Skip to main content

ສກມ ສາມັກຄີໄຊ ບັນລຸ 9 ຄາດໝາຍ ສົກຮຽນ 2025-2026, ຍັງ 3 ຄາດໝາຍສູ້ຊົນຕໍ່ ໃນສົກຮຽນ 2026-2027

ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ສາມັກຄີໄຊ, ແຂວງອັດຕະປື ໄຂກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳສົກຮຽນ 2025-2026 ແລະ ວາງທິດທາງສົກຮຽນ 2026-2027 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄູນສະຫວັນ ເວັນມະສອນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນິຄົມ ພົມມຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ຂັ້ນເມືອງ ແລະ ຂັ້ນໂຮງຮຽນ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍແຂກທີ່ໄດ້ຮັບເຊີນເຂົ້າຮ່ວມ.
ທ່ານ ນາງ ມະນີລອນ ຫຼວງອາໄພ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ໃນທົ່ວເມືອງ ມີໂຮງຮຽນລ້ຽງເດັກ-ອະນຸບານ 14 ແຫ່ງ (ເພີ່ມ 2 ແຫ່ງ), ນັກຮຽນ 1,467 ຄົນ; ໂຮງຮຽນປະຖົມສຶກສາ 41 ແຫ່ງ, ມີນັກຮຽນ 4,365 ຄົນ; ໂຮງຮຽນມັດທະຍົມຕອນຕົ້ນ 9 ແຫ່ງ, ເປັນໂຮງຮຽນເອກະຊົນ 2 ແຫ່ງ, ນັກຮຽນ 2,854 ຄົນ; ແລະ ມັດທະຍົມຕອນປາຍ 6 ແຫ່ງ, ນັກຮຽນ 1,392 ຄົນ; ແລະ ມີສູນພາສາອັງກິດ (ພາກເອກະຊົນ) 1 ແຫ່ງ.
ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງສຶກສາ ແລະ ກິລາ 12 ຄາດໝາຍ ໃນສົກຮຽນ 2025-2026 ສາມາດບັນລຸໄດ້ 9 ຄາດໝາຍ ຄື: ອັດຕາເຂົ້າຮຽນຂອງເດັກ 5 ປີ ແລະ ອັດຕາເຂົ້າຮຽນໃໝ່ ປ.1 ບັນລຸ 100%; ອັດຕາປະລະຊັ້ນປະຖົມຫຼຸດລົງເຫຼືອ 3% (ຄາດໝາຍ 4.2%); ອັດຕາປະລະ ມ.ຕ ປະຕິບັດໄດ້ 7.6% (ຄາດໝາຍ 9.4%); ມີນັກຮຽນບຳລຸງການສຶກສານອກໂຮງຮຽນ 122 ຄົນ; ນັກຮຽນຈົບ ມ.ຕ ເຂົ້າຮຽນສາຍອາຊີວະສຶກສາ 16.7% (ຄາດໝາຍ 10%); ບັນຈຸຄູໃໝ່ໃຫ້ພຽງພໍຕາມຄວາມຕ້ອງການຂອງແຕ່ລະຕຳແໜ່ງງານໃນທົ່ວເມືອງ (21 ຄົນ); ຈັດງານກິລາບານເຕະຊິງຂັນເລຂາພັກເມືອງ 1 ຄັ້ງ ແລະ ການສົ່ງເສີມມວນຊົນທຸກເພດ ທຸກໄວ ເຂົ້າຮ່ວມການຫັດກາຍະບໍລິຫານ ປະຕິບັດໄດ້ 36.5%.
3 ຄາດໝາຍທີ່ບໍ່ບັນລຸ ແລະ ຈະຕ້ອງໄດ້ສູ້ຊົນ ມີ: ອັດຕາເລື່ອນຊັ້ນຂຶ້ນ ມ.1 ທຽບໃສ່ນັກຮຽນຈົບ ປ.5 ປະຕິບັດໄດ້ 99.7%, ຫຼຸດລົງ 0.8% (ຄາດໝາຍ 100%); ອັດຕາເຂົ້າຮຽນໃໝ່ລວມຊັ້ນ ມ.ຕ 95.7%, ເພີ່ມຂຶ້ນ 0.7% (ຄາດໝາຍ 100%); ຄູສອນຊັ້ນປະຖົມ ແລະ ມັດທະຍົມ ໄດ້ຮັບການຝຶກອົບຮົມ 15.7%, ຫຼຸດລົງ 12.2% (ຄາດໝາຍ 20%/ປີ).
ຜົນສຳເລັດດັ່ງກ່າວ ເກີດຈາກການນຳພາ-ຊີ້ນຳຢ່າງເປັນລະບົບຂອງຄະນະພັກ ແລະ ອຳນາດການປົກຄອງເມືອງ, ການຕິດຕາມຊຸກຍູ້ຈາກຂັ້ນແຂວງ, ຄວາມຮັບຜິດຊອບຂອງຜູ້ບໍລິຫານການສຶກສາເມືອງ ແລະ ຄູອາຈານ, ພ້ອມທັງການຮ່ວມມືຈາກພໍ່ແມ່ປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆ.
ສຳລັບທິດທາງໃນສົກຮຽນ 2026-2027 ສູ້ຊົນບັນລຸ 12 ຄາດໝາຍຫຼັກ, ເຊັ່ນ: ອັດຕາເຂົ້າຮຽນເດັກ 5 ປີ ແລະ ປ.1 100%; ຫຼຸດອັດຕາປະລະປະຖົມເຫຼືອ 4%, ມ.ຕ 9.1%; ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 100%; ອັດຕາເຂົ້າຮຽນໃໝ່ ມ.ຕ 100%; ຝຶກອົບຮົມຄູ 20%/ປີ; ຈັດງານກິລາບານເຕະຊິງຂັນເລຂາພັກເມືອງ 1 ຄັ້ງ/ປີ; ສົ່ງເສີມມວນຊົນອອກກຳລັງກາຍ 37.2%. ວຽກຈຸດສຸມ: ຂະຫຍາຍອະນຸບານ-ຫ້ອງກຽມ; ຍົກສູງຄຸນນະພາບການສອນ; ຫຼຸດປະລະ-ຄ້າງຫ້ອງ; ສືບຕໍ່ສ້າງໂຮງຮຽນຕົວແບບ; ຕິດຕາມການເລື່ອນຂັ້ນ ແລະ ຝຶກອົບຮົມຄູ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ແຜນການສຶກສາ ສົກຮຽນ 2026-2027 ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໂດຍ: ພົມວິຫານ ໄຊຊະນະ