Skip to main content

ສາລະວັນ ຂຸ້ນຂ້ຽວກະກຽມຄວາມພ້ອມໄຂສົກຮຽນໃໝ່ 2026–2027 ເນັ້ນຍົກສູງຄຸນນະພາບການສຶກສາຢ່າງຮອບດ້ານ

ແຂວງສາລະວັນ ກຳລັງຮີບຮ້ອນຂຸ້ນຂ້ຽວກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບການໄຂສົກຮຽນໃໝ່ ສົກຮຽນ 2026–2027 ໂດຍມຸ່ງເນັ້ນຍົກສູງຄຸນນະພາບການສຶກສາ, ພັດທະນາຄູ–ອາຈານ, ປັບປຸງສະຖານທີ່ຮຽນ ແລະ ສ້າງເງື່ອນໄຂໃຫ້ນັກຮຽນໄດ້ຮັບການຮຽນຮູ້ຢ່າງມີຄຸນນະພາບ ແລະ ທົ່ວເຖິງ.
ໃນໂອກາດການກະກຽມໄຂສົກຮຽນໃໝ່ນີ້, ທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ເນັ້ນໜັກໃຫ້ບັນດາຜູ້ບໍລິຫານການສຶກສາ ແລະ ກິລາ ໃນທຸກຂັ້ນ ຈົ່ງເອົາໃຈໃສ່, ຮັບຜິດຊອບສູງ ແລະ ກຳແໜ້ນວຽກງານການສຶກສາຢ່າງຮອບດ້ານ ໂດຍຖືເອົາ “ຜູ້ຮຽນເປັນໃຈກາງ”. ພ້ອມທັງໃຫ້ເອົາໃຈໃສ່ຮອບດ້ານ ທັງດ້ານຄຸນນະພາບການສອນ, ຄຸນນະທຳ–ຈັນຍາບັນ, ວິໄນ, ທັກສະຊີວິດ, ການກິລາ ແລະ ສຸຂະພາບຂອງນັກຮຽນ, ຕິດພັນກັບການສ້າງສະພາບແວດລ້ອມໃນໂຮງຮຽນໃຫ້ປອດໄພ, ສະອາດ ແລະ ເອື້ອອຳນວຍຕໍ່ການຮຽນຮູ້.
ສຳລັບການກະກຽມເຂົ້າສູ່ສົກຮຽນໃໝ່, ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ເນັ້ນໃຫ້ບັນດາໂຮງຮຽນ ກວດກາ ແລະ ປັບປຸງອາຄານສະຖານທີ່, ຫ້ອງຮຽນ, ໂຕະ–ຕັ່ງ, ຫ້ອງນ້ຳ, ນ້ຳດື່ມ ແລະ ສື່ອຸປະກອນການຮຽນ–ການສອນ; ຈັດສັນຄູ–ອາຈານໃຫ້ເໝາະສົມ, ພ້ອມທັງພັດທະນາຄວາມຮູ້ ແລະ ທັກສະວິຊາຊີບຂອງຄູ ໃຫ້ສາມາດຕອບສະໜອງຕໍ່ການຮຽນຮູ້ໃນຍຸກໃໝ່; ຜູ້ບໍລິຫານທຸກຂັ້ນຕ້ອງເອົາໃຈໃສ່ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຂອງໂຮງຮຽນຢ່າງທັນເວລາ, ໂດຍສະເພາະໂຮງຮຽນທີ່ຍັງຂາດແຄນຄູ ຫຼື ເງື່ອນໄຂຈຳເປັນ; ສົ່ງເສີມການຮ່ວມມືລະຫວ່າງ ໂຮງຮຽນ, ຄອບຄົວ ແລະ ຊຸມຊົນ ໃຫ້ມີຄວາມເຂັ້ມແຂງ.
ທ່ານ ສຸນີ ນາມມະບົວລີ ໄດ້ເນັ້ນໜັກຕື່ມວ່າ: ການພັດທະນາການສຶກສາຕ້ອງຄຳນຶງເຖິງໂຮງຮຽນ ແລະ ນັກຮຽນໃນເຂດຫ່າງໄກສອກຫຼີກເປັນພິເສດ. ຜູ້ບໍລິຫານການສຶກສາທຸກຂັ້ນ ຄວນລົງເລິກຕິດຕາມສະພາບຕົວຈິງ, ກຳແໜ້ນຄວາມຂາດເຂີນ ແລະ ຊອກຫາແນວທາງແກ້ໄຂໃຫ້ທັນການ ໂດຍສະເພາະ ຕ້ອງເອົາໃຈໃສ່ຈັດສັນຄູ–ອາຈານໃຫ້ພຽງພໍ, ສະໜອງປຶ້ມແບບຮຽນ ແລະ ອຸປະກອນການສອນ, ປັບປຸງຫ້ອງຮຽນ ແລະ ສິ່ງອຳນວຍຄວາມສະດວກຂັ້ນພື້ນຖານ ເພື່ອໃຫ້ໂຮງຮຽນຫ່າງໄກສາມາດດຳເນີນການຮຽນ–ການສອນໄດ້ຢ່າງມີຄຸນນະພາບ. ພ້ອມນີ້, ຕ້ອງສົ່ງເສີມໂອກາດການເຂົ້າຮຽນຢ່າງເທົ່າທຽມ ໂດຍສະເພາະເດັກຈາກຄອບຄົວທີ່ຢູ່ໄກໂຮງຮຽນ ແລະ ເດັກທີ່ຂາດໂອກາດ ເຊິ່ງແມ່ນໜ້າທີ່ຮ່ວມກັນຂອງຜູ້ບໍລິຫານ, ຄູ–ອາຈານ, ພໍ່ແມ່, ຊຸມຊົນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອໃຫ້ຮຽນທຸກເຂດໄດ້ຮັບໂອກາດທາງການສຶກສາຢ່າງທົ່ວເຖິງ.
ແນວໃດກໍດີ, ກ່ອນການໄຂສົກຮຽນ, ຂະແໜງການສຶກສາແຂວງ ໄດ້ຈັດກອງປະຊຸມຄູໃນໄລຍະພັກສິ້ນປີຮຽນ ຄວບຄູ່ກັບກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ເພື່ອສະຫຼຸບຜົນການຮຽນ–ການສອນໃນສົກຮຽນຜ່ານມາ, ທົບທວນບັນຫາ ແລະ ວາງແນວທາງແກ້ໄຂ ພ້ອມກະກຽມຄວາມພ້ອມຮອບດ້ານສຳລັບສົກຮຽນໃໝ່ 2026–2027 ເຊິ່ງໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນປະເມີນຈຸດແຂງ–ຈຸດອ່ອນ, ແລກປ່ຽນບົດຮຽນ ແລະ ສະເໜີແນວທາງປັບປຸງ. ພ້ອມນີ້ ໄດ້ເນັ້ນໃຫ້ຄູ–ອາຈານ ເອົາໃຈໃສ່ພັດທະນາຕົນເອງ, ປັບປຸງວິທີການສອນ ແລະ ນຳໃຊ້ສື່–ເຕັກໂນໂລຊີໃຫ້ເໝາະສົມ.
ທ່ານ ສຸນີ ນາມມະບົວລີ ໄດ້ກ່າວເນັ້ນຕື່ມໃນຕອນທ້າຍວ່າ: ຜູ້ບໍລິຫານການສຶກສາທຸກຂັ້ນ ຕ້ອງມີຄວາມຮັບຜິດຊອບ, ເປັນແບບຢ່າງທີ່ດີ ແລະ ລົງເລິກຕິດຕາມວຽກງານຕົວຈິງ ເພື່ອນຳພາຄູ–ອາຈານ ແລະ ສະຖານສຶກສາ ໃຫ້ບັນລຸຄຸນນະພາບຕາມທິດທາງທີ່ວາງໄວ້ຢ່າງມີປະສິດທິຜົນ.
ພາບ-ຂ່າວ: ແຫຼງຄຳ (ສກຂ ສາລະວັນ)