Skip to main content

ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026

ໃນວັນທີ 14 ກັນຍາ 2026 ນີ້, ຢູ່ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ມີພິທີເປີດກອງປະຊຸມຝຶກອົບຮົມ ວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ປີ 2026 ໂດຍການເປັນປະທານຂອງ ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄູຝຶກຈາກພະແນກສຶກສາທິການ ແລະ ກິລາແຂວງ, ວິທະຍາໄລຄູຫຼວງພະບາງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເປົ້າໝາຍ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈກ່ຽວກັບ ພາບລວມ, ຄວາມສໍາຄັນ ແລະ ພາລະບົດບາດຂອງ CPD ຕາມຮູບແບບຂອງໂຄງການ iTEAM2. ພ້ອມກັນນັ້ນ, ຍັງໄດ້ເຝິກປະຕິບັດການນຳໃຊ້ເຄື່ອງມືອອນລາຍ, ຮຽນຮູ້ເອກະສານອ້າງອີງ ແລະ ການດຳເນີນກອງປະຊຸມສ້າງແຜນ CPD ຂັ້ນເມືອງ ພ້ອມກັນນັ້ນຍັງຈະໄດ້ລາຍງານແຜນກິດຈະກຳ CPD ຂັ້ນໂຮງຮຽນຂອງເມືອງເປົ້າໝາຍ, ຮຽນຮູ້ຂັ້ນຕອນການຊຸກຍູ້ຊ່ວຍເຫຼືອໂຮງຮຽນຕະລອດຊົ່ວໂມງຮຽນ, ການຕິດຕາມ-ສະໜັບສະໜູນຂອງຄະນະຮັບຜິດຊອບໃນຂັ້ນເມືອງ ເພື່ອການທົບທວນຄືນໃນໄລຍະທ້າຍສົກຮຽນ, ແລະ ຮ່າງແຜນຈັດຕັ້ງປະຕິບັດກິດຈະກຳ CPD ປະຈຳປີຂອງເມືອງ ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດຕໍ່ການພັດທະນາການສຶກສາໃນທ້ອງຖິ່ນ.
ສໍາລັບຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ກໍເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມເຂົ້າໃຈກ່ຽວກັບກິດຈະກຳ CPD ໃຫ້ແກ່ພະນັກງານຫ້ອງການສຶກສາທິການ ແລະ ກີລາເມືອງ ເພື່ອນຳເອົາຄວາມຮູ້ທີ່ໄດ້ຮັບໄປເຜີຍແຜ່ຕໍ່ໃຫ້ຄູ-ອາຈານພາຍໃນເມືອງຂອງຕົນ ພ້ອມທັງອະທິບາຍ, ແບ່ງປັນ, ສ້າງແຜນກິດຈະກຳ CPD ສະເພາະຂອງໂຮງຮຽນ, ໂດຍສະເພາະແມ່ນວິຊາ ຄະນິດສາດ ຊັ້ນປະຖົມສຶກສາ. ນອກຈາກນີ້, ຍັງໄດ້ມີການແນະນຳກົນໄກການແບ່ງປັນ, ການຕິດຕາມ ແລະ ຊຸກຍູ້ຊ່ວຍເຫຼືອ ຜ່ານເຄື່ອງມືອອນລາຍເຊັ່ນ: ແບບຟອມ Google Forms, ຕາຕະລາງສັງລວມ Google Spreadsheet, ຖານຂໍ້ມູນ Dashboard ແລະ ກຸ່ມ WhatsApp.
ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 2 ວັນ (ວັນທີ 14-15 ກັນຍາ 2026) ຈຶ່ງຈະສຳເລັດ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ