ແຂ່ງຂັນປິ່ງປ່ອງ ມິດຕະພາບ “ລາວ-ຈີນ ສາມັກຄີກັນ ປິ່ງປ່ອງເພື່ອກັນ ແລະ ກັນ” ສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ
24/08/2026

ພິທີເປີດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ-ຈີນ ພາຍໃຕ້ຄໍາຂວັນ “ຈີນ-ລາວ ສາມັກຄີກັນ, ປິ່ງປ່ອງເພື່ອກັນ ແລະ ກັນ” ເພື່ອສະເຫຼີມສະຫຼອງ ວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນ ທາງການທູດ ລາວ-ຈີນ ໄດ້ຈັດຂຶ້ນເມື່ອວັນທີ 22 ສິງຫາ 2026 ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ແລະ ເລຂາທິການສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ, ທ່ານ ຫວັງ ຊາງ ອຸປະທູດສະຖານທູດຈີນ ປະຈຳ ສປປ ລາວ, ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ຜູ້ຕາງໜ້າຈາກສະພັນກິລາອ້ອມຂ້າງ, ສະພາການຄ້າຈີນ, ສະພາການຄ້າ ຊາວຈີນຕ່າງດ້າວ ປະຈຳລາວ, ຕະຫຼອດຮອດການນໍາອາວຸໂສ, ພາກສ່ວນທີີ່ກ່ຽວຂ້ອງ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ທ່ານ ບູລະພາ ສັນຕິຄົງຄາ ປະທານສະພາການຄ້າ ຊາວຈີນຕ່າງດ້າວ ປະຈຳລາວ ກ່າວວ່າ: ການຈັດງານໃນຄັ້ງນີ້ ເພື່ອສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນ ທາງການທູດ ລາວ-ຈີນ ແລະ ພິທີເປີດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ-ຈີນ ພາຍໃຕ້ຄໍາຂວັນ “ຈີນ-ລາວ ສາມັກຄີ ກັນ, ປິ່ງປ່ອງເພື່ອກັນ ແລະ ກັນ” ປີ, ຕະຫຼອດ 65 ປີທີ່ຜ່ານມາ ລາວ-ຈີນ ໄດ້ເຄົາລົບນັບຖື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງສະເໝີຕົ້ນສະເໝີປາຍ ແລະ ກ້າວໄປຂ້າງໜ້າດ້ວຍກັນ, ໄດ້ສ້າງມິດຕະພາບທີ່ເລິກເຊິ່ງ ແລະ ຈິງໃຈລະຫວ່າງປະຊາຊົນສອງປະເທດ, ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ສອງຝ່າຍ ລາວ-ຈີນ ໄດ້ຈັດກິດຈະກຳແລກປ່ຽນທີ່ຫຼາກຫຼາຍປີ້ນອ້ອມ ແລະ ການແຂ່ງຂັນກິລາປິ່ງປ່ອງໃນຄັ້ງນີ້ ກໍແມ່ນສ່ວນໜຶ່ງທີ່ສໍາຄັນຂອງກິດຈະກຳແລກປ່ຽນມິດຕະພາບ, ກິລາບໍ່ມີຊາຍແດນ ແລະ ມິດຕະພາບເໜືອກວ່າແພ້ຫຼືໄຊຊະນະ, ໂຕະປິ່ງປ່ອງຂະໜາດນ້ອຍເຊື່ອມຕໍ່ຫົວໃຈປະຊາຊົນສອງປະເທດ, ການແກວ່ງໄມ້ປິ່ງປ່ອງ ແລະ ການຕີລູກປິ່ງປ່ອງກັບຄືນນັ້ນສະແດງເຖິງມິດຕະພາບ, ຄວາມເຄົາລົບ ແລະ ການຮ່ວມມື, ເຊິ່ງກິດຈະກຳເຫຼົ່ານີ້ບໍ່ພຽງແຕ່ເຮັດໃຫ້ເສີມສ້າງວັດທະນະທຳຂອງປະຊາຊົນທັງສອງປະເທດໃຫ້ອຸດົມສົມບູນຂຶ້ນ ເທົ່ານັ້ນ, ແຕ່ຍັງຮັດແໜ້ນສາຍພົວພັນລະຫວ່າງປະຊາຊົນຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດດຽວກັນນັ້ນ, ທ່ານ ທະນູສອນ ມະນີ ຮອງຫົວໜ້າຫ້ອງການ ຄະນະກໍາມະການຮ່ວມມື ລາວ-ຈີນ ໄດ້ກ່າວຕື່ມອີກວ່າ: ການຈັດງານດັ່ງກ່າວນີ້ ເພື່ອສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນ ທາງການທູດລາວ-ຈີນ ແລະ ພິທີເປີດການແຂ່ງຂັນກິລາປິງປ່ອງມິດຕະພາບ ລາວ-ຈີນ ພາຍໃຕ້ຄໍາຂວັນ “ລາວ-ຈີນ ຈິດໃຈດຽວກັນ, ຮ່ວມແຂ່ງຂັນປິ່ງປ່ອງກ້າວໄປພ້ອມກັນ” 65 ປີກ່ອນ, ປະຊາຊົນລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ, ມິດຕະພາບລະຫວ່າງລາວ-ຈີນ ໄດ້ຜ່ານຜ່ານການທົດສອບຂອງການເວລາ ແລະ ໄດ້ກາຍເປັນສາຍພົວພັນທີ່ເລິກເຊິ່ງ ແລະ ລ້ຳຄ່າໃນໃຈຂອງປະຊາຊົນສອງຊາດ, ເຊື່ອວ່າການແຂ່ງຂັນປິງປ່ອງຄັ້ງນີ້, ນັກກິລາຈາກທັງສອງປະເທດ ລາວ-ຈີນ ຈະສາມາດສ້າງມິດຕະພາບ ແລະ ເສີມຂະຫຍາຍຄວາມເຂົ້າໃຈຜ່ານກິລາ, ເຮັດໃຫ້ເພື່ອນມິດຊາວລາວ ແລະ ຈີນ ໄດ້ຮູ້ຈັກກັນຫຼາຍຂຶ້ນຜ່ານກິລາ, ແລກປ່ຽນຄວາມຄິດເຫັນ ແລະ ໃກ້ຊິດກັນຫຼາຍຂຶ້ນຜ່ານມິດຕະພາບ, ເພື່ອໃຫ້ມິດຕະພາບລະຫວ່າງລາວ-ຈີນ ຝັງເລິກຢູ່ໃນໃຈຂອງປະຊາຊົນ ແລະ ສືບທອດຈາກຮຸ່ນສູ່ຮຸ່ນ.
ສຳລັບການແຂ່ງຂັນດັ່ງກ່າວ, ປະກອບມີ ລາຍການແຂ່ງຂັນ ທີມ ດ່ຽວຊາຍອາວຸໂສ, ດ່ຽວຍິງອາວຸໂສ, ດ່ຽວຊາຍທົ່ວໄປ, ດ່ຽວຍິງທົ່ວໄປ ແລະ ທິມປະສົມ, ການແຂ່ງຂັນແມ່ນດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 22-23ສິງຫາ 2026.
ພາບ-ຂ່າວ: ບົວລະພາ
ຂ່າວຫຼ້າສຸດ
- “ຈິດຕິໄຊ ພົມມະແສງ” ແສງສະຫວ່າງຈາກແນວຫຼັງ ກັບພາລະກິດສ້າງໂຮງຮຽນໃຫ້ເດັກນ້ອຍເຂດຊົນນະບົດ ຈົນໄດ້ຮັບການຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ
- ສສກ ຈັດກິດຈະກຳສະເຫຼີມສະຫຼອງວັນກິລາອາຊຽນ ຄົບຮອບ 59 ປີ ຢ່າງຟົດຟື້ນ
- ກົມການສຶກສາຊັ້ນສູງ ສສກ ປະຊຸມໜ່ວຍວິຊາການຂະແໜງການຍ່ອຍ ການສຶກສາຫຼັງຊັ້ນມັດທະຍົມສຶກສາ ປະຈຳປີ 2026
- “ຄູ ວົງເພັດ ອ່ອນສີມາ” ແມ່ພິມຮຸ່ນໜຸ່ມ ຜູ້ອຸທິດຕົນສິດສອນ ເພື່ອເດັກນ້ອຍລາວ ຈົນໄດ້ຮັບການຍ້ອງຍໍຄູດີເດັ່ນຈາກກະຊວງສຶກສາທິການ ແລະ ກິລາ
- ວລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ເກືອບ 500 ຄົນ ສົກ 2025-2026
- ແຂ່ງຂັນປິ່ງປ່ອງ ມິດຕະພາບ “ລາວ-ຈີນ ສາມັກຄີກັນ ປິ່ງປ່ອງເພື່ອກັນ ແລະ ກັນ” ສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ


