ສກຂ ສະຫວັນນະເຂດ ກວດສຸຂະພາບນັກຮຽນທຶນ ກຽມຄວາມພ້ອມກ່ອນໄປສຶກສາຕໍ່ພາຍໃນ ແລະ ຕ່າງປະເທດ

ໃນລະຫວ່າງວັນທີ 14-15 ກັນຍາ 2026 ທີ່ຫ້ອງປະຊຸມຊັ້ນ 2 ຕຶກຫຼັງເກົ່າ ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີການຈັດຕັ້ງການກວດສຸຂະພາບ ແລະ ປັດສະວະຫາສານເສບຕິດ ໃຫ້ນັກຮຽນທີ່ຈະໄປສຶກສາຕໍ່ທຶນພາຍໃນ ແລະ ຕ່າງປະເທດ ປະຈຳສົກປີ 2026-2027 ໃຫ້ກຽດເປັນປະທານໂດຍ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ທອງເວີນ ແກ້ວວົງສັກ ຫົວໜ້າຂະແໜງອາຊີວະສຶກສາ ແລະ ການສຶກສາຊັ້ນສູງ, ທ່ານ ພັທ ບຸນຕົ້ນ ພະສະຫວັດ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ, ທ່ານ ຄຳສອນ ກ້ອນມະນີ ຮອງຫົວໜ້າຂະແໜງກິລາກາຍຍະກຳ ແລະ ສິລະປະສຶກສາ, ທ່ານ ດຣ ນາງ ປາລາມາ ຄົມສອນລາສິນ ວິຊາການຂະແໜງປິ່ນປົວ ແລະ ຟື້ນຟູໜ້າທີ່ການ ພະແນກສາທາລະນະສຸກແຂວງ ຕະຫຼອດຮອດພະນັກງານວິຊາການ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ສຳລັບສົກການສຶກສາ 2026-2027 ນີ້ ແຂວງສະຫວັນນະເຂດ ມີນັກຮຽນທີ່ຜ່ານການຄັດເລືອກເພື່ອໄປສຶກສາຕໍ່ທຶນພາຍໃນ ແລະ ຕ່າງປະເທດ ລວມທັງໝົດ 256 ຄົນ ຍິງ 143 ຄົນ (ບໍ່ລວມໂຄຕ້າຕົວເລກຄູ). ໃນຈຳນວນດັ່ງກ່າວ ແບ່ງເປັນນັກຮຽນທຶນພາຍໃນ 33 ຄົນ, ໄປຮຽນທີ່ ສປ ຈີນ ຈຳນວນ 29 ຄົນ ແລະ ໄປຮຽນທີ່ ສສ ຫວຽດນາມ ສູງເຖິງ 194 ຄົນ. ສຳລັບສາຍການຮຽນທີ່ໄດ້ຮັບຄວາມນິຍົມຫຼາຍກວ່າໝູ່ແມ່ນ ການແພດ ແລະ ແພດທົ່ວໄປ 54 ຄົນ, ຮອງລົງມາແມ່ນສາຍເຕັກໂນໂລຊີຂໍ້ມູນຂ່າວສານ 51 ຄົນ, ສາຍໄຟຟ້າ 30 ຄົນ ແລະ ການຢາ 23 ຄົນ.
ການກວດສຸຂະພາບໃນຄັ້ງນີ້ ແມ່ນເພື່ອຮັບປະກັນວ່ານັກຮຽນທຸກຄົນມີສຸຂະພາບຮ່າງກາຍແຂງແຮງ, ມີຄວາມພ້ອມທາງດ້ານຈິດໃຈ ແລະ ປາສະຈາກສານເສບຕິດ. ສິ່ງນີ້ຖືເປັນປັດໄຈສຳຄັນໃນການດຳລົງຊີວິດ ແລະ ການສຶກສາຢູ່ຕ່າງຖິ່ນ ທັງຍັງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ສະຖານການສຶກສາປາຍທາງ ແລະ ຮັກສາພາບພົດອັນດີງາມຂອງນັກຮຽນແຂວງສະຫວັນນະເຂດ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ໂອວາດແກ່ນ້ອງນັກຮຽນ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງນ້ອງໆທຸກຄົນທີ່ຜ່ານການຄັດເລືອກ. ພ້ອມທັງເນັ້ນໜັກໃຫ້ທຸກຄົນຈົ່ງນຳໃຊ້ໂອກາດອັນລ້ຳຄ່ານີ້ ເພື່ອເກັບກ່ຽວເອົາຄວາມຮູ້, ວິຊາສະເພາະ ແລະ ປະສົບການໃໝ່ໆຢ່າງເຕັມທີ່ ເພື່ອພັດທະນາຕົນເອງໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນນະພາບ.
ທ່ານຍັງໄດ້ຮຽກຮ້ອງໃຫ້ລູກຫຼານນັກຮຽນ ຈົ່ງຮັກສາມູນເຊື້ອວັດທະນະທຳອັນດີງາມຂອງຊາດລາວ ກໍຄືຂອງຊາວແຂວງສະຫວັນນະເຂດ, ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງສະຖານການສຶກສາ ແລະ ປະເທດທີ່ຕົນໄປສຶກສາຢ່າງເຄັ່ງຄັດ. ອີກໜຶ່ງສິ່ງສຳຄັນແມ່ນຕ້ອງມີສະຕິໃນການດຳລົງຊີວິດ, ຮູ້ຈັກເລືອກຄົບໝູ່ເພື່ອນ, ຫຼີກລ້ຽງປາກົດການຫຍໍ້ທໍ້ ແລະ ຢູ່ໃຫ້ຫ່າງໄກຈາກສິ່ງເສບຕິດທຸກຮູບແບບ ທີ່ອາດທຳລາຍອະນາຄົດຂອງຕົນເອງ.
ໃນຕອນທ້າຍ ທ່ານຍັງໄດ້ຝາກຝັງໃຫ້ທຸກຄົນ ພາຍຫຼັງສຳເລັດການສຶກສາແລ້ວ ຈົ່ງນຳເອົາຄວາມຮູ້ຄວາມສາມາດທີ່ໄດ້ຮຽນມາ ກັບຄືນມາປະກອບສ່ວນສ້າງສາພັດທະນາແຂວງສະຫວັນນະເຂດ ກໍຄືປະເທດຊາດຂອງພວກເຮົາໃຫ້ຈະເລີນກ້າວໜ້າຕໍ່ໄປ.



