ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງໄຊຍະບູລີ ປະຈໍາສົກຮຽນ 2025-2026
04/09/2026

ໃນຕອນເຊົ້າຂອງວັນທີ 03 ກັນຍາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈໍາສົກຮຽນ 2025-2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາເມ ຊົງເຢ້ຍເລັ່ງ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ແລະ ທ່ານ ອິນທີ ຈັນປະເສີດເຮີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີກໍາມະການພັກແຂວງ, ຫົວໜ້າ- ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງການ-ສູນ, ຜູ້ອໍານວຍການ, ຮອງອໍານວຍການໂຮງຮຽນອ້ອມຂ້າງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຈະໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບ 5 ປີ ( 2021-2025) ແລະ ແຜນພັດທະນາວຽກສຶກສາ ແລະ ກິລາ 5 ປີ ຄັ້ງທີ x (2026-2030) ແລະ ຜ່ານຮ່າງບົດສະຫຼຸບໂດຍ ຫຍໍ້ຂອງສົກຮຽນ 2025-2026 ແລະ ແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2026-2027, ການລາຍງານຜົນການຕິດຕາມມະຕິຂອງຜູ້ບໍລິຫານການສຶກສາທິການ ແລະ ກິລາ ພາກຮຽນທີ I ທົ່ວປະເທດ ປະຈໍາສົກຮຽນ 2025-2026 , ການລາຍງານຜົນຂອງການວິໄຈວິທະຍາສາດການສຶກສາ ໃນຫົວຂໍ້ : ”ປັດໃຈທີ່ສົ່ງຜົນຕໍ່ຄຸນນະພາບ ການຮຽນ-ການສອນໃນຊັ້ນມັດທະຍົມຕອນປາຍປີທີ 7 ທົ່ວເມືອງປາກລາຍແຂວງໄຊຍະບູລີ” ແລະ ການລາຍງານສະພາບການຮຽນ-ການສອນ ສົກຮຽນ 2025-2026 ສະເໜີທິດທາງປັບປຸງຄຸນນະພາບການຮຽນ 2026 – 2027 ແລະ ການກະກຽມຄວາມພ້ອມແກ່ການປັບປຸງຫຼັກສູດ 6+3+3 ຈາກຂະແໜງສາມັນສຶກສາ.
ຈາກນັ້ນຜູ້ ເຂົ້າຮ່ວມກອງປະຊຸມຈະໄດ້ປະກອບຄໍາຄິດຄໍາເຫັນບົນພື້ນຖານຄວາມເປັນຈິງບັນຫາທ້າທາຍ ແລະ ວິທີແກ້ໄຂ ເພື່ອກຳນົດມາດຕະການແກ້ໄຂບັນຫາທ້າທາຍຕ່າງໆ ເພີ່ມເຕີມໃຫ້ຫັດກຸມກວ່າເກົ່າ ໂດຍສະເພາະແມ່ນອັດຕາຄ້າງຫ້ອງໃນຊັ້ນປະຖົມສຶກສາ, ອັດຕາປະລະຊັ້ນມັດທະຍົມ, ອັດຕາເຂົ້າຮຽນຕໍ່ອາຊີວະສຶກສາຂອງນັກຮຽນທີ່ຈົບ ມ.4-ມ.7 ທີ່ບໍ່ບັນລຸຕາມຕົວຊີ້ບອກ ແລະ ອື່ນໆ ເພື່ອພັດທະນາການສຶກສາ ແລະ ກິລາແຂວງໄຊຍະບູລີ ໃຫ້ມີຜົນສໍາເລັດ ແລະ ກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ.
ຂ່າວ : ຂັນແກ້ວ.












