ນະຄອນຫຼວງວຽງຈັນ ສ້າງຜົນງານເດັ່ນ ຄວ້າ 10 ຫຼຽນຄຳ ລອຍນໍ້າ ຊີງແຊ໋ມນານາຊາດ ທີ່ປະເທດໄທ
02/09/2026

ຄະນະນັກກິລາລອຍນໍ້າ ສະຫະພັນລອຍນໍ້າ ນະຄອນຫຼວງວຽງຈັນ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດ 10 ຫຼຽນຄຳ, 18 ຫຼຽນເງິນ ແລະ 24 ຫຼຽນທອງ ໃນການແຂ່ງຂັນລອຍນ້ຳຊີງແຊ໋ມນານາຊາດ ລາຍການ AOSI Swimming Championship Bangkok 2026 ຈັດຂຶ້ນ ລະຫວ່າງວັນທີ 29-30 ສິງຫາ 2026 ທີ່ນະຄອນຫຼວງບາງກອກ ປະເທດໄທ ເຊິ່ງລາຍການດັ່ງກ່າວ ມີນັກກິລາລອຍນ້ຳເຂົ້າຮ່ວມຫຼາຍກວ່າ 820 ຄົນ ຈາກ 16 ປະເທດ.
ອີງຕາມການລາຍງານຂໍ້ມູນຈາກສະຫະພັນລອຍນໍ້າ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນສິງຫາ ຜ່ານມາ ໄດ້ສົ່ງນັກກິລາການເຂົ້າຮ່ວມແຂ່ງຂັນລອຍນ້ຳ ຊີງແຊ໋ມນານຊາດ ລາຍການ AOSI Swimming Championship Bangkok ຊຶ່ງເປັນອີກໜຶ່ງເວທີສຳຄັນລະດັບນານາຊາດ ທີ່ມີນັກກິລາລອຍນ້ຳເຂົ້າຮ່ວມກວ່າ 820 ຄົນ ຈາກ 16 ປະເທດ, ໃນນັ້ນ ສະຫະພັນລອຍນ້ຳນະຄອນຫຼວງວຽງຈັນ ໄດ້ນຳພານັກກິລາຕົວແທນຈາກ ສປປ ລາວ ຈຳນວນທັງໝົດ 62 ຄົນ ເຂົ້າຮ່ວມການແຂ່ງຂັນ ຈາກ 3 ສະໂມສອນ ຄື ASW, RSC ແລະ V2A ນຳໂດຍທ່ານ ພູວັນ ພູເລືອງຫົງ ຮອງປະທານສະຫະພັນລອຍນ້ຳນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານສະຫະພັນເຂົ້າຮ່ວມແຂ່ງຂັນ ດ້ວຍຄວາມທຸ້ມເທ ຄວາມພາກພຽນ ແລະ ການຝຶກຊ້ອມຢ່າງໜັກ ສາມາດສ້າງຜົນງານໄດ້ຢ່າງໜ້າພາກພູມໃຈ ກວາດ 10 ຫຼຽນຄຳ, 18 ຫຼຽນເງິນ ແລະ 24 ຫຼຽນທອງ ອັນດັບທີ 10 ຂອງການແຂ່ງຂັນ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ທາບທາມ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ
- ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ
- ສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່”
- ຫາລືລະດັບວິຊາການ “ພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ
- ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ

