Skip to main content

ເມືອງຊົນນະບູລີ ກຽມພ້ອມໄຂສົກຮຽນໃໝ່ 2026–2027 ພ້ອມກຳນົດ 4 ຈຸດພິທີເປີດຢ່າງເປັນທາງການ

01/09/2026
ເພື່ອຮັບປະກັນໃຫ້ພິທີໄຂສົກຮຽນໃໝ່ ສົກຮຽນ 2026–2027 ດໍາເນີນໄປຢ່າງມີຄຸນນະພາບ ແລະ ຮຽບຮ້ອຍຕາມກຳນົດ, ຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຕັ້ງໜ້າກະກຽມຄວາມພ້ອມດ້ານ ດ້ານພື້ນຖານໂຄງລ່າງ, ບຸກຄະລາກອນຄູ ແລະ ອຸປະກອນການຮຽນ-ການສອນຢ່າງຮອບດ້ານ.
ກ່ຽວກັບວຽກງານດັ່ງກ່າວ, ທ່ານ ກໍລະກັນ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວປະຈຳເມືອງ ໃນວັນທີ 27 ສິງຫາ 2026 ເຖິງຜົນການກະກຽມ ແລະ ທິດທາງຊີ້ນຳວ່າ: ດ້ານໂຄງລ່າງພື້ນຖານ ແມ່ນໄດ້ເອົາໃຈໃສ່ສ້ອມແປງອາຄານໂຮງຮຽນທີ່ເປ່ເພຈາກຜົນກະທົບຂອງລະດູຝົນ, ພ້ອມທັງຈັດອະນາໄມ, ກະກຽມຫ້ອງຮຽນ ແລະ ເຄື່ອງໃຊ້ການສອນໃຫ້ພ້ອມໃຊ້ງານ; ດ້ານບຸກຄະລາກອນ ໄດ້ຈັດສັນ ແລະ ແຈກຢາຍຄູ-ອາຈານ ໄປຕາມໂຮງຮຽນຕ່າງໆ ໂດຍສະເພາະເຂດຫ່າງໄກສອກຫຼີກ ເພື່ອແກ້ໄຂບັນຫາການຂາດເຂີນຄູ; ດ້ານການຂົນຂວາຍ ແລະ ການມີສ່ວນຮ່ວມ ແມ່ນໄດ້ປະສານສົມທົບກັບ ອົງການປົກຄອງບ້ານ ແລະ ສະມາຄົມຜູ້ປົກຄອງນັກຮຽນ ເພື່ອລະດົມຂົນຂວາຍໃຫ້ນຳພາລູກຫຼານມາຈົດລາຍຊື່ ແລະ ເຂົ້າຮຽນໃຫ້ທັນຕາມກຳນົດ ເພື່ອຫຼຸດຜ່ອນອັດຕາການປະລະການຮຽນ.
ສໍາລັບການໄຂສົກຮຽນໃໝ່ 2026–2027 ແມ່ນກຳນົດເອົາ ວັນທີ 1 ກັນຍາ 2026 ເປັນມື້ເປີດຢ່າງເປັນທາງການ ໂດຍພາຍໃນເມືອງຊົນນະບູລີ ຈະຈັດພິທີເປີດ ຢູ່ 4 ຈຸດໃຫຍ່ ຄື: ໂຮງຮຽນປະຖົມຄຳບຸນເຮືອງ, ໂຮງຮຽນປະຖົມໂນນຮັ່ງມີ, ໂຮງຮຽນປະຖົມໜອງບົວລາວ ແລະ ໂຮງຮຽນ ມສ ລຳທວາຍ.
ໃນໂອກາດນີ້, ທ່ານ ກໍລະກັນ ໄຊຍະລິນ ຍັງໄດ້ຮຽກຮ້ອງມາຍັງ ພໍ່ແມ່ຜູ້ປົກຄອງ ຈົ່ງນຳເອົາລູກຫຼານມາເຂົ້າຮຽນໃຫ້ຫຼາຍຂຶ້ນ ແລະ ເນັ້ນໃຫ້ຫຼານໆນັກຮຽນ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ເພາະການສຶກສາເປັນທຶນຮອນ ແລະ ເປັນສິ່ງສຳຄັນ ໃນການພັດທະນາຄອບຄົວ ຕະຫຼອດຮອດປະເທດຊາດ ໃຫ້ຈະເລີນກ້າວໜ້າ.
ພາບ-ຂ່າວໂດຍ: ທີມງານຜູ້ສື່ຂ່າວປະຈຳເມືອງຊົນນະບູລີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ