Skip to main content

ສກຂ ອັດຕະປື ໄຂສົກຮຽນໃໝ່ 2026-2027, ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ຜູ້ທີ່ມີຜົນງານດີເດັ່ນ

ພະແນກສຶກສາທິການ ແລະ ກິລາ ແຂວງ (ສກຂ )ອັດຕະປື ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ໃນຂົງເຂດການສຶກສາທົ່ວແຂວງອັດຕະປື ຢ່າງສົມກຽດ ໃນວັນທີ 4 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື, ມີທ່ານ ອຸດົມສິນ ສີຊານົນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະນໍາພະແນກການອ້ອມຂ້າງແຂວງ, ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ໃນພິທີ, ທ່ານ ອຸດົມສິນ ສີຊານົນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ໃນໄລຍະຜ່ານມາ ວ່າ: ໃນສົກຮຽນຜ່ານມາ, ຂະແໜງສຶກສາ ແລະ ກິລາແຂວງ ໄດ້ຮັບຜົນສຳເລັດຫຼາຍດ້ານ ພາຍໃຕ້ການຊີ້ນຳອັນໃກ້ຊິດຂອງຄະນະພັກແຂວງ ແລະ ການຮ່ວມມືຈາກພາກສ່ວນຕ່າງໆ, ທົ່ວແຂວງມີໂຮງຮຽນທັງໝົດ 286 ແຫ່ງ, ມີຄູ-ອາຈານ 1,883 ທ່ານ, ມີນັກຮຽນທຸກຂັ້ນ 33,087 ຄົນ. ອັດຕາການສອບເສັງຜ່ານຊັ້ນປະຖົມ ປ.5 ບັນລຸ 99,77%, ມັດທະຍົມຕົ້ນ ມ.4 ບັນລຸ 100% ແລະ ມັດທະຍົມປາຍ ມ.7 ບັນລຸ 99,48%, ມີນັກຮຽນເກັ່ງ 4 ຄົນ ໄດ້ຮັບໃບປະກາສະນິຍະບັດແດງ, ໄດ້ຮັບທຶນຊ່ວຍເຫຼືອຈາກສະຖານທູດຈີນ 5,000 ໂດລາ ມອບໃຫ້ນັກຮຽນດີເດັ່ນ 50 ຄົນ; ພ້ອມທັງສະໜອງອາຫານທ່ຽງ, ອຸປະກອນການຮຽນ ແລະ ເບ້ຍລ້ຽງໃຫ້ເດັກທຸກຍາກ, ໂຮງຮຽນເຕັກນິກ-ວິຊາຊີບ ອັດຕະປື ໄດ້ຮັບ 5 ລາງວັນ ໃນການແຂ່ງຂັນທາງວິຊາການລະດັບພາກ, ໃນນັ້ນ ມີ 4 ລາງວັນທີ 1. ພິເສດ, ງານມະຫາກຳກິລານັກຮຽນທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ, ນັກກິລາແຂວງອັດຕະປື ສາມາດຍາດໄດ້ 4 ຫຼຽນຄຳ, 5 ຫຼຽນເງິນ, 7 ຫຼຽນທອງ, ຮວມ 16 ຫຼຽນ, ຈັດອັນດັບທີ 11 ຂອງປະເທດ, ໂດຍສະເພາະທີມບານເຕະຊາຍ ສາມາດຍາດຊະນະລາງວັນຫຼຽນຄຳ ເປັນຄັ້ງປະຫວັດສາດ, ໄດ້ຝຶກອົບຮົມຄູສອນຊັ້ນປະຖົມ 1,077 ຄົນ ແລະ ມັດທະຍົມ 600 ຄົນ ກ່ຽວກັບການນຳໃຊ້ຄູ່ມືຄູ ເພື່ອຍົກລະດັບຄຸນນະພາບການສອນ.
ເຖິງວ່າຈະມີຜົນງານຫຼາຍດ້ານ, ແຕ່ຂະແໜງການສຶກສາ ແຂວງອັດຕະປື ຍັງປະເຊີນກັບສິ່ງທ້າທາຍໃຫຍ່ຄື: ອັດຕາການເຂົ້າຮຽນລວມຍັງຕໍ່າ, ອັດຕານັກຮຽນປະລະການຮຽນຍັງສູງ, ສາເຫດຕົ້ນຕໍມາຈາກຄວາມທຸກຍາກຂອງຄອບຄົວ, ການຂາດຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງການສຶກສາ, ການຂາດແຄນຄູ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ແລະ ການຂາດສິ່ງອໍານວຍຄວາມສະດວກພື້ນຖານ. ຄູ-ອາຈານບາງທ່ານຍັງຕ້ອງສອນຫຼາຍຂັ້ນ ຫຼື ບໍ່ກົງວິຊາ, ສົ່ງຜົນກະທົບຕໍ່ຄຸນນະພາບການສຶກສາ.
ໃນພິທີຍັງໄດ້ມີການມອບປະດັບຫຼຽນກາລະນຶກ 50 ປີ ໃຫ້ແກ່ພະນັກງານຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ. ສຳລັບຂົງເຂດການສຶກສາທົ່ວແຂວງອັດຕະປື ຄັ້ງນີ້ ມີຜູ້ໄດ້ຮັບການປະດັບຫຼຽນທັງໝົດ 310 ທ່ານ, ຍິງ 90 ທ່ານ ແລະ ພະນັກງານບຳນານ ອີກ 35 ທ່ານ.
ໃນຕອນທ້າຍຂອງພິທີ, ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ເນັ້ນຄືນບັນດາທິດທາງຍຸດທະສາດ ເພື່ອຊຸກຍູ້ການພັດທະນາການສຶກສາຂອງແຂວງໃຫ້ເຂັ້ມແຂງ ແລະ ມີຄຸນນະພາບຫລາຍຂື້້ນ ໂດຍເນັ້ນໃຫ້ ເພີ່ມທະວີການສຶກສາອົບຮົມການເມືອງ-ນຳພາແນວຄິດ: ໃຫ້ບັນດາຜູ້ບໍລິຫານການສຶກສາ, ຄູ-ອາຈານ ເຊື່ອມຊືມແນວທາງພັກ, ກົດໝາຍລັດ ແລະ ມູນເຊື້ອຊາດຢ່າງເລິກເຊິ່ງ, ຕ້ານປະກົດການຫຍໍ້ທໍ້ ເພື່ອຍົກສູງຄຸນນະພາບການສຶກສາ, ຍູ້ແຮງການປຸກລະດົມ ແລະ ຂົນຂວາຍນັກຮຽນ: ໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ອົງການປົກຄອງທ້ອງຖິ່ນ ລົງສົມທົບກັບໂຮງຮຽນ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນເຫັນຄວາມສຳຄັນຂອງການສຶກສາ ແລະ ສົ່ງລູກຫຼານເຂົ້າຮຽນຢ່າງທົ່ວເຖິງ, ແກ້ໄຂການຂາດແຄນຄູ ແລະ ຍົກລະດັບຄຸນນະພາບການສອນ: ຈັດການຮຽນ-ການສອນຜ່ານກຸ່ມໂຮງຮຽນ, ນຳໃຊ້ລະບົບຫ້ອງຄວບ ໃນເຂດຫ່າງໄກ; ສົ່ງຄູໄປຍົກລະດັບຢູ່ວິທະຍາໄລຄູ ແລະ ຝຶກອົບຮົມການນຳໃຊ້ຫຼັກສູດໃໝ່ຢ່າງເປັນລະບົບ, ຊຸກຍູ້ນະໂຍບາຍສະຫວັດດີການ ແລະ ໂອກາດທົ່ວເຖິງ: ສືບຕໍ່ສະໜອງເບ້ຍລ້ຽງ, ອາຫານທ່ຽງ, ອຸປະກອນການຮຽນ ແລະ ຮັບນັກຮຽນທຸກຍາກ, ຜູ້ດ້ອຍໂອກາດ ເຂົ້າຮຽນໃນໂຮງຮຽນກີນນອນຊົນເຜົ່າ ຕາມໂຄຕາ 200 ທຶນ, ເສີມຂະຫຍາຍກິດຈະກຳກິລາ-ວັດທະນະທຳ: ຈັດການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ທຸກຂັ້ນ ເພື່ອດຶງດູດນັກຮຽນ ແລະ ຫຼຸດຜ່ອນອັດຕາປະລະ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ: ຝຶກອົບຮົມຄູກ່ຽວກັບການຈັດການຮຽນ-ການສອນ ແບບສອງວິຊາຫຼັກ (ຄະນິດສາດ ແລະ ພາສາລາວ) ໃນຊັ້ນປະຖົມ ເພື່ອແກ້ໄຂບັນຫານັກຮຽນອ່ານບໍ່ອອກ, ຂຽນບໍ່ໄດ້. ພ້ອມນີ້ ການຮ່ວມມືລະຫວ່າງບ້ານ-ໂຮງຮຽນ-ສັງຄົມ: ຮຽກຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງສັງຄົມ ແລະ ພໍ່ແມ່ປະຊາຊົນ ຕິດຕາມ, ກວດກາ ແລະ ປະກອບສ່ວນຊ່ວຍເຫຼືອທັງດ້ານວັດຖຸ ແລະ ປັນຍາ ເພື່ອສ້າງສະພາບແວດລ້ອມການຮຽນຮູ້ທີ່ດີທີ່ສຸດ.
ໂດຍ: ພົມວິຫານ ໄຊຊະນະ ຂ. ອັດຕະປື.