ຕ້ອນຮັບຄູ ສ. ເກົາຫຼີ ທີ່ມາປະຈໍາການສອນໃນໂຮງຮຽນ 3 ແຫ່ງ ນວ ໄລຍະ 5 ເດືອນ ພາຍໃຕ້ “ໂຄງການແລກປ່ຽນຄູລາວ-ເກົາຫຼີ ປີ 2026”
07/09/2026

ໃນລະຫວ່າງວັນທີ 2-4 ກັນຍາ 2026, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສູນການສຶກສາເພື່ອຄວາມເຂົ້າໃຈສາກົນ ພາກພື້ນອາຊີ-ປາຊີຟິກ (APCEIU) ໄດ້ຈັດພິທີຕ້ອນຮັບ ແລະ ຝຶກອົບຮົມເພື່ອການປັບຕົວໃຫ້ແກ່ຄູສອນ 3 ທ່ານ ຈາກສາທາລະນະລັດ ເກົາຫຼີ ທີ່ເດີນທາງມາເຂົ້າຮ່ວມ “ໂຄງການແລກປ່ຽນຄູລາວ-ເກົາຫຼີ ປະຈຳປີ 2026” (The 2026 Korea-Lao PDR Teacher Exchange Programme) ໂດຍການເປັນປະທານຂອງ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງເລຂາທິການຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ, ທັງເປັນຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຕາງໜ້າຈາກກົມທີ່ກ່ຽວຂ້ອງ, ຄະນະຜູ້ອໍານວຍການ, ຄູອາຈານຈາກທັງ 3 ໂຮງຮຽນ ແລະ ພະນັກງານຈາກຫ້ອງການຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ ແລະ ກົມຮ່ວມມືກັບຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 26 ທ່ານ.
ສຳລັບຄູທັງ 3 ທ່ານ ທີ່ຈະປະຈໍາການສອນຢູ່ໂຮງຮຽນ 3 ແຫ່ງໃນນະຄອນຫຼວງວຽງຈັນ ເປັນໄລຍະເວລາ 5 ເດືອນ ພາຍໃຕ້ “ໂຄງການແລກປ່ຽນຄູລາວ-ເກົາຫຼີ ປະຈຳປີ 2026” ປະກອບມີ: ໂຮງຮຽນມັດທະຍົມສົມບູນສາທິດດົງຄໍາຊ້າງ, ໂຮງຮຽນປະຖົມນາໄຮ່ດຽວ ແລະ ໂຮງຮຽນມັດທະຍົມສົມບູນວຽງຈັນ. ໃນໄລຍະເວລາຂອງການຝຶກອົບຮົມ ແລະ ກິດຈະກຳ, ຄູສອນຈາກ ສ.ເກົາຫຼີ ໄດ້ມີໂອກາດໄປຢ້ຽມຢາມສະຖານທີ່ສໍາຄັນຕ່າງໆ ໃນນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ຫໍພິພິທະພັນແຫ່ງຊາດ ແລະ ຫໍພິພິທະພັນແຜ່ນແພລາວ, ພ້ອມທັງໄດ້ຮັບຟັງການບັນລະຍາຍກ່ຽວກັບປະຫວັດສາດ, ສະພາບສັງຄົມ ແລະ ວັດທະນະທໍາຂອງ ສປປ ລາວ ລວມທັງໄດ້ຮຽນຮູ້ພາສາລາວຂັ້ນພື້ນຖານ ເພື່ອເປັນເຄື່ອງມືຊ່ວຍໃນການປັບຕົວເຂົ້າກັບສະພາບແວດລ້ອມທາງດ້ານວັດທະນະທໍາ-ສັງຄົມທ້ອງຖິ່ນໄດ້ຢ່າງວ່ອງໄວ ແລະ ດີຂຶ້ນ. ນອກຈາກນັ້ນ, ຄູສອນຍັງໄດ້ພົບປະ, ປຶກສາຫາລື ແລະ ວາງແຜນການຮ່ວມກັບໂຮງຮຽນເຈົ້າພາບ ເພື່ອກະກຽມຄວາມພ້ອມດ້ານການຈັດການຮຽນ-ການສອນ ແລະ ກິດຈະກໍາຕ່າງໆ ໃຫ້ສອດຄ່ອງຕາມສະພາບຄວາມເໝາະສົມຂອງແຕ່ລະໂຮງຮຽນ.
ກິດຈະກຳຕ້ອນຮັບ ແລະ ຝຶກອົບຮົມດັ່ງກ່າວ ຖືເປັນໜຶ່ງໃນກິດຈະກໍາຫຼັກຂອງໂຄງການແລກປ່ຽນຄູລາວ-ເກົາຫຼີ ທີ່ມີເປົ້າໝາຍເພື່ອແລກປ່ຽນຄວາມຮູ້ກ່ຽວກັບລະບົບການສຶກສາ ລະຫວ່າງ ສາທາລະນະລັດເກົາຫຼີ ກັບບັນດາປະເທດອາຊີ-ປາຊີຟິກ ກໍຄື ສປປ ລາວ ຜ່ານການສ້າງຄວາມສາມາດດ້ານການສື່ສານທາງວັດທະນະທໍາລະຫວ່າງປະເທດ, ການແລກປ່ຽນຄວາມຮູ້ທາງວິຊາການ ແລະ ການຈັດຕັ້ງປະຕິບັດກິດຈະກໍາການຮຽນ-ການສອນ ຊຶ່ງຈະນໍາໄປສູ່ການສົ່ງເສີມການສຶກສາພົນລະເມືອງໂລກ.
ໂຄງການແລກປ່ຽນຄູລາວ-ເກົາຫຼີ ໄດ້ສະແດງໃຫ້ເຫັນເຖິງການເປັນຂົວຕໍ່ອັນສໍາຄັນ ໃນການນໍາພາຄູອາຈານຈາກທັງສອງປະເທດ ມາຮ່ວມມືກັນແບ່ງປັນບົດຮຽນ, ປະສົບການ ແລະ ວິທີການສິດສອນທີ່ດີ, ທັງເປັນໂອກາດອັນລ້ຳຄ່າໃນການຮຽນຮູ້ ແລະ ແລກປ່ຽນວັດທະນະທໍາ ເຊິ່ງຈະຊ່ວຍເສີມສ້າງຄວາມເຂົ້າໃຈອັນດີ, ມິດຕະພາບ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງຊາດ. ພ້ອມດຽວກັນນີ້, ໂຄງການດັ່ງກ່າວ ຍັງມີຄວາມສອດຄ່ອງຢ່າງຍິ່ງກັບຍຸດທະສາດການສຶກສາຂອງ ສປປ ລາວ ທີ່ໃຫ້ຄວາມສໍາຄັນຕໍ່ການພັດທະນາແບບຍືນຍົງ ແລະ ການເປັນພົນລະເມືອງໂລກ ຕາມທີ່ໄດ້ກໍານົດໄວ້ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ (ESSDP) ອີກດ້ວຍ.
ພາບ-ຂ່າວ: ບົວລະພາ















