Skip to main content

ພີເອັມເອັດ ເທຄວັນໂດ ສ້າງປະຫວັດສາດ ຄອງຂັນຊະນະເລີດ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ສະໄໝທຳອິດ

08/09/2026
ສະໂມສອນ ພີເອັມເອັດ ເທຄວັນໂດ (PMS) ກວາດ 11 ຫຼຽນຄຳ ແລະ 11 ຫຼຽນທອງ ສ້າງຜົນງານປະຫວັດສາດໃນວົງການກິລາເທຄວັນໂດລາວ ຄອງຂັນຊະນະເລີດ ການແຂ່ງຂັນເທຄວັນໂດ ຊີງແຊ້ມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026 ສະໄໝທຳອີດ ຂະນະທີ່ ອັນດັບທີ 2 ຕົກເປັນນັກກິລາເທຄວັນໂດ ແຂວງຈຳປາສັກ ທີ່ສາມາດສ້າງຜົນງານຄວ້າ 9 ຫຼຽນຄຳ, 5 ຫຼຽນເງິນ ແລະ 6 ຫຼຽນທອງ.
ການແຂ່ງຂັນເທຄວັນໂດ ຊີງແຊ້ມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026 ຈັດຂຶ້ນ ລະຫວ່າງວັນທີ 5-6 ກັນຍາ 2026 ທີ່ສູນການຄ້າ ພາກຊັນ ເພື່ອເປັນການສ້າງໂອກາດໃຫ້ເຍົາວະຊົນ-ໄວໜຸ່ມນັກກິລາເທຄວັນໂດລາວ ໄດ້ມີການເຄື່ອນໄຫວພັດທະນາຕົນເອງຢ່າງຕໍ່ເນື່ອງ ເພື່ອກ້າວຂຶ້ນເປັນນັກກິລາທີມຊາດ ແລະ ກ້າວສູ່ລະດັບເວທີສາກົນໃນອະນາຄົດ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ອີຈອງເຮີບ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ທ່ານ ປະສາດໄຊ ພິລາພັນເດດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ຕາງໜ້າຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ສະຫະພັນແຂວງ/ນະຄອນຫຼວງ ແລະ ບັນດາສະໂມສອນ ອ້ອມຂ້າງສູນກາງເຂົ້າຮ່ວມ.
ການແຂ່ງຂັນເທຄວັນໂດ ຊີງແຊ້ມປະເທດລາວ ປີນີ້ ມີນັກກິລາຫຼາຍກວ່າ 450 ຄົນ ຈາກ 20 ກວ່າພາກສ່ວນ ທີ່ມາຈາກໃນຂອບເຂດທົ່ວປະເທດເຂົ້າຮ່ວມຊີງໄຊ ແລະ ມີການຊີງໄຊ 135 ລາຍການ ຈາກປະເພດຕໍ່ສູ້ປ້ອງກັນຕົວ, ປະເພດຟ້ອນປຸ້ມເຊ້ ແລະ ປະເພດປະກອບອຸປະກອນ ຜ່ານການແຂ່ງຂັນ ໃນໄລຍະ 2 ວັນ ຜົນປະກົດວ່າ: ຂັນຊະນະເລີດ ປີນີ້ ຕົກເປັນຂອງສະໂມສອນ ພີເອັມເອັດ (PMS) ສາມາດກວາດ 11 ຫຼຽນຄຳ ແລະ 11 ຫຼຽນທອງ ສ້າງຜົນງານປະຫວັດສາດໃນວົງການກິລາເທຄຄັວນໂດລາວ ສ່ວນອັນດັບທີ 2 ເປັນຂອງແຂວງຈຳປາສັກ ທີ່ສາມາດສ້າງຜົນງານຄວ້າ 9 ຫຼຽນຄຳ, 5 ຫຼຽນເງິນ ແລະ 6 ຫຼຽນທອງ ແລະ ອັນດັບທີ 3 ເປັນຂອງສະໂມສອນ ລ້ານຊ້າງ ຍາດໄດ້ 7 ຫຼຽນຄຳ, 1 ຫຼຽນເງິນ ແລະ 5 ຫຼຽນທອງ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ