ເປີດສາກແລ້ວ ດອກປີກໄກ່ຊີງແຊ້ມທົ່ວປະເທດ ຄັ້ງທີ 25 ມີນັກກິລາຫຼາຍກວ່າ 500 ຄົນ ຮ່ວມຊີງໄຊຄວາມເປັນໜຶ່ງ
01/09/2026

ການແຂ່ງຂັນກິລາດອກປີກໄກ່ ຊີງແຊ້ມທົ່ວປະເທດ ຄັ້ງທີ 25 ຫຼື “The XXV BeerLao Badminton Championship 2026” ເປີດສາກຂຶ້ນຢ່າງເປັນທາງການ ເຊິ່ງລາຍການນີ້ ມີນັກກິລາເຂົ້າຮ່ວມຫຼາຍກວ່າ 500 ຄົນ ຈາກ 26 ສະໂມສອນ ທົ່ວປະເທດ ແລະ ມີການຊີງໄຊ 21 ລາຍການ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສດ ເບຍລາວ ຈຳກັດ ມູນຄ່າ 770 ລ້ານກີບ.
ພິທີເປີດການແຂ່ງຂັນກິລາດັ່ງກ່າວ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 27 ສິງຫາ 2026 ແລະ ຈະດຳເນີນໄປຮອດວັນທີ 30 ສິງຫາ 2026 ທີ່ສະໂມສອນກິລາໃນຮົ່ມ ດອກປີກໄກ່ ມິດຕະພາບລາວ-ໄທ (ບຶງຂະຫຍອງ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ແລະ ສິດທິປະໂຫຍດ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນດອກປີກໄກ່ແຫ່ງຊາດລາວ, ສະຫະພັນກິລາດອກປີກໄກ່ບັນດາແຂວງ, ແຂກຖືກ, ຄະນະນຳສະໂມສອນ, ນັກກິລາ ກຳມະການຕັດສິນ, ມວນຊົນກອງຊົມກອງເຊຍເຊົ້າຮ່ວມຢ່າງຫຼວງ.
ໂອກາດນີ້, ທ່ານ ປອ ໄຊບັນດິດ ຣາຊະພົນ ເລຂາທິການ ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນໃນປີນີ້ ຖືເປັນວາລະພິເສດ ເນື່ອງຈາກເປັນການສະຫຼອງຄົບຮອບ 25 ປີ ຂອງການຮ່ວມມື ລະຫວ່າງ ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ແລະ ບໍລິສັດ ເບຍລາວ ຈຳກັດ. ເຊິ່ງການແຂ່ງຂັນ ມີນັກກິລາເຂົ້າຮ່ວມຫຼາຍກວ່າ 500 ຄົນ ຈາກ 26 ສະໂມສອນ ທົ່ວປະເທດ ແລະ ມີການຊີງໄຊ 21 ລາຍການ, ໃນນີ້ ກໍມີການເກັບຄະແນນສະສົມ ສຳລັບປະເພດເຍົາວະຊົນ ປະກອບມີ U13, U15, U17 ແລະ U19 ສ່ວນປະເພດທົ່ວໄປ ຊາຍດ່ຽວ, ຍິງດ່ຽວ, ຊາຍຄູ່, ຍິງຄູ່ ແລະ ຄູ່ປະສົມ. ນອກຈາກນັ້ນ ຄະນະຈັດງານຍັງເປີດໂອກາດໃຫ້ຜູ້ຫຼິ້ນສະໝັກຫຼິ້ນ ຫຼື ຜູ້ທີ່ຍັງບໍ່ມີອັນດັບ ແລະ ບໍ່ສັງກັດສະໂມສອນ ໄດ້ເຂົ້າຮ່ວມເພີ່ມອີກ 4 ລາຍການ ໂດຍມີຜູ້ລົງທະບຽນເຂົ້າຮ່ວມລວມກວ່າ 200 ຄູ່.
ທ່ານ ປອ ໄຊບັນດິດ ຣາຊະພົນ ໃຫ້ຮູ້ອີກວ່າ: ການແຂ່ງຂັນຄັ້ງນີ້ ບໍ່ພຽງແຕ່ເປັນເວທີໃຫ້ນັກກິລາທົ່ວປະເທດໄດ້ສະແດງຄວາມສາມາດ ແລະ ຊີງໄຊຫາຄວາມເປັນເລີດເທົ່ານັ້ນ, ແຕ່ຍັງເປັນກົນໄກສຳຄັນໃນການພັດທະນານັກກິລາ, ສ້າງລະບົບອັນດັບລະດັບຊາດ ແລະ ກະກຽມນັກກິລາລາວ ກ້າວສູ່ເວທີພາກພື້ນ ແລະ ສາກົນໃນອະນາຄົດ ອີກດ້ວຍ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


