ຄົນ/ມື້ ໃນ 236 ໂຮງຮຽນ (4 ເມືອງທຶນລັດ, 1 ເມືອງທຶນໂຄງການ) ກວມເອົານັກຮຽນ 19,098 ຄົນ; ສຳເລັດການຈັດກອງປະຊຸມຄູໄລຍະພັກສິ້ນປີຮຽນ (ແຈ້ງການ 143/ສກຂ) ໃນ 7 ເມືອງ ແລະ 3 ສູນ, ພ້ອມທັງປະກາດແຈ້ງການກະກຽມໄຂສົກຮຽນໃໝ່ 2026-2027 (ແຈ້ງການ 163/ສກຂ); ສະໜອງເບ້ຍລ້ຽງ ແລະ ໂຄສະນາແນະແນວອາຊີບ (ໂຄງການ VTESS), ພ້ອມທັງເປີດກວ້າງການສຶກສານອກໂຮງຮຽນ (ກສນ) ເພື່ອລົບລ້າງຄວາມບໍ່ຮູ້ໜັງສື ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ຜູ້ທີ່ປະລະການຮຽນໄດ້ມີໂອກາດກັບເຂົ້າຮຽນຄືນ; ສ້າງລະບົບເກັບກຳຂໍ້ມູນນັກຮຽນໃນເກນອາຍຸຢ່າງລະອຽດ, ສົມທົບກັບອົງການປົກຄອງເມືອງ, ບ້ານ, ຄະນະພັດທະນາການສຶກສາ ແລະ ຜູ້ປົກຄອງ ເພື່ອລົງປຸກລະດົມນັກຮຽນກຸ່ມສ່ຽງໃຫ້ກັບມາຮຽນ, ພ້ອມຈັດການບຳລຸງຮຽນພິເສດເພື່ອໃຫ້ຮຽນທັນໝູ່.
ທ່ານ ສຸນີ ນາມມະບົວລີ ໄດ້ເນັ້ນຢ້ຳໃນຕອນທ້າຍວ່າ: ການແກ້ໄຂບັນຫາການປະລະການຮຽນ ແມ່ນວຽກງານທີ່ຕ້ອງອາໄສຄວາມຮ່ວມມືຈາກທຸກພາກສ່ວນ ທັງອົງການປົກຄອງທຸກຂັ້ນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມມືກັນຊຸກຍູ້ໃຫ້ເດັກນ້ອຍ ແລະ ເຍົາວະຊົນໃນທົ່ວແຂວງສາລະວັນ ໄດ້ຮັບການສຶກສາຢ່າງທົ່ວເຖິງ ແລະ ມີຄຸນນະພາບ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
