ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
14/09/2026

ໃນລະຫວ່າງວັນທີ 8-11 ກັນຍາ 2026, ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ສໍາເລັດກອງປະຊຸມເປີດກວ້າງລະດົມແນວຄວາມຄິດ ໃນການປັບປຸງ ແລະ ທົບທວນ ກົດໝາຍວ່າດ້ວຍອາຊີວະສຶກສາ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມ/ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ກົມອ້ອມຂ້າງກະຊວງ ສຶກສາທິການ ແລະ ກິລາ, ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ, ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ຕາງໜ້າກຸ່ມອາຊີບໄອຊີທີ, ພ້ອມດ້ວຍພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ແຂວງໄຊສົມບູນ, ສະຖາບັນພັດທະນາອາຊີວະສຶກສາ, ວິທະຍາໄລ ເຕັກນິກ ປາກປ່າສັກ, ເຕັກນິກ ລາວ-ເຢຍລະມັນ, ເຕັກນິກ-ວິຊາຊີບ ຫຼວງພະບາງ, ເຕັກນິກ-ວິຊາຊີບ ແຂວງຈຳປາສັກ, ວິທະຍາໄລ ເຕັກນິກ-ວິຊາຊີບ ແບບປະສົມແຂວງຊຽງຂວາງ, ພະແນກ ແລະ ວິຊາການ ຈາກກົມກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຕິ່ງຄໍາ ສຸລິນທາ ຮອງຫົວໜ້າກົມອາຊີວະສຶກສາ ໄດ້ກ່າວຈຸດປະສົງກ່ຽວກັບ ເປີດກວ້າງແນວຄວາມຄິດ ໃນການປັບປຸງເນື້ອໃນ ກົດໝາຍ ວ່າດ້ວຍອາຊີວະສຶກສາ ສະບັບ (ຮ່າງ) ໃນກອງປະຊຸມຄັ້ງທີ 2 ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-17 ກໍລະກົດ 2026, ເຊິ່ງໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການນຳສະເໜີ ຂະຂວນການ ແລະ ດຳເນີນການປັບປຸງກົດໝາຍວ່າດ້ວຍອາຊີວະສຶກສາ; ຮັບຟັງການນຳສະເໜີ ຮ່າງກົດໝາຍວ່າດ້ວຍອາຊີວະສຶກສາ (ສະບັບປັບປຸງໃໝ່); ແລກປ່ຽນຄຳຄິດ, ຄຳເຫັນ ໂດຍລວມ ເພື່ອເປັນທິດທາງໃນການດຳເນີນກອງປະຊຸມ; ຈັດ 4 ກຸ່ມ ເພື່ອດຳເນີນການຄົ້ນຄວ້າ ແລະ ປັບປຸງເນື້ອໃນ (ຮ່າງ) ກົດໝາຍ ວ່າດ້ວຍອາຊີວະສຶກສາ (ສະບັບປັບປຸງໃໝ່) ຊຶ່ງມີປະກອບມີ: 16 ພາກ, 15 ໝວດ ແລະ 111 ມາດຕາ.
ສໍາລັບການດຳເນີນກອງປະຊຸມ ຕະຫຼອດ 4 ວັນ (ໃນວັນທີ 8-11 ກັນຍາ 2026) ສາມາດສັງລວມໄດ້ ກ່ຽວກັບ ຄຳຄິດ-ຄຳເຫັນ ຂອງ 4 ກຸ່ມ ຊຶ່ງເປັນຂໍ້ມຸນ ທີ່ມີເຫດ, ມີຜົນ ແລະ ເລິກເຊິ່ງ ທີ່ເປັນປະໂຫຍດຫຼາຍ ໃຫ້ຄະນະຮັບຜິດຊອບກອງປະຊຸມ ນຳໄປສະຫຼຸບສັງລວມ ແລະ ຄຳຄິດ-ຄຳເຫັນ ດັ່ງກ່າວ ເຂົ້າໃສ່ເນື້ອໃນແຕ່ລະພາກ, ແຕ່ລະໝວດ, ແຕ່ລະມາດຕາ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນ. ນອກຈາກນັ້ນ, ຍັງໄດ້ການຄົ້ນຄວ້າ, ລົງເລິກ ພາກທີ 8 ສະພາທີ່ປຶກສາອາຊີວະສຶກສາ ແລະ ມາດຕາທີ 50 ຂອງໝວດທີ 4, ພາກທີ 6.
ໂອກາດດຽວກັນ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ ແລະ ເນັ້ນໜັກໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້, ສຸມໃສ່ຄົ້ນຄວ້າບັນຫາທີ່ເປັນຈຸດອ່ອນ ແລະ ສິ່ງທ້າທາຍ ຈາກຜົນການປະເມີນໃນໄລຍະຜ່ານມາ ເປັນຕົ້ນແມ່ນ: ການກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຖານອາຊີວະສຶກສາ ໃຫ້ມີຄວາມຈະແຈ້ງ ແລະ ສອດຄ່ອງກັບຕົວຈິງ; (ບົດຮຽນຂອງ ສປ ຈີນ ແລະ ສິງກະໂປ ສະຖານອາຊີວະສຶກສາສອນ 3 ກຸ່ມເປົ້າໝາຍ: ຜູ້ໃຫຍ່, ນັກຮຽນ ມ4 ມ7 ແລະ ຜູ້ປະກອບການ ຫຼື ເຈົ້າຂອງກິດຈະການ ດໍາເນີນການສອນຫຼາກຫຼາຍວິຊາຊີບ ທັງໃຫ້ການບໍລິການ ແລະ ຈັດການຮຽນການສອນໄປພ້ອມໆກັນ, ສ້າງລາຍຮັບ ແລະ ສາມດກຸ້ມຕົນເອງ ….); ການເຊື່ອມໂຍງກັບຕະຫຼາດແຮງງານ: ສຸມໃສ່ກໍານົດນະໂຍບາຍຊຸກຍູ້, ສົ່ງເສີມ ແລະ ສ້າງແຮງຈູງໃຈ ເພື່ອດຶງດູດໃຫ້ພາກເອກະຊົນ,ຜູ້ປະກອບການ ແລະ ໂຮງຈັກໂຮງງານ ເຂົ້າມາມີສ່ວນຮ່ວມໃນການພັດທະນາມາດຕະຖານອາຊີບ, ຫຼັກສູດ, ຈັດການຮຽນ-ການສອນ, ຝຶກງານ ແລະ ການປະກັນຄຸນນະພາບອາຊີວະສຶກສາ ໃຫ້ເປັນຮູບປະທຳ; ພ້ອມກັນນີ້, ກໍເຊື່ອມໂຍງອາຊີວະສຶກສາກັບການຜະລິດສ້າງເປັນຜະລິດຕະພັນ; ຄຸນນະພາບ ແລະ ມາດຕະຖານສີມືແຮງງານ: ປັບປຸງກົນໄກການປະເມີນ ແລະ ການຮັບຮອງວຸດທິການສຶກສາໃຫ້ມີມາດຕະຖານເພຶ່ອໃຫ້ຜູ້ສໍາເລັດການສຶກສາສາມາດປະກອບອາຊີບໄດ້ຢ່າງມີຄຸນນະພາບ; ການເຂົ້າເຖິງ ແລະ ຄວາມເທົ່າທຽມ: ສ້າງເງື່ອນໄຂໃຫ້ເຍົາວະຊົນ, ແມ່ຍິງ, ຜູ້ດ້ອຍໂອກາດ ແລະ ປະຊາຊົນໃນເຂດຫ່າງໄກສອກຫຼີກໄດ້ມີໂອກາດເຂົ້າເຖິງການຝຶກອົບຮົມວິຊາຊີບ ແລະ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດ; ການປັບປຸງກົນໄກການຄຸ້ມຄອງດ້ານການເງິນ ສຳລັບວຽກງານອາຊີວະສຶກສາ ໃຫ້ມີປະສິດທິພາບສູງຂຶ້ນ ແລະ ຄວາມສອດຄ່ອງທາງດ້ານນິຕິກໍາ: ຮັບປະກັນໃຫ້ຮ່າງກົດໝາຍສະບັບນີ້ບໍ່ຂັດກັບກົດໝາຍສະບັບອື່ນໆທີ່ກ່ຽວຂ້ອງເຊັ່ນ: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍແຮງງານ ແລະ ອື່ນໆ.













