Skip to main content

ເປີດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2025-2026 ພ້ອມວາງແຜນການ ສົກ 2026-2027

31/08/2026
ເປີດຂຶ້ນຢ່າງເປັນທາງການ ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2025-2026 ພ້ອມທັງວາງທິດທາງແຜນການ ປະຈໍາສົກຮຽນ 2026-2027 ໃນວັນທີ 24 ສິງຫາ 2026 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງເມືອງເຟືອງ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມປະສົງ ສຸວົງຄໍາຈັນ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ, ທັງເປັນຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມແຂວງ, ທ່ານ ສີສະໄຫວ ແກ້ວດາລາວິນ ກໍາມະການພັກແຂວງ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ແລະ ທ່ານ ປອ ຄໍາ ຂັນທະວີວອນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະພະແນກ, ປະທານ/ຮອງປະທານຄະນະກໍາມະການປົກຄອງເມືອງ, ຫົວໜ້າຫ້ອງການ ສສຂ ປະຈໍາເມືອງ, ປະທານສະຫະພັນແມ່ຍິງເມືອງ, ຄະນະບໍລິຫານງານຊາວໜຸ່ມເມືອງ, ປະທານແນວລາວສ້າງຊາດເມືອງ, ຫົວໜ້າ/ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 11 ເມືອງທົ່ວແຂວງ, ພ້ອມດ້ວຍປະທານສະມາຄົມການສຶກສາພາກເອກະຊົນ, ຫົວໜ້າຫ້ອງການສຶກສາສົງແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ, ສູນ, ຫໍສະໝຸດ, ຜູ້ອໍານວຍການໂຮງຮຽນ ມສ-ມຕ ພາຍໃນເມືອງເຟືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 100 ກວ່າທ່ານ.
ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນສົກຮຽນທີ່ຜ່ານມາ (2025-2026); ເພື່ອປຶກສາຫາລືກໍານົດທິດທາງແຜນການ ໃນສົກຮຽນ 2026-2027 ເປັນຕົ້ນແມ່ນການວາງເປົ້າໝາຍ, ມາດຕະການ ແລະ ບູລິມະສິດໃຫ້ສອດຄ່ອງກັບນະໂຍບາຍຂອງກະຊວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແນໃສ່ຍົກສູງຄຸນນະພາບການຮຽນການສອນ ແລະ ຫຼຸດຜ່ອນອັດຕາປະລະການຮຽນຂອງນັກຮຽນພາຍໃນແຂວງວຽງຈັນ.
ໃນກອງປະຊຸມ, ທ່ານ ປອ ຄໍາ ຂັນທະວີວອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ແມ່ນສຸດທີ່ມີຄວາມໝາຍໃນການຕ້ອນຮັບສັງກະລາດໃໝ່, ສິ່ງທີ່ຈະເກີດຂຶ້ນບົນພື້ນຖານດ້ານເສດຖະກິດ ແລະ ສັງຄົມຂອງແຂວງວຽງຈັນ ທີ່ກໍາລັງພັດທະນາຂຶ້ນເທື່ອລະກ້າວ ສະແດງໃຫ້ເຫັນພວກເຮົາມີທ່າກ້າວຂະຫຍາຍຕົວທາງດ້ານລາຍຮັບຕໍ່ຫົວຄົນເພີ່ນຂຶ້ນ (GDP) ແລະ ວຽກງານວັດທະນະທໍາ-ສັງຄົມ ມີຄວາມຟົດຟື້ນ ສະແດງອອກໃນບັນຍາກາດການແຂ່ງຂັນສ້າງຜົນງານຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ. ນີ້ຄືຈຸດສໍາຄັນທີ່ພວກເຮົາຈະຮ່ວມກັນພັດທະນາວຽກງານວັດທະນະທໍາ-ສັງຄົມໃຫ້ຈະເລີນກ້າວໜ້າເທື່ອລະກ້າວ ເຮັດໃຫ້ສົມກັບຄໍາວ່າ: “ເອົາວຽກງານການສຶກສາໄປກ່ອນບາດກ້າວໜຶ່ງ”. ກອງປະຊຸມຄັ້ງນີ້, ພວກເຮົາໄດ້ຍົກສູງໃນຫົວຂໍ້ ຍົກສູງຄຸນນະພາບໃນການຮຽນການສອນ ແລະ ຫຼຸດອັດຕາປະລະການຮຽນຂອງນັກຮຽນທົ່ວແຂວງວຽງຈັນ. ສະນັ້ນ, ໃນສົກຮຽນນີ້, ແຂວງວຽງຈັນ ຈະປະຕິຮູບລະບົບການສຶກສາ ປະກອບມີ 2 ສ້າງ ຄື: ສ້າງໂຮງຮຽນໃຫ້ເປັນໂຮງຮຽນທີ່ດີ ແລະ ສ້າງຄູສອນຢູ່ໃນໂຮງຮຽນໃຫ້ເປັນຄູສອນດີ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ທີ່ຈະນໍາເອົາລູກຫຼານຂອງຕົນໄປຮຽນໂຮງຮຽນທີ່ດີ ມີຄຸນນນະພາບສູງ.
ໂອກາດດຽວກັນນີ້, ທ່ານ ສົມປະສົງ ສຸວົງຄໍາຈັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນຂອງວຽກງານການສຶກສາ-ກິລາທີ່ຍາດມາໄດ້ໃນສົກຮຽນຜ່ານມາ ໂດຍມັນສະແດງອອກໃນຜົນການຮຽນການສອນ ແລະ ການສອບເສັງຈົບຊັ້ນ ໄດ້ 100% ໃນທົ່ວແຂວງ ຊຶ່ງຜົນງານດັ່ງກ່າວ ແມ່ນຍ້ອນການນໍາພາ-ຊີ້ນໍາຂອງການນໍາຂັ້ນແຂວງ, ຂັ້ນເມືອງ ຕະຫຼອດຮອດຜູ້ບໍລິຫານການສຶກສາທຸກຂັ້ນ. ພ້ອມກັນນີ້, ທ່ານ ຍັງໄດ້ກ່າວເນັ້ນໜັກໃຫ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດຕາມແຜນການທີ່ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ວາງໄວ້ໃຫ້ສໍາເລັດຜົນເປັນກ້າວໆ ແນໃສເຮັດໃຫ້ 4 ໃນ 12 ຄາດໝາຍທີ່ເຫັນວ່າຍັງບໍ່ທັນບັນລຸ ເຮັດໃຫ້ມັນບັນລຸຜົນສໍາເລັດຢ່າງຈົບງາມ.
ພ້ອມດຽວກັນນີ້, ໃນກອງປະຊຸມໄດ້ຜ່ານບົດລາຍງານຫຍໍ້ຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈໍາສົກຮຽນ 2025-2026 ແລະ ທິດທາງແຜນການໃນສົກຮຽນຕໍ່ໜ້າ ຊຶ່ງຜົນການການຈັດຕັ້ງປະຕິບັດຕົວຊີ້ບອກການສຶກສາ 12 ຄາດໝາຍຫຼັກ ສົກຮຽນ 2025-2026 ສາມາດບັນລຸໄດ້ 8 ຄາດໝາຍ ຄື: ອັດຕາເຂົ້າໃໝ່ສຸດທິຂັ້ນ ປ.1 ໃນຊັ້ນປະຖົມສຶກສາ ປະຕິບັດໄດ້ 99,8% (ແຜນ 99%); ອັດຕາປະລະຂອງນັກຮຽນຊັ້ນປະຖົມສຶກສາ ປະຕິບັດໄດ້ 3,1% (ແຜນ 3,2%); ອັດຕາເລື່ອນຊັ້ນຂອງນັກຮຽນປະຖົມ ປ.5 ຂຶ້ນ ມ.1 ປະຕິບັດໄດ້ 95,1% (ແຜນ 95%); ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 84,4% (ແຜນ 83,3%); ເປີເຊັນຂອງຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດທຸກຊັ້ນໄດ້ຮັບການພັດທະນາວິຊາຊີບແບບຕໍ່ເນື່ອງ ສະເລ່ຍຕໍ່ປີ ປະຕິບັດໄດ້ 23,3% (ແຜນ 20%); ພະນັກງານ-ລັດຖະກອນພາຍໃນຂະເເໜງການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ໄດ້ຮັບການຝືກອົບຮົມການນໍາໃຊ້ ໄອຊີທີ ຂັ້ນພື້ນຖານ ປະຕິບັດໄດ້ 987 ຄົນ (ແຜນ 530 ຄົນຂຶ້ນໄປ); ເປີເຊັນມາດຕະຖານຄຸນນະພາບຂັ້ນພື້ນຖານໂຮງຮຽນຊັ້ນປະຖົມສຶກສາ ພາກລັດທົ່ວແຂວງ ປະຕິບັດໄດ້ 66,8% (ແຜນ 66,5%); ຈໍານວນກໍາມະການຕັດສິນໃນລະດັບແຂວງ ແລະ ລະດັບຊາດ ປະຕິບັດໄດ້ 7 ທ່ານ (ແຜນໃຫ້ໄດ້ 2 ທ່ານ).
ສະເພາະຄາດໝາຍທີ່ບໍ່ທັນບັນລຸ ມີ 4 ຄາດໝາຍ ຄື: ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ປະຕິບັດໄດ້ 85,1% (ແຜນ 85,6%); ອັດຕາປະລະຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 10,7% (ແຜນ 9,6%); ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ກຸ່ມເປົ້າໝາຍທີ່ມີຄວາມສົນໃຈ ປະຕິບັດໄດ້ 1.371 ຄົນ (ແຜນ 1.578 ຄົນ); ຈໍານວນຫົວຂໍ້ຄົ້ນຄວ້າວິທະຍາສາດໃຫ້ໄດ້ຢ່າງໜ້ອຍ 1 ຫົວຂໍ້ ຍັງບໍ່ສຳເລັດ.
ນອກຈາກນັ້ນ, ກອງປະຊຸມຍັງໄດ້ສະເໜີ 2 ແຜນງານ 4 ກິດຈະກໍາ ໃນການປະຕິຮູບການສຶກສາຢູ່ແຂວງວຽງຈັນ ໃນສົກຮຽນ 2026-2027; ບັນດາຫົວໜ້າຂະແໜງ, ສູນ ແລະ ຫໍສະໝຸດ ມີຄໍາເຫັນ; ສະເໜີຜົນງານທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍຂອງການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກງານບໍລິຫານການສຶກສາ ແລະ ກິລາ; ການຍົກສູງຄຸນນະພາບດ້ານການຮຽນການສອນ ແລະ ແຜນພັດທະນາປະຈໍາປີ 2027; ການຊຸກຍູ້ສົ່ງເສີມຜູ້ເຮັດວຽກສຶກສານິເທດພາຍໃນ (IPS); ວຽກບໍາລຸງຊັ້ນປະຖົມ, ຊັ້ນມັດທະຍົມຕອນຕົ້ນ-ຕອນປາຍ ແລະ ວຽກຝຶກອົບຮົມວິຊາຊີບຂັ້ນພື້ນຖານ; ແນະນໍາທາງດ້ານວິຊາຊີບຂັ້ນພື້ນຖານເຂົ້າໃນໂຮງຮຽນ (ວິຊາກໍ່ສູ້າງ ແລະ ເສີມສວຍ); ຕິດຕາມວຽກງານສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ ແລະ ຕິດຕາມ, ປະເມີນຜົນແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ (2026-2030); ການທົດແທນຄູ ແລະ ການສ້າງຄູທົດແທນຕາມການສູນເສຍດ້ວຍ 7 ຮູບການ; ການສ້າງສະໂມສອນກິລາໃນໂຮງຮຽນ; ເຜີຍແຜ່ຫຼັກສູດການຮຽນການສອນຂອງສາຍອາຊີວະສຶກສາ (ແຕ່ລະສາຂາວິຊາຮຽນ) ຂອງບັນດາວິທະຍາໄລຕ່າງໆ; ບັນດາຫົວໜ້າຫ້ອງການ ສກມ ປະກອບຄໍາເຫັນ; ຫ້ອງການ ສກມ ລາຍງານສະພາບການສຶກສາ-ກິລາພາຍໃນເມືອງຂອງ ຕົນ. ສໍາລັບກອງປະຊຸມຄັ້ງນີ້, ຈະດໍາເນີນໄປເປັນເວລາ 3 ວັນ ລະຫວ່າງວັນທີ 24-26 ສິງຫາ 2026 ຈຶ່ງຈະປິດລົງ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ