Skip to main content

ຄຳມ່ວນ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ສົກຮຽນ 2025-2026

ກອງປະຊຸມ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ສົກຮຽນ 2025-2026 ແຂວງຄໍາມ່ວນ ໄດ້ໄຂຂຶ້ນໃນວັນທີ 25 ສິງຫາ 2026 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ມີບັນດາພະແນກການ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຕະຫຼອດເຖິງ ຄະນະບໍລິຫານວຽກງານການສຶກສຶກຂັ້ນແຂວງ, ຂັ້ນເມືອງ, ຂັ້ນຕາແສງເຂົ້າຮ່ວມ.
ໃນພິທີ, ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມ ແລະ ຜົນສໍາເລັດທີ່ພົ້ນເດັ່ນ ປະຈໍາສົກຮຽນ 2025-2026 ໂດຍຫຍໍ້ ເຊິ່ງຂະແໜງການສຶກສາ ແລະ ກິລາມີພະນັກງານສຶກສາພາກລັດທັງໝົດຈໍານວນ 4,226 ຄົນ, ຍິງ 2,503 ຄົນ, ມີພະນັກງານບໍລິຫານ ແລະ ຄຸ້ມຄອງການສຶກສາ 536 ຄົນ, ຍິງ 249 ຄົນ ແລະ ຄູສອນຕົວຈິງທັງໝົດ 3,690 ຄົນ, ຍິງ 2,254 ຄົນ (ຄູອະນຸບານ 333 ຄົນ, ຍິງ 333 ຄົນ, ຄູປະຖົມ 1,579 ຄົນ, ຍິງ 878 ຄົນ, ຄູມັດທະຍົມຕອນຕົ້ນ 712 ຄົນ, ຍິງ 393 ຄົນ, ຄູມັດທະຍົມຕອນປາຍ 948 ຄົນ, ຍິງ 604 ຄົນ, ຄູອາຊີວະສຶກສາມີ 118 ຄົນ, ຍິງ 46 ຄົນ. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນສົກຮຽນ 2025-2026 ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນແຕ່ລະດ້ານຄື: ຜົນການຈັດຕັ້ງປະຕິບັດ 10 ຄາດໝາຍທີ່ສະພາປະຊາຊົນແຂວງຮັບຮອງ (ບັນລຸ 8 ຄາດໝາຍ, ບໍ່ບັນລຸ 2 ຄາດໝາຍ) ໃນນັ້ນ, ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີໃນຊັ້ນການສຶກສາກ່ອນໄວຮຽນປະຕິບັດໄດ້ 72.7% (ຄາດໝາຍ 80.8%) ບໍ່ບັນລຸຄາດໝາຍ; ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ທຽບໃສ່ເດັກ 6 ປີປະຕິບັດໄດ້ 96.5% (ຄາດໝາຍ 96.4% ) ບັນລຸຄາດໝາຍ; ອັດຕາປະລະການຮຽນ ຊັ້ນປະຖົມສຶກສາປະຕິບັດໄດ້ 5.5% (ຄາດໝາຍ 4.5% ) ບໍ່ບັນລຸຄາດໝາຍ; ອັດຕາການເລື່ອນຊັ້ນ ປ.5 ຂຶ້ນ ມ.1 ປະຕິບັດໄດ້ 85.3 % (ຄາດໝາຍ 81.4% ) ບັນລຸຄາດໝາຍ; ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 64.8%(ຄາດໝາຍ 64.2% ) ບັນລຸຄາດໝາຍ; ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 12.5%(ຄາດໝາຍ 14%) ບັນລຸຄາດໝາຍ; ເປີເຊັນຂອງຄູປະຈຳການ ແລະ ຜູ້ເຮັດວຽກສຶກສານິເທດທຸກຊັ້ນ ໄດ້ຮັບການພັດທະນາວິຊາຊີບແບບຕໍ່ເນື່ອງສະເລ່ຍ 30% ຕໍ່ປີປະຕິບັດໄດ້ 41.6% (ຄາດໝາຍ 30%) ບັນລຸຄາດໝາຍ; ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 2,204 ຄົນ (ຄາດໝາຍ 1,200 ຄົນ ) ບັນລຸຄາດໝາຍ; ຈໍານວນນັກສຶກສາທີ່ຈົບອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບຕາມຫຼັກສູດທາງການປະຕິບັດໄດ້ 3,077 ຄົນ (ຄາດໝາຍ 2,000 ຄົນ) ບັນລຸຄາດໝາຍ; ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວເຂົ້າຮ່ວມການຫັດກາຍະບໍລິຫານ,ການອອກກໍາລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກຳການແຂ່ງຂັນກິລາປະຈໍາປີ, ກິລາວັນບຸນປະເພນີ, ກິລາວັນບຸນສໍາຄັນຕ່າງໆ ຂອງຊາດ ແລະ ສາກົນປະຕິບັດໄດ້ 39.4% (ຄາດໝາຍ 38%) ບັນລຸຄາດໝາຍ. ນອກຈາກນີ້ແລ້ວ ຍັງມີວຽກງານອຶ່ນໆ ອີກຈຳນວນໜຶ່ງ.
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ປະຈຳສົກຮຽນ 2024-2025, ການລາຍງານສະພາບການເຂົ້າຮຽນຂອງເດັກ 5 ປີ ພ້ອມວິທີແກ້ໄຂ, ການຈັດຕັ້ງປະຕິບັດການຮຽນ-ການສອນ, ການກະກຽມຄວາມພ້ອມໄຂສົກຮຽນໃໝ່, ການກະກຽມຄວາມພ້ອມໃນການປະຕິບັດຮູບລະບົບການສຶກສາສາຍສາມັນ 6+3+3, ການຈັດຕັ້ງປະຕິບັດວຽກງານການສຶກສານອກໂຮງຮຽນ ແລະ ອົບຮົມວິຊາຊີບຂັ້ນຟື້ນຖານ, ການຊຸກຍູ້ສົ່ງເສີມການຮຽນຄູ, ການແກ້ໄຂການຂາດຄູໄລຍະສັ້ນ ແລະ ໄລຍະຍາວ, ການປັບປຸງກົງຈັກຂັ້ນພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ.
ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳຄິດເຫັນ ເພື່ອເຮັດໃຫ້ວຽກງານການສຶກສາ ແລະ ກິລາ ໄດ້ຮັບການປັບປຸງຄືນໃໝ່ ໂດຍສະເພາະແມ່ນ ບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນບັນດາເມືອງຕ່າງໆ ໃນໄລຍະຜ່ານມາ ເຊິ່ງມັນໄດ້ສ້າງຜົນເສຍຫາຍເປັນຈຳນວນຫລາຍໃນຂົງເຂດວຽກງານການສຶກສາ, ພ້ອມນັ້ນແມ່ນເລັ່ງໃຫ້ບັນດາເມືອງມີການເກັບກໍາຂໍ້ມູນໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເພື່ອທີ່ຈະໄດ້ມີການປັບປຸງແກ້ໄຂ, ຊ້ອມແປງໃຫ້ທ່ວງທັນກັບການໄຂສົກຮຽນໃໝ່ 2026-2027 ພ້ອມກັນນັ້ນກໍ່ເພື່ອເຮັດໃຫ້ການປັບປຸງວຽກງານການຮຽນ-ການສອນໃຫ້ໄດ້ຮັບຄຸນນະພາບດີກວ່າເກົ່າ .