Skip to main content

“ທ່ານ ອຸທັນ ໄຕລິດທິ” ຮັບການແຕ່ງຕັ້ງເປັນຮອງປະທານສະຫະພັນກິລາຍິງປືນແຫ່ງຊາດລາວ ຢ່າງເປັນທາງການ

24/08/2026
ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ອອກຂໍ້ຕົກລົງປະກາດແຕ່ງຕັ້ງທ່ານ ອຸທັນ ໄຕລິດທິ ປະທານບໍລິສັດ ລາວສະແຕນດາດ ຄອນໂທຣ ຈຳກັດ ໃຫ້ເປັນຮອງປະທານສະຫະພັນກິລາຍິງປືນແຫ່ງຊາດລາວ ຢ່າງເປັນທາງການ ເພື່ອກຽມຄວາມພ້ອມໃນການນຳພາທັບນັກກິລາຍິງປືນທີມຊາດລາວ ເຂົ້າຮ່ວມສ້າງຜົນງານກິລາໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 34 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ໃນປີ 2027 ນີ້.
ອີງຕາມດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ ສະບັບເລກທີ 90/ນຍ, ລງວັນທີ 20 ເມສາ 2026 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ສສກ ສະບັບເລກທີ 8909/ສກກ, ລົງວັນທີ 28 ພະຈິກ 2024. ດັ່ງນັ້ນ, ທ່ານລັດຖະມົນຕີກະຊວງ ສສກ ຈຶ່ງອອກຂໍ້ຕົກລົງວ່າດ້ວຍການຮອງຮັບແຕ່ງຕັ້ງທ່ານ ອຸທັນ ໄຕລິດທິ ປະທານບໍລິສັດ ລາວສະແຕນດາດ ຄອນໂທຣ ຈຳກັດ ໃຫ້ເປັນຮອງປະທານສະຫະພັນຍິງປືນແຫ່ງຊາດລາວ ຢ່າງເປັນທາງການ.
ດ້ວຍຜົນງານທີ່ໂດດເດັ່ນລະດັບຊາດ ໃນການເສຍສະຫຼະປະກອບສ່ວນວັດຖຸ ແລະ ທຶນຮອນຂອງທ່ານ ອຸທັນ ໄຕລິດທິ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄື ວຽກງານການສຶກສາ ແລະ ກິລາ ໄດ້ສ້າງໂຮງຮຽນປະຖົມສຶກສາສີວິໄລ ເມືອງປາກຊັນ ແຂວງບໍລິຄຳໄຊ ເກືອບ 5 ຕື້ກີບ. ນອກນັ້ນ ຍັງສະໜັບສະໜູນເງິນ 200 ລ້ານກີບ ໃຫ້ແກ່ທັບນັກກິລາຍິງປືນໄອພີເອັດຊີທີມຊາດລາວ ຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025 ແລະ ປະກອບສ່ວນບັນດາກິດຈະກຳຂອງຊາດ ຍ້ອນມີຜົນງານທີ່ໂດດເດັ່ນ ທ່ານ ອຸທັນ ໄຕລິດທິ ກໍໄດ້ຮັບການປະດັບຫຼຽນໄຊພັດທະນາ ຊັ້ນ I ແລະ ຫຼຽນລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈາກນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຫຼຽນໄຊພັດທະນາ ຊັ້ນ lll ຈາກປະທານປະເທດ ແຫ່ງ ສປປ ລາວ ແລະ ຫຼຽນຊາວໜຸ່ມຕະລຸມບອນຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ທ່ານ ອຸທັນ ໄຕລິດທິ ເປັນອີກໜຶ່ງນັກທຸລະກິດ ທີ່ກຳລັງມາແຮງ ນອກຈາກຈະເດັ່ນໃນສາຍທຸລະກິດ ກໍຍັງເປັນອີກບຸກຄະລາກອນຄົນທໍາອິດ ທີ່ສາມາດສ້າງຜົນງານຄັ້ງປະຫວັດສາດຄວ້າຫຼຽນເງິນຍິງປືນສັ້ນມາດຕະຖານ 50 ແມັດດ່ຽວຊາຍ ແລະ ຫຼຽນທອງ ປະເພດທີມຊາຍ ໃຫ້ແກ່ບ້ານເກີດເມືອງນອນແຂວງຊຽງຂວາງ ໃນງານກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ.
ປັດຈຸບັນ, ທ່ານ ອຸທັນ ໄຕລິດທິ ມີພາລະບົດ ແລະ ໜ້າທີ່ ເປັນຮອງປະທານສະຫະພັນກິລາຍິງປືນແຫ່ງຊາດລາວ ແລະ ຍັງເປັນຮອງປະທານສະໂມສອນຍິງປືນ ໄອພີເອັດຊີລາວ ອີກດ້ວຍ.
ຂ່າວໂດຍ ສົງການ ພັນແພງດີ