Skip to main content

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວນະຄອນຫຼວງ ສົກຮຽນ 2025-2026 ອັດລົງດ້ວຍຜົນສຳເລັດ

01/09/2026
ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໃນວັນທີ 27 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ-ການປົກຄອງ ນະຄອນຫຼວງວຽງຈັນ (ໜອງບົວທອງ), ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ. ມີບັນດາທ່ານຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຕາງໜ້າອົງການປົກຄອງ 9 ເມືອງ, ຜູ້ບໍລິຫານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ໃນພິທີ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຜົນການດຳເນີນກອງປະຊຸມໃນມື້ທີ 1 ແລະ ຮັບຟັງການລາຍງານຈາກຕາງໜ້າກຸ່ມໂຮງຮຽນ ພ້ອມປະກອບຄຳຄິດເຫັນຕໍ່ບົດລາຍງານ. ໃນນັ້ນ ໄດ້ສະທ້ອນໃຫ້ເຫັນເຖິງບັນຫາ ແລະ ສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ອາຄານໂຮງຮຽນເປ່ເພ, ການຂາດແຄນຄູສອນຢູ່ໂຮງຮຽນປະຖົມພາກລັດ, ອັດຕາການປະລະການຮຽນຍ້ອນເງື່ອນໄຂເສດຖະກິດ-ສັງຄົມ ແລະ ຂໍ້ຈຳກັດດ້ານງົບປະມານໃນການກໍ່ສ້າງ-ສ້ອມແປງຫ້ອງ ປ.6 ເພື່ອກຽມຮອງຮັບການປັບປຸງຫຼັກສູດໃໝ່. ພ້ອມນັ້ນ, ຍັງໄດ້ລາຍງານຜົນສຳເລັດການສ້າງໂຮງຮຽນຂຽວສະອາດ ແລະ ສິ່ງແວດລ້ອມດີ ແລະ ໂຮງຮຽນຕົວແບບຄຸນນະພາບຊັ້ນອະນຸບານ ພ້ອມທັງມອບໃບຍ້ອງຍໍຂັ້ນພະແນກສຶກສາທິການ ແລະ ກິລານະຄອນຫຼວງ ແລະ ໃບຊົມເຊີຍຂັ້ນອົງການປົກຄອງນະຄອນຫຼວງວຽງຈັນ ໃຫ້ແກ່ໂຮງຮຽນທີ່ມີຜົນງານດີເດັ່ນ.
ໃນໂອກາດນີ້, ທ່ານ ປອ ນາງ ວິໄລວອນ ຈັນທະລາຕີ ໄດ້ກ່າວໂອ້ລົມ ແລະ ສະແດງຄວາມຍິນດີຕໍ່ບັນດາຜູ້ບໍລິຫານການສຶກສາ ແລະ ກິລາ ທີ່ໄດ້ຮ່ວມກັນສະຫຼຸບຜົນງານ ແລະ ທົບທວນບັນຫາອຸປະສັກຕ່າງໆ. ທ່ານນາງເນັ້ນວ່າ ວຽກງານການສຶກສາ ແລະ ກິລາ ແມ່ນວຽກງານສຳຄັນ ທີ່ຕ້ອງອາໄສຄວາມຮ່ວມມື, ຄວາມຮັບຜິດຊອບ ແລະ ການປະສານງານຈາກທຸກພາກສ່ວນ ເພື່ອຍົກສູງຄຸນນະພາບວຽກງານໃຫ້ດີຂຶ້ນ. ທ່ານຍັງໄດ້ສະເໜີໃຫ້ບັນດາຜູ້ບໍລິຫານ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຫຼາຍດ້ານ ໂດຍສະເພາະ: ໜຶ່ງ, ໃຫ້ຖືເອົາວິຊາຊີບ, ຄວາມຮັບຜິດຊອບ ແລະ ຈັນຍາບັນຂອງຜູ້ບໍລິຫານທຸກລະດັບເປັນສຳຄັນ, ເພີ່ມພູນຄວາມຮູ້, ຄວາມສາມາດ, ປັບປຸງວິທີການບໍລິຫານ ໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິຜົນ; ສອງ, ວາງແຜນພັດທະນາຄູສອນ ແລະ ພັດທະນາຄູ-ອາຈານໃຫ້ສອດຄ່ອງກັບແນວທາງຂອງວຽກງານ, ເພີ່ມພູນຄວາມຮູ້, ຄວາມສາມາດ ແລະ ປັບປຸງຄຸນນະພາບການສອນ; ສາມ, ໃຫ້ມີການຮ່ວມມືລະຫວ່າງໂຮງຮຽນ, ຜູ້ປົກຄອງ, ຊຸມຊົນ ແລະ ພາກສ່ວນຕ່າງໆ ໃນການສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການຮຽນ-ການສອນ, ສົ່ງເສີມວິໄນ, ຄວາມສະອາດ ແລະ ອະນາໄມໃນໂຮງຮຽນ; ສີ່, ໃຫ້ເອົາໃຈໃສ່ກັບບັນຫາການປະລະການຮຽນ ໂດຍຊອກຫາສາເຫດ ແລະ ມາດຕະການແກ້ໄຂຢ່າງເໝາະສົມ, ພ້ອມທັງຕິດຕາມດູແລນັກຮຽນໃຫ້ສາມາດຮຽນຕໍ່ເນື່ອງ; ຫ້າ, ສືບຕໍ່ສ້າງໂຮງຮຽນໃຫ້ສະອາດ, ມີສິ່ງແວດລ້ອມດີ, ມີການຈັດການຂີ້ເຫຍື້ອ, ສົ່ງເສີມອະນາໄມ ແລະ ຮັກສາພູມທັດພາຍໃນໂຮງຮຽນໃຫ້ເໝາະສົມ; ຫົກ, ໃຫ້ສືບຕໍ່ຝຶກອົບຮົມຄູ ແລະ ນັກຮຽນຢ່າງສະໝ່ຳສະເໝີ, ທັງດ້ານວິຊາການ ແລະ ກິດຈະກຳກິລາ, ພ້ອມທັງຊອກຫາ ແລະ ບົ່ມເພາະນັກຮຽນທີ່ມີພອນສະຫວັນດ້ານກິລາ; ເຈັດ, ໃຫ້ປັບປຸງວຽກງານຂ່າວສານ ແລະ ການປະຊາສຳພັນ, ປະສານງານກັບພາກສ່ວນຕ່າງໆ ໃນການເຜີຍແຜ່ຜົນງານ, ກິດຈະກຳ ແລະ ຜົນສຳເລັດດ້ານການສຶກສາ-ກິລາໃຫ້ສັງຄົມໄດ້ຮັບຮູ້. ພ້ອມນີ້ ທ່ານຍັງຍັງໄດ້ເນັ້ນຢ້ຳວ່າ ວຽກງານການສຶກສາ ແລະ ກິລາ ຈະສາມາດກ້າວໜ້າໄດ້ ກໍຕໍ່ເມື່ອທຸກພາກສ່ວນມີຄວາມຮ່ວມມື, ສາມັກຄີ ແລະ ຮ່ວມກັນແກ້ໄຂບັນຫາຢ່າງຈິງຈັງ. ພ້ອມທັງສະແດງຄວາມຄາດໝາຍວ່າ ບັນດາຜູ້ບໍລິຫານຈະນຳເອົາບົດຮຽນ, ຂໍ້ສະເໜີ ແລະ ແນວທາງຈາກກອງປະຊຸມ ໄປຜັນຂະຫຍາຍເປັນແຜນງານ ແລະ ຜົນງານທີ່ເປັນຮູບປະທຳ.
ກອງປະຊຸມຄັ້ງນີ້ ຈຶ່ງເປັນເວທີສຳຄັນໃນການທົບທວນຜົນງານ, ຮັບຮູ້ບັນຫາ ແລະ ກຳນົດແນວທາງໃໝ່ ເພື່ອສືບຕໍ່ພັດທະນາວຽກງານການສຶກສາ ແລະ ກິລາ ຂອງນະຄອນຫຼວງວຽງຈັນໃຫ້ກ້າວໜ້າຂຶ້ນຕື່ມ.
ພາບ-ຂ່າວ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ