Skip to main content

ການນໍາ ສສກ ອວຍພອນ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ເສີມຂະຫຍາຍການຮ່ວມມືດ້ານການສຶກສາ-ກິລາ

01/09/2026
ໃນວັນທີ 27 ສິງຫາ 2026 ທີ່ສະຖານທູດເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ອວຍພອນ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ ຄົບຮອບ 81 ປີ (02/09/1945-02/09/2026) ແລະ ເສີມຂະຫຍາຍກໍາລັງການຮ່ວມມືດ້ານການສຶກສາ ແລະ ກິລາ.
ໃນໂອກາດດັ່ງກ່າວນີ້, ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ເຖິງພັກ, ລັດ, ປະຊາຊົນ ແລະ ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ໄດ້ໃຫ້ຄວາມເອົາໃຈໃສ່, ສະໜັບສະໜູນ ແລະ ຊ່ວຍເຫຼືອ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຂອງສປປ ລາວເຮົາ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການຮັບເອົານັກກິລາທີມຊາດລາວ ໄປຝຶກຊ້ອມເກັບຕົວຢູ່ ສສ ຫວຽດນາມ ເຊິ່ງສະແດງໃຫ້ເຫັນເຖິງນໍ້າໃຈມິດຕະພາບອັນຈິງໃຈ ແລະ ການຊ່ວຍເຫຼືອຢ່າງເຕັມເມັດເຕັມໜ່ວຍ. ພ້ອມດຽວກັນນີ້, ທ່ານກໍໄດ້ອວຍພອນໄຊອັນປະເສີດ ໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈົ່ງຍາດໄດ້ໄຊຊະນະອັນຍິ່ງໃຫຍ່ກວ່າເກົ່າ ໃນການສ້າງສາພັດທະນາປະເທດຊາດ.
ໂອກາດດຽວກັນນັ້ນ, ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ຄະນະລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາມາຮ່ວມອວຍພອນ. ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ດ້ວຍສາຍພົວພັນອັນສັດຊື່ບໍລິສຸດ ເຊິ່ງເປັນຮາກຖານຍຸດທະສາດ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ທົບທວນຄືນ ໝາກຜົນການຮ່ວມມື ໃນໄລຍະ 2 ປີຜ່ານມາ ຂອງການດໍາລົງຕໍາແໜ່ງຂອງທ່ານເອກອັກຄະລັດຖະທູດ ເຊິ່ງເຫັນວ່າ ຂະແໜງການສຶກສາ ແລະ ກິລາ ມີການຂະຫຍາຍຕົວຢ່າງແຂງແຮງ. ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບ ການກຽມຄວາມພ້ອມຕ້ອນຮັບການຢ້ຽມຢາມຂອງ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ, ໂດຍສະເພາະ ແມ່ນໂຄງການສ້າງມະຫາວິທະຍາໄລ ມິດຕະພາບ ລາວ-ຫວຽດນາມ; ການຫັນເປັນດິຈິຕອນ ແລະ ການພັດທະນາຊັບພະຍາກອນມະນູດ ທີ່ ສະຖານທູດຫວຽດນາມ ພະຍາຍາມຊຸກຍູ້ ກຸ່ມບໍລິສັດ ໂທລະຄົມມະນາຄົມ (Viettel) ໃນການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຫັນເປັນດິຈິຕອນ ແລະ ການສະໜອງທຶນການສຶກສາ ໃຫ້ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ ເຊິ່ງຖືເປັນພາລະກິດທີ່ສໍາຄັນ ດ້ານການພັດທະນາຄົນ ແລະ ໂຄງລ່າງພື້ນຖານດິຈິຕອນ; ການຮ່ວມມືດ້ານກິລາ ຊຸກຍູ້ການຮ່ວມມື ແລະ ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສະຫະພັນກິລາຂອງທັງສອງປະເທດ ກໍຄື ສະຫະພັນກິລາພິກເກີບອນ.
ໃນຕອນທ້າຍ, ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ໄດ້ຢືນຢັນວ່າ ສະຖານທູດຫວຽດນາມ ຈະສືບຕໍ່ເຮັດໜ້າທີ່ເປັນຂົວຕໍ່ ເພື່ອຊຸກຍູ້ສາຍກ່ຽວພັນການຮ່ວມມື ລະຫວ່າງ ສອງກະຊວງ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ອວຍພອນໃຫ້ ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ລາວ – ຫວຽດນາມ ຈົ່ງໝັ້ນຄົງ ທະນົງແກ່ນ ແລະ ຍືນຍົງ ຕະຫຼອດກາລະນານ.
ຂ່າວ: ບົວລະພາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ