Skip to main content

ເມືອງອາດສະພັງທອງ ໄຂສົກຮຽນໃໝ່ 2026-2027 ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນໂພນຜາງ, ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ ໄດ້ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2026-2027 ຢ່າງເປັນທາງການ ຕາມທິດຊີ້ນຳຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເພື່ອປະກາດເລີ່ມຕົ້ນປີການສຶກສາໃໝ່ ແລະ ສ້າງຂວັນກຳລັງໃຈໃຫ້ແກ່ຄູ-ອາຈານ ພ້ອມດ້ວຍນັກຮຽນ.
ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງອາດສະພັງທອງ, ມີປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າຫ້ອງວ່າການເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຄະນະຄູ-ອາຈານ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ໃຫ້ທິດໂອ້ລົມ ແລະ ເນັ້ນໃສ່ 3 ດ້ານສຳຄັນ ຄື: ຄະນະບໍລິຫານ ແລະ ຄູ-ອາຈານໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນການປັບປຸງຄຸນນະພາບການຮຽນ-ການສອນ, ຕິດຕາມເບິ່ງແຍງນັກຮຽນຢ່າງໃກ້ຊິດ ແລະ ພັດທະນາຕົນເອງດ້ານວິຊາການຢ່າງຕໍ່ເນື່ອງ, ຕັ້ງອົກຕັ້ງໃຈຮ່ຳຮຽນ, ມີລະບຽບວິໄນ, ຝຶກຝົນຫຼໍ່ຫຼອມຕົນເອງທັງດ້ານຄວາມຮູ້, ຄຸນສົມບັດ ແລະ ທັກສະ ເພື່ອເຕີບໃຫຍ່ເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບຂອງຊາດ, ເພີ່ມທະວີການປະສານງານ ແລະ ຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ໂຮງຮຽນ, ຜູ້ປົກຄອງ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຮຽນຮູ້.
ໃນຕອນທ້າຍຂອງພິທີ, ຍັງໄດ້ມີການມອບອຸປະກອນການຮຽນ-ການສອນ ແລະ ເຄື່ອງສະໜັບສະໜູນ ໃຫ້ແກ່ຄູ-ອາຈານ ພ້ອມທັງນັກຮຽນທີ່ມີຜົນງານດີເດັ່ນ ເພື່ອເປັນການຍ້ອງຍໍ ແລະ ສ້າງຂວັນກຳລັງໃຈ ໃນການສຸມໃສ່ການຮຽນ-ການສອນ ສົກຮຽນ 2026-2027 ໃຫ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້.