ສກຂ ສະຫວັນນະເຂດ ສະຫຼຸບວຽກງານບໍລິຫານການສຶກສາ ສົກຮຽນ 2025-2026 ແລະ ວາງທິດທາງ ສົກຮຽນ 2026-2027

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງສະຫວັນນະເຂດ ເພື່ອສະຫຼຸບປະຈຳສົກຮຽນ 2025-2026 ແລະ ວາງທິດທາງແຜນການ ສົກຮຽນ 2026-2027 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ກັນຍາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ໂດຍມີ ທ່ານ ຄຳວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ, ບັນດາທ່ານຮອງຫົວໜ້າພະແນກການໃນຂົງເຂດວຽກງານວັດທະນະທຳ-ສັງຄົມ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ ສກຂ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກ ສກຂ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ ສກຂ, ຄະນະພະແນກການເງິນແຂວງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງການພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, ຄະນະຫ້ອງການສຶກສາທິການ ແລະ ກິລາ 14 ເມືອງ ແລະ 1 ນະຄອນ, ພ້ອມດ້ວຍຄະນະອຳນວຍການໂຮງຮຽນພາກລັດ-ເອກະຊົນ ພາຍໃນເທດສະບານແຂວງ ເຂົ້າຮ່ວມ.
ໂອກາດກ່າວເປີດກອງປະຊຸມ, ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ເປັນການສະຫຼຸບຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານທົ່ວຂະແໜງການສຶກສາ ແລະ ກິລາ ໃນສົກຮຽນ 2025-2026 ເພື່ອຊອກໃຫ້ເຫັນຜົນງານ, ຜົນສໍາເລັດ ແລະ ສິ່ງທີ່ຍັງຄົງຄ້າງ. ຈາກນັ້ນ, ກໍໄດ້ພ້ອມກັນກຳນົດທິດທາງ, ວິທີການ ແລະ ມາດຕະການອັນຈໍາເປັນ ເພື່ອສືບຕໍ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານຈຸດສຸມຂົງເຂດສຶກສາ ແລະ ກິລາທົ່ວແຂວງ ໃນສົກຮຽນ 2026-2027 ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ ເອົາໃຈໃສ່ໃຫ້ອໍານາດການປົກຄອງທ້ອງຖິ່ນ ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການເຮັດໜ້າທີ່ບໍລິຫານຄຸ້ມຄອງ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ແລະ ກິລາ ຢ່າງເຂັ້ມງວດ; ສືບຕໍ່ດໍາເນີນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ໃຫ້ເຊື່ອມຊຶມລະບຽບກົດໝາຍ ຕິດພັນກັບ 5 ຫຼັກມູນຂອງການສຶກສາ; ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ ເປັນຕົ້ນແມ່ນຈຸດສຸມຂອງແຂວງ ເຊັ່ນ: ຈຸດສຸມຈຽງຕູບ, ຕັງອາໄລ, ແກ້ງຫຼີ້ນ, ຄໍາປາແໜ ແລະ ຈຸດສຸມອື່ນໆ ເພື່ອໃຫ້ປະຊາຊົນບັນດາເຜົ່າສາມາດຈົບການສຶກສາພາກບັງຄັບ (ມັດທະຍົມຕອນຕົ້ນ); ເນັ້ນໜັກການສ້າງຄົນໃຫ້ເປັນນັກເຕັກນິກ-ວິທະຍາສາດ, ມີວິຊາອາຊີບ ແລະ ສີມືແຮງງານທີ່ມີຄຸນນະພາບ, ພ້ອມທັງລົງແນະແນວວິຊາຊີບໃຫ້ນັກຮຽນ ຊັ້ນ ມ.4 ແລະ ມ.7 ຫັນມາໃຫ້ຄວາມສໍາຄັນຕໍ່ການຮຽນສາຍອາຊີວະສຶກສາໃຫ້ຫຼາຍຂຶ້ນ; ສືບຕໍ່ບຳລຸງຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ອໍານາດການປົກຄອງຂັ້ນບ້ານ; ຊຸກຍູ້ຄູສອນໃຫ້ມີຫົວຄິດປະດິດສ້າງ, ພັດທະນາວິທີການສິດສອນດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ສ້າງຄ່ານິຍົມໃຫ້ນັກຮຽນເປັນຄົນຮຽນດີ-ຮຽນເກັ່ງ, ເຮັດເປັນ ແລະ ເຫັນຄຸນຄ່າຂອງການສຶກສາ.
ໃນກອງປະຊຸມ ຍັງໄດ້ມີການນຳສະເໜີການຈັດຕັ້ງປະຕິບັດວຽກງານການສຶກສາ ສົກຮຽນ 2025-2026 ແລະ ສະພາບການຂາດແຄນຄູສອນ. ປັດຈຸບັນ, ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຊີ້ນໍາ-ນໍາພາ 10 ຂະແໜງ, 3 ສູນ, 7 ໂຮງຮຽນທີ່ຂຶ້ນກັບ, ຫ້ອງການສຶກສາທິການ ແລະ ກິລາ 14 ເມືອງ 1 ນະຄອນ, ພ້ອມທັງປະສານສົມທົບຮ່ວມມືກັບ 8 ສະຖາບັນການສຶກສາພາຍໃນແຂວງ ຄື: ມະຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລເຕັກນິກສະຫວັນນະເຂດ, ວິທະຍາໄລວິທະຍາສາດສຸຂະພາບສະຫວັນນະເຂດ, ໂຮງຮຽນວິຈິດສິນສະຫວັນນະເຂດ, ວິທະຍາໄລກະສິກໍາ ແລະ ປ່າໄມ້ສະຫວັນນະເຂດ, ສະຖາບັນໄຊສົມບັດເຕັກໂນໂລຊີ ແລະ ສະຖາບັນຍຸຕິທໍາແຫ່ງຊາດ ສາຂາແຂວງສະຫວັນນະເຂດ.
ສຳລັບສະຖິຕິລັດຖະກອນທົ່ວຂະແໜງການສຶກສາທິການ ແລະ ກິລາແຂວງ ສົກຮຽນ 2025-2026 ມີທັງໝົດ 7.843 ຄົນ/ຍິງ 4.947 ຄົນ. ໃນນັ້ນ, ເປັນລັດຖະກອນຄູ 6.711 ຄົນ/ຍິງ 4.334 ຄົນ, ລັດຖະກອນບໍລິຫານ 615 ຄົນ/ຍິງ 246 ຄົນ, ຄູປ້ອງກັນຊາດ 517 ຄົນ/ຍິງ 367 ຄົນ ແລະ ຄູສັນຍາຈ້າງ 368 ຄົນ/ຍິງ 282 ຄົນ. ທົ່ວແຂວງມີໂຮງຮຽນທັງໝົດ 1.878 ແຫ່ງ, ແບ່ງເປັນໂຮງຮຽນກ່ອນໄວຮຽນ 459 ແຫ່ງ (ເອກະຊົນ 36 ແຫ່ງ), ໂຮງຮຽນປະຖົມ 1.193 ແຫ່ງ (ເອກະຊົນ 24 ແຫ່ງ) ແລະ ໂຮງຮຽນມັດທະຍົມ 226 ແຫ່ງ (ເອກະຊົນ 5 ແຫ່ງ); ມີນັກຮຽນທັງໝົດ 174.378 ຄົນ/ຍິງ 87.615 ຄົນ. ພ້ອມນັ້ນ, ບັນດາຂະແໜງການ ແລະ ຫ້ອງການສຶກສາທິການ ແລະ ກິລາ 14 ເມືອງ 1 ນະຄອນ ຍັງໄດ້ຜັດປ່ຽນກັນນຳສະເໜີວຽກງານ ແລະ ສົນທະນາແລກປ່ຽນບົດຮຽນ ເພື່ອຮ່ວມກັນພັດທະນາວຽກງານການສຶກສາຂອງແຂວງສະຫວັນນະເຂດ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີຄຳເຫັນໂອ້ລົມ ແລະ ກ່າວປິດກອງປະຊຸມ ໂດຍທ່ານໄດ້ສະຫຼຸບຕີລາຄາສູງຕໍ່ຜົນສຳເລັດຂອງການດຳເນີນກອງປະຊຸມຕະຫຼອດ 2 ວັນຜ່ານມາ. ພ້ອມທັງໄດ້ເນັ້ນໜັກ ແລະ ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄະນະນຳແຕ່ລະຂະແໜງການ, ພະນັກງານ ແລະ ຄູ-ອາຈານ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢ່າງປະດິດສ້າງ, ຮ່ວມກັນແກ້ໄຂຂໍ້ຄົງຄ້າງໃນສົກຮຽນຜ່ານມາ ແລະ ສູ້ຊົນຈັດຕັ້ງປະຕິບັດທິດທາງແຜນການ ສົກຮຽນ 2026-2027 ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ເພື່ອແນໃສ່ຍົກລະດັບຄຸນນະພາບການສຶກສາຂອງແຂວງສະຫວັນນະເຂດ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ.


