ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວນະຄອນຫຼວງວຽງຈັນ ສົກຮຽນ 2025-2026 ເນັ້ນຍົກສູງຄຸນນະພາບການສຶກສາ ແລະ ກຽມຄວາມພ້ອມຮອງຮັບການປະຕິຮູບຫຼັກສູດແຫ່ງຊາດ
31/08/2026

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ເປີດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໃນວັນທີ 26 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ-ການປົກຄອງ ນະຄອນຫຼວງວຽງຈັນ (ໜອງບົວທອງ), ໂດຍການເປັນປະທານຂອງ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ. ມີບັນດາທ່ານຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຄະນະພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ແຂກຖືກເຊີນ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຕາງໜ້າຈາກອົງການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ 9 ເມືອງ ພ້ອມດ້ວຍຜູ້ບໍລິຫານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳສົກຮຽນ 2025-2026 ແລະ ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳສົກຮຽນ 2026-2027 ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ຕົວເລກສະຖິຕິການສຶກສາໃນສົກຮຽນ 2025-2026 ວ່ານະຄອນຫຼວງວຽງຈັນ ມີສະຖານການສຶກສາທັງໝົດ 1,170 ແຫ່ງ (ເພີ່ມຂຶ້ນ 5 ແຫ່ງ) ແລະ ມີນັກຮຽນທັງໝົດ 215,833 ຄົນ (ເພີ່ມຂຶ້ນ 2,737 ຄົນ). ໃນນີ້, ຊັ້ນລ້ຽງເດັກ-ອະນຸບານ ມີ 427 ແຫ່ງ (ນັກຮຽນ 43,180 ຄົນ), ຊັ້ນປະຖົມສຶກສາ ມີ 538 ແຫ່ງ (ນັກຮຽນ 82,665 ຄົນ) ແລະ ຊັ້ນມັດທະຍົມສຶກສາ ມີ 205 ແຫ່ງ (ນັກຮຽນ 89,998 ຄົນ).
ສຳລັບການປະຕິບັດ 13 ຄາດໝາຍສູ້ຊົນ ທີ່ສະພາປະຊາຊົນນະຄອນຫຼວງວຽງຈັນ ຮັບຮອງ, ສາມາດບັນລຸໄດ້ 6 ຄາດໝາຍ ເຊັ່ນ: ອັດຕາເຂົ້າຮຽນຂອງເດັກ 5 ປີ ປະຕິບັດໄດ້ 101.91% (ຄາດໝາຍ 100%); ອັດຕາເຂົ້າໃໝ່ສຸດທິ ຂັ້ນ ປ.1 ປະຕິບັດໄດ້ 101.2% (ຄາດໝາຍ 100%); ອັດຕາເຂົ້າຮຽນລວມ ຊັ້ນ ມ.ຕົ້ນ ປະຕິບັດໄດ້ 100.1% (ຄາດໝາຍ 100%); ອັດຕາປະລະ ຊັ້ນ ມ.ປາຍ ຫຼຸດລົງເຫຼືອ 7.17% (ຄາດໝາຍ 7.5%); ການບຳລຸງລົບລ້າງຄວາມບໍ່ຮູ້ໜັງສື (15-40 ປີ) ປະຕິບັດໄດ້ 567 ຄົນ (ຄາດໝາຍ 457 ຄົນ); ການຈັດຕັ້ງການຮຽນ-ການສອນ ICT ໃນຊັ້ນມັດທະຍົມ ປະຕິບັດໄດ້ 95.61% (ຄາດໝາຍ 75%).
ຄຽງຄູ່ກັນນັ້ນ, ຍັງມີ 3 ຄາດໝາຍ ທີ່ບໍ່ບັນລຸ (ອັດຕາປະລະຊັ້ນປະຖົມ 2.38%, ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ປະຕິບັດໄດ້ 98.5% ແລະ ອັດຕາປະລະ ມ.ຕົ້ນ 5.35%) ແລະ ອີກ 4 ຄາດໝາຍ ແມ່ນກຳລັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນ (ວຽກງານ STEM, ການພັດທະນາຄູພາສາອັງກິດ, ສາຍອາຊີວະສຶກສາ/ຊັ້ນສູງ ແລະ ກິລາໃນໂຮງຮຽນ).
ພ້ອມນັ້ນ, ທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ໄດ້ຍົກໃຫ້ເຫັນຜົນສຳເລັດດ້ານວິຊາການ ໂດຍ ຊັ້ນ ປ.5 ມີນັກຮຽນເສັງໄດ້ 99.85% (15,290 ຄົນ); ຊັ້ນ ມ.4 ມີນັກຮຽນເສັງໄດ້ 99.98% (12,265 ຄົນ), ໃນນັ້ນມີນັກຮຽນຍາດໄດ້ ປະກາສະນີຍະບັດແດງ 138 ນ້ອງ; ຊັ້ນ ມ.7 ມີນັກຮຽນເສັງໄດ້ 99.98% (9,246 ຄົນ), ໃນນັ້ນມີນັກຮຽນຍາດໄດ້ ປະກາສະນີຍະບັດແດງ 96 ນ້ອງ. ສ່ວນຜົນງານນັກຮຽນເກັ່ງລະດັບຊາດ ທີມຕົວແທນນັກຮຽນເກັ່ງ ນວ 16 ນ້ອງ ສາມາດຍາດລາງວັນລະດັບຊາດມາໄດ້ 5 ຫຼຽນຄຳ, 4 ຫຼຽນເງິນ, 1 ຫຼຽນທອງ ແລະ 4 ລາງວັນຊົມເຊີຍ; ຜົນງານດ້ານກິລາ-ກາຍຍະກຳ ນະຄອນຫຼວງວຽງຈັນ ຍາດໄດ້ ເຈົ້າຫຼຽນຄຳ ທັງໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII (109 ຫຼຽນຄຳ, ລວມ 320 ຫຼຽນ) ແລະ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV (28 ຫຼຽນຄຳ, ລວມ 84 ຫຼຽນ); ການບໍລິຫານ ແລະ ຄຸ້ມຄອງຄູ ສາມາດຈັດຕັ້ງການສອບເສັງບັນຈຸລັດຖະກອນຄູໃໝ່ໄດ້ 344 ຕົວເລກ ແລະ ບັນຈຸຄູທົດແທນ 183 ຄົນ; ພ້ອມທັງໄດ້ສ້າງແຜນຄວາມຕ້ອງການຄູ ປະຈຳປີ 2026 ຈຳນວນ 1,346 ຄົນ ເພື່ອແກ້ໄຂບັນຫາການຂາດແຄນຄູ.
ນອກຈາກນີ້, ບົດລາຍງານຍັງໄດ້ຊີ້ໃຫ້ເຫັນສິ່ງທ້າທາຍ ໂດຍສະເພາະບັນຫາອາຄານໂຮງຮຽນເປ່ເພ, ການຂາດແຄນຄູສອນຢູ່ໂຮງຮຽນປະຖົມພາກລັດ, ອັດຕາການປະລະການຮຽນຍ້ອນເງື່ອນໄຂເສດຖະກິດ-ສັງຄົມ ແລະ ຄວາມຫຍຸ້ງຍາກດ້ານງົບປະມານໃນການກໍ່ສ້າງ-ສ້ອມແປງຫ້ອງ ປ.6 ເພື່ອກຽມຮັບຮອງການປັບປຸງຫຼັກສູດໃໝ່.
ໂອກາດນີ້, ທ່ານ ນາງ ລີປ່າເອ້ຍ ລີບົວປາວ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃສ່ 9 ທິດທາງ ເພື່ອສືບຕໍ່ພັດທະນາວຽກງານການສຶກສາ ຢູ່ນະຄອນຫຼວງວຽງຈັນ ໃນໄລຍະໃໝ່ ດັ່ງນີ້: ເອົາໃຈໃສ່ສຶກສາອົບຮົມ ພະນັກງານ ແລະ ຄູ-ອາຈານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີອຸດົມການ, ສິດສອນຢ່າງມີປະສິດທິພາບ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ນັກຮຽນ; ໃຫ້ຜູ້ບໍລິຫານໂຮງຮຽນ ເພີ່ມທະວີການຮ່ວມມືກັບ ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ສະມາຄົມພໍ່ແມ່ນັກຮຽນ ໃນການສ້າງແຜນພັດທະນາໂຮງຮຽນ ເພື່ອສະເໜີຂໍການຮັບຮອງຈາກອົງການປົກຄອງເມືອງ ເພື່ອຄວາມໂປ່ງໄສ ແລະ ຫຼຸດຜ່ອນຫາງສຽງສັງຄົມ; ຮີບຮ້ອນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ແລະ ທົ່ວນະຄອນຫຼວງວຽງຈັນ ໃຫ້ສຳເລັດຕາມຄາດໝາຍ ພ້ອມທັງປັບປຸງແບບແຜນວິທີເຮັດວຽກໃຫ້ທັນສະໄໝ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການ; ວາງແຜນກຽມຄວາມພ້ອມປ່ຽນຜ່ານລະບົບການສຶກສາແຫ່ງຊາດ ຈາກ 5+4+3 ມາເປັນ 6+3+3. ເນັ້ນການປັບປຸງພື້ນຖານໂຄງລ່າງ, ສ້າງຫ້ອງ ປ.6, ແລະ ຈັດສັນຄູ-ອາຈານ ເພື່ອກຽມສິດສອນຫຼັກສູດໃໝ່ ຊັ້ນ ປ.1, ປ.2, ປ.3 ໃນສົກຮຽນ 2027-2028 ແລະ ຫ້ອງ ປ.6 ໃນສົກຮຽນ 2028-2029; ສົມທົບກັບອົງການປົກຄອງບ້ານ ເພື່ອລົງຕິດຕາມ, ເກັບຂໍ້ມູນ ແລະ ຊອກຮູ້ສາເຫດທີ່ແທ້ຈິງ ຂອງນັກຮຽນທີ່ປະລະການຮຽນ ເພື່ອລາຍງານເມືອງ ແລະ ພະແນກສຶກສາ ຮ່ວມກັນແກ້ໄຂ ໃຫ້ນັກຮຽນໄດ້ກັບເຂົ້າມາຮຽນຕໍ່ຈົນຈົບ; ສົ່ງເສີມໃຫ້ຄູ-ອາຈານ ນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນເອເລັກໂຕຣນິກ ເຂົ້າໃນການສິດສອນ, ເນັ້ນການຮຽນ-ການສອນ ໂດຍເອົານັກຮຽນເປັນໃຈກາງ, ສ້າງຄ່ານິຍົມການຮຽນດີ-ຮຽນເກັ່ງ ແລະ ປຸກລະດົມນັກຮຽນທີ່ຈົບ ມ.7 ໃຫ້ຫັນມາຮຽນຄູ ເພື່ອແກ້ໄຂບັນຫາການຂາດແຄນຄູໃນໄລຍະຍາວ; ສືບຕໍ່ສ້າງ ແລະ ບຳລຸງນັກຮຽນເກັ່ງ ທັງຂັ້ນເມືອງ, ຂັ້ນນະຄອນຫຼວງ ແລະ ລະດັບຊາດ ຢ່າງຕໍ່ເນື່ອງ; ສືບຕໍ່ພັດທະນາໂຮງຮຽນ ໃຫ້ໄດ້ມາດຕະຖານ “ໂຮງຮຽນສີຂຽວ ສະອາດ ແລະ ສິ່ງແວດລ້ອມດີ” ພ້ອມທັງເປັນໂຮງຮຽນຕົວແບບດ້ານຄຸນນະພາບ; ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ລົງຕິດຕາມ ແລະ ໃຫ້ການຊ່ວຍເຫຼືອ ໂຮງຮຽນທີ່ຍັງມີຄວາມຫຍຸ້ງຍາກ ຢ່າງໃກ້ຊິດ.
ຕະຫຼອດການດຳເນີນກອງປະຊຸມ 2 ວັນ ລະຫວ່າງວັນທີ 26-27 ສິງຫາ 2026, ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນຢ່າງຟົດຟື້ນ ຜ່ານການແບ່ງກຸ່ມຄົ້ນຄວ້າ 11 ກຸ່ມ, ຮັບຟັງການລາຍງານ ບົດຮຽນການຍົກສູງຄຸນນະພາບການສິດສອນ ຈາກໂຮງຮຽນມັດທະຍົມສົມບູນ ວຽງຈັນ ແລະ ໂຮງຮຽນມັດທະຍົມສົມບູນ ວິຣະຖາວອນ, ການແກ້ໄຂບັນຫາປະລະການຮຽນ ຈາກຫ້ອງການສຶກສາທິການ ແລະ ກິລາເມືອງສີສັດຕະນາກ ແລະ ການກຽມຄວາມພ້ອມດ້ານພື້ນຖານໂຄງລ່າງ ຂັ້ນ ປ.6.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ















