ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ເຄື່ອນໄຫວຊຸກຍູ້ວຽກງານການສຶກສາ ຢູ່ແຂວງຈຳປາສັກ ໂອກາດໄຂສົກຮຽນໃໝ່ 2026-2027
08/09/2026

ໃນຕອນເຊົ້າວັນທີ 7 ກັນຍາ 2026 ນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເດີນທາງລົງເຄື່ອນໄຫວຊຸກຍູ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ແຂວງຈຳປາສັກ ເນື່ອງໃນໂອກາດໄຂສົກຮຽນໃໝ່ ສົກຮຽນ 2026-2027 ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານພັກແຂວງຈຳປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ພ້ອມດ້ວຍ ທ່ານພະແນກສຶກສາທິການ ແລະ ກິລາແຂວງ ຕະຫຼອດພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນຂັ້ນສູນກາງ ແລະ ຂັ້ນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານການສຶກສາໃນຄັ້ງນີ້, ມື້ທຳອິດ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ໂຮງຮຽນປະຖົມສະຜ່າຍ ເມືອງຊະນະສົມບູນ ເພື່ອພົບປະໂອ້ລົມຄູ-ອາຈານ, ນັກຮຽນ ແລະ ມອບອຸປະກອນການຮຽນ, ອຸປະກອນກິລາ ຈຳນວນໜຶ່ງ ເນື່ອງໃນໂອກາດເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027. ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ, ຄະນະນຳວິທະຍາໄລຄູປາກເຊ ເຊິ່ງເປັນວິທະຍາເຂດໜຶ່ງຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ, ໂຮງຮຽນປະຖົມເກົ່າເກິ່ງ ເມືອງໂພນທອງ ເພື່ອມອບອຸປະກອນການສຶກສາ ແລະ ກິລາ -ກິລາຈຳນວນໜຶ່ງ ແລະ ໄດ້ພົບປະໂອ້ລົມກັບຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂອງພະແນກສຶກສາທິການ ແລະ ກິລາ ແຂວງ, ເມືອງ ແລະ ນະຄອນ ຂອງແຂວງຈຳປາສັກ ເພື່ອຊີ້ທິດເຍືອງທາງໃນການພັດທະນາວຽກງານການສຶກສາໃນທົ່ວແຂວງໃຫ້ດີຂຶ້ນເປັນກ້າວໆ.
ຕໍ່ມາ ໃນວັນທີ 8 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຈະໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ເຊິ່ງຈັດຂຶ້ນຢູ່ມະຫາວິທະຍາໄລຈຳປາສັກ ໂດຍມີ ຄະນະອຳນວຍການ, ຄູ-ອາຈານ, ນັກຄົ້ນຄວ້າ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ພາຍຫຼັງສຳເລັດການເຄື່ອນໄຫວເຮັດວຽກງານຢູ່ແຂວງຈຳປາສັກ, ໃນຕອນບ່າຍຂອງວັນທີ 8 ກັນຍາ 2026, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ພ້ອມຄະນະ ຈະໄດ້ເດີນທາງຕໍ່ໄປເຄື່ອນໄຫວວຽກງານຢູ່ແຂວງສາລະວັນ, ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ກ່ອນເດີນທາງກັບສູ່ນະຄອນຫຼວງວຽງຈັນ.















