Skip to main content

ສກມ ຫີນເຫີບ ລົງປະເມີນຜົນການຮຽນ-ການສອນບໍາລຸງຄືນ ວິຊາພາສາລາວ ແລະ ຄະນິດສາດ ຊັ້ນ ປ.1-ປ.5

ໃນລະຫວ່າງວັນທີ 17-18 ກໍລະກົດ 2026 ຜ່ານມານີ້, ຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ສກມ ຫີນເຫີບ ແຂວງວຽງຈັນ ໄດ້ລົງປະເມີນຜົນການຮຽນ-ການສອນບໍາລຸງຄືນ ວິຊາພາສາລາວ ແລະ ວິຊາຄະນິດສາດ ໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ (ປ.1 – ປ.5) ທົ່ວເມືອງ.
ການລົງປະເມີນຜົນໃນຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການຂອງທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ສະບັບເລກທີ 707/ສກຂ, ລົງວັນທີ 15 ມິຖຸນາ 2026 ວ່າດ້ວຍການບໍາລຸງຄືນ ວິຊາພາສາລາວ ແລະ ຄະນິດສາດ ໃຫ້ແກ່ນັກຮຽນຊັ້ນປະຖົມ (ປ.1 – ປ.5) ປະຈໍາສົກຮຽນ 2025-2026.
ການປະຕິບັດງານດັ່ງກ່າວ ຢູ່ພາຍໃຕ້ການນຳພາ-ຊີ້ນໍາຂອງ ທ່ານ ຄໍາສອນ ຈັນທະລັງສີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫີນເຫີບ ພ້ອມດ້ວຍຄະນະ. ໃນນັ້ນ, ມີຫົວໜ້າໜ່ວຍງານ, ຮອງໜ່ວຍງານ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ແລະ ປະເມີນຜົນນັກຮຽນຕົວຈິງ ຢູ່ຕາມແຕ່ລະໂຮງຮຽນປະຖົມສຶກສາພາຍໃນເມືອງ ຫຼັງຈາກທີ່ໄດ້ຈັດຕັ້ງການຮຽນ-ການສອນບໍາລຸງຄືນ ລວມທັງໝົດ 54 ວັນ (ເລີ່ມຕັ້ງແຕ່ວັນທີ 24 ມິຖຸນາ ຫາ ວັນທີ 17 ສິງຫາ 2026).
ຜ່ານການປະເມີນຜົນຕົວຈິງ ຂອງນັກຮຽນຊັ້ນ ປ.1 – ປ.5 ທົ່ວເມືອງ ສາມາດສະຫຼຸບສັງລວມໄດ້ດັ່ງນີ້: ວິຊາ ພາສາລາວ: ລະດັບດີ ຈຳນວນ 427 ນ້ອງ, ລະດັບພໍໃຊ້ (ຕ້ອງປັບປຸງໜ້ອຍໜຶ່ງ) 298 ນ້ອງ ແລະ ລະດັບຕ້ອງປັບປຸງຢ່າງເລັ່ງດ່ວນ 16 ນ້ອງ. ສ່ວນວິຊາ ຄະນິດສາດ: ລະດັບດີ ຈຳນວນ 359 ນ້ອງ, ລະດັບພໍໃຊ້ (ຕ້ອງປັບປຸງໜ້ອຍໜຶ່ງ) 233 ນ້ອງ ແລະ ລະດັບຕ້ອງປັບປຸງຢ່າງເລັ່ງດ່ວນ 20 ນ້ອງ.
ຂ່າວໂດຍ: ອຸໄທ ໂພທິສານ